5 “ເຮົາເລືອກເຈົ້າໄວ້ ກ່ອນເຮົາໄດ້ໃຫ້ຊີວິດແກ່ເຈົ້າ ແລະກ່ອນເຈົ້າໄດ້ເກີດມາ ເຮົາໄດ້ເລືອກເອົາເຈົ້າໄວ້ແລ້ວ ເພື່ອໃຫ້ເປັນຜູ້ທຳນວາຍແກ່ປະຊາຊາດທັງຫລາຍ.”
ເມື່ອສ້າງກະດູກຂອງຂ້ານ້ອຍປະກອບເຂົ້າກັນ ຢ່າງລະມັດລະວັງຢູ່ໃນທ້ອງມານດານັ້ນ ເມື່ອໃຫຍ່ຂຶ້ນຢູ່ໃນທ້ອງມານດາຢ່າງບໍ່ມີຜູ້ໃດເຫັນ ພຣະອົງກໍຮູ້ວ່າຂ້ານ້ອຍເປັນຢູ່ໃນທີ່ນັ້ນ.
ກ່ອນຂ້ານ້ອຍໄດ້ເກີດສາຍຕາຂອງພຣະອົງ ກໍແນມເຫັນຂ້ານ້ອຍຢູ່ແລ້ວ. ວັນທັງຫລາຍທີ່ຖືກກຳນົດໃຫ້ນັ້ນກໍຊົງບັນທຶກໄວ້ໝົດ ກ່ອນທີ່ວັນໃດໆໃນວັນເຫຼົ່ານີ້ຍັງບໍ່ເລີ່ມຂຶ້ນ.
ແລ້ວໂມເຊກໍກ່າວຕໍ່ພຣະເຈົ້າຢາເວວ່າ, “ພຣະອົງໄດ້ສັ່ງໃຫ້ຂ້ານ້ອຍນຳພາປະຊາຊົນເຫຼົ່ານີ້ ແຕ່ພຣະອົງບໍ່ໄດ້ສັນຍາວ່າ ຈະສົ່ງຜູ້ໃດມາຊ່ວຍຂ້ານ້ອຍເລີຍ. ພຣະອົງບອກພຽງແຕ່ວ່າ ພຣະອົງຮູ້ຈັກຂ້ານ້ອຍດີ ແລະພໍໃຈນຳຂ້ານ້ອຍ.
ສະນັ້ນ ພຣະເຈົ້າຢາເວຈຶ່ງບອກໂມເຊວ່າ, “ເຮົາຈະເຮັດຕາມທີ່ເຈົ້າຂໍມາ ຍ້ອນວ່າເຮົາຮູ້ຈັກເຈົ້າດີແລະພໍໃຈນຳເຈົ້າ.”
ພຣະເຈົ້າຢາເວອົງທີ່ໄດ້ສ້າງເຈົ້າມາ ຕັ້ງແຕ່ເຈົ້າເກີດມາຜູ້ທີ່ຊ່ວຍເຫລືອເຈົ້າໄວ້. ເຈົ້າຢ່າສູ່ຢ້ານ ຜູ້ຮັບໃຊ້ຂອງເຮົາເອີຍ ເຈົ້າຄືປະຊາຊົນທີ່ເຮົາຮັກ ພວກທີ່ເຮົາເລືອກໄວ້.
ບັນດາຊົນຊາດທີ່ຢູ່ຫ່າງໄກເອີຍ ຈົ່ງຟັງເຮົາເທີ້ນ ປະຊາຊົນໃນດິນແດນຫ່າງໄກອອກໄປພຸ້ນ ພຣະເຈົ້າຢາເວເລືອກຂ້ອຍໄວ້ກ່ອນມື້ເກີດມາ ແລະໄດ້ຕັ້ງຊື່ໃຫ້ຕັ້ງແຕ່ຢູ່ໃນທ້ອງແມ່.
ພຣະເຈົ້າຢາເວແຕ່ງຕັ້ງຂ້ານ້ອຍກ່ອນມື້ເກີດມາ ແລະໄດ້ເຮັດໃຫ້ຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພື່ອໃຫ້ນຳປະຊາຊົນຂອງພຣະອົງກັບຄືນມາ ຄືອິດສະຣາເອນທີ່ແຕກກະຈັດກະຈາຍ ຄືນມາຫາພຣະເຈົ້າ. ພຣະເຈົ້າຢາເວໃຫ້ຂ້ານ້ອຍໄດ້ຮັບກຽດສັກສີ ພຣະເຈົ້າຂອງຂ້ານ້ອຍເປັນບໍ່ແຫ່ງກຳລັງຂອງຂ້ານ້ອຍ.”
ວັນນີ້ ເຮົາໃຫ້ເຈົ້າມີອຳນາດເໜືອປະຊາຊາດແລະອານາຈັກທັງຫລາຍ ເພື່ອໃຫ້ຖອນຮາກແລະຮື້ຖິ້ມ ເພື່ອໃຫ້ທຳລາຍແລະໂຄ່ນລົ້ມ ເພື່ອໃຫ້ກໍ່ສ້າງແລະປູກຝັງ.”
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ,
ຈົ່ງສາບແຊ່ງຊາຍທີ່ນຳຂ່າວມາບອກພໍ່ຂອງຂ້ານ້ອຍໃຫ້ດີໃຈ ວ່າ, “ລູກຜູ້ຊາຍ ເຈົ້າໄດ້ລູກຜູ້ຊາຍ.”
ເຮົາຈະລົງໂທດບາບີໂລນດ້ວຍໄພພິບັດທັງໝົດ ທີ່ເຮົາໄດ້ຂູ່ວ່າຈະນຳມາສູ່ປະເທດທັງຫລາຍ ເມື່ອເຮົາໄດ້ກ່າວຜ່ານທາງເຢເຣມີຢານັ້ນ ຄືໄພພິບັດທັງໝົດທີ່ໄດ້ບັນທຶກໄວ້ໃນໜັງສືນີ້.
“ຈົ່ງເອົາເຈ້ຍມ້ວນໜຶ່ງມາຂຽນຖ້ອຍຄຳທັງໝົດທີ່ເຮົາໄດ້ບອກເຈົ້າ ເຖິງອິດສະຣາເອນ ແລະຢູດາລວມທັງຊົນຊາດທັງໝົດ. ຈົ່ງຂຽນທຸກໆສິ່ງທີ່ເຮົາໄດ້ບອກເຈົ້າ ຕັ້ງແຕ່ຄາວທີ່ເຮົາໄດ້ກ່າວແກ່ເຈົ້າເທື່ອທຳອິດ ເມື່ອເຈົ້າໂຢສີຢາເປັນກະສັດຈົນເຖິງທຸກວັນນີ້.
ແຕ່ພຣະຜູ້ໄຖ່ຂອງພວກເຂົານັ້ນເຂັ້ມແຂງຫລາຍ ແລະນາມຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ພຣະອົງຈະຍົກຄະດີຂອງພວກເຂົາຂຶ້ນພິຈາລະນາ ທັງຈະນຳສັນຕິສຸກມາສູ່ແຜ່ນດິນໂລກ; ແຕ່ປະຊາຊົນແຫ່ງບາບີໂລນຈະເດືອດຮ້ອນ.”
ເພິ່ນຈະເປັນຜູ້ຍິ່ງໃຫຍ່ໃນສາຍພຣະເນດຂອງອົງພຣະຜູ້ເປັນເຈົ້າ ເພິ່ນຈະບໍ່ດື່ມເຫຼົ້າອະງຸ່ນ ຫລືເຫຼົ້າປຸກແຕ່ຢ່າງໃດ ແລະຈະເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ຕັ້ງແຕ່ຈາກທ້ອງແມ່ມາ
ເມື່ອນາງເອລີຊາເບັດໄດ້ຍິນຄຳທັກທາຍຂອງນາງມາຣີ ລູກໃນທ້ອງກໍເໜັງຕີງ ນາງເອລີຊາເບັດເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ
ຝ່າຍເຈົ້າລູກນ້ອຍເອີຍ, ເຂົາຈະເອີ້ນເຈົ້າວ່າ, ຜູ້ທຳນວາຍຂອງຜູ້ສູງສຸດ. ເພາະວ່າເຈົ້າຈະໄປກ່ອນໜ້າອົງພຣະຜູ້ ເປັນເຈົ້າ ແລະຈັດແຈງບັນດາທາງ ຂອງພຣະອົງ
ພວກເຈົ້າເວົ້າໃຫ້ເຮົາວ່າ, ເຮົາເວົ້າໝິ່ນປະໝາດພຣະເຈົ້າ ຍ້ອນເຮົາໄດ້ເວົ້າວ່າ, ເຮົາເປັນພຣະບຸດຂອງພຣະເຈົ້າຊັ້ນບໍ?
ເຮົາຄືໂປໂລ ຜູ້ຮັບໃຊ້ຄົນໜຶ່ງຂອງພຣະເຢຊູຄຣິດເຈົ້າ ທີ່ພຣະອົງຊົງເອີ້ນໃຫ້ເປັນອັກຄະສາວົກ ແລະໄດ້ຊົງຄັດອອກຕັ້ງໄວ້ໃຫ້ປະກາດຂ່າວປະເສີດຂອງພຣະເຈົ້າ.
ດ້ວຍວ່າ, ຄົນທັງຫລາຍທີ່ພຣະອົງໄດ້ຊົງສັງເກດຮູ້ລ່ວງໜ້າແລ້ວນັ້ນ ພຣະອົງກໍໄດ້ຊົງກຳນົດໄວ້ກ່ອນ ເພື່ອໃຫ້ເປັນຕາມແບບລັກສະນະແຫ່ງພຣະບຸດຂອງພຣະອົງ ເພື່ອພຣະບຸດນັ້ນຈະໄດ້ເປັນບຸດກົກໃນທ່າມກາງພວກນ້ອງຫລາຍຄົນ.
ແຕ່ຖ້າຜູ້ໃດຮັກພຣະເຈົ້າ ພຣະເຈົ້າກໍຊົງຮູ້ຈັກຜູ້ນັ້ນ.
ແລະໄດ້ຊົງປາບສິ່ງສາລະພັດທັງປວງລົງໃຕ້ພຣະບາດຂອງພຣະອົງ ແລະໄດ້ຊົງຕັ້ງພຣະອົງໄວ້ໃຫ້ເປັນພຣະປະມຸກ ເໜືອສິ່ງສາລະພັດແກ່ຄຣິສຕະຈັກ.