Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 1:3 - ພຣະຄຳພີສັກສິ

3 ຕໍ່ມາ ໄດ້​ກ່າວ​ແກ່​ເຢເຣມີຢາ​ອີກ ເມື່ອ​ເຢໂຮຍອາກິມ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ. ຫລັງຈາກ​ນັ້ນ ພຣະອົງ​ກໍໄດ້​ກ່າວ​ແກ່​ເຢເຣມີຢາ​ອີກ​ຕັ້ງ​ຫລາຍ​ເທື່ອ ຈົນເຖິງ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ເຊເດກີຢາ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ. ໃນ​ເດືອນ​ທີ​ຫ້າ​ຂອງ​ປີ​ນັ້ນ​ເອງ ປະຊາຊົນ​ນະຄອນ​ເຢຣູຊາເລັມ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 1:3
19 Jak'a apnaqawi uñst'ayäwi  

ກະສັດ​ເນໂກ​ແຕ່ງຕັ້ງ​ເອລີອາກິມ ລູກຊາຍ​ຂອງ​ກະສັດ​ໂຢສີຢາ ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ ແລະ​ທັງ​ໄດ້​ປ່ຽນ​ຊື່​ໃໝ່​ໃຫ້​ລາວ​ວ່າ ເຢໂຮຍອາກິມ. ກະສັດ​ເຢໂຮອາຮາດ​ຖືກ​ນຳຕົວ​ໄປ​ທີ່​ປະເທດ​ເອຢິບ​ໂດຍ​ກະສັດ​ເນໂກ ແລະ​ເພິ່ນ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.


ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ໄດ້​ແຕ່ງຕັ້ງ​ມັດຕານີຢາ ລູງ​ຂອງ​ເຢໂຮຍອາກິນ ໃຫ້​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ ແລະ​ໄດ້​ປ່ຽນ​ຊື່​ໃຫ້​ເພິ່ນ​ໃໝ່​ວ່າ ເຊເດກີຢາ.


ໂຢສີຢາ​ມີ​ລູກຊາຍ​ສີ່​ຄົນ​ຕາມ​ລຳດັບ​ອາຍຸ ມີ​ດັ່ງນີ້: ໂຢຮານັນ, ເຢໂຮຍອາກິມ, ເຊເດກີຢາ ແລະ​ຊານລູມ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ກັບ​ກອງທັບ​ຂອງ​ເພິ່ນ ໂດຍ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ກຳລັງ​ທະຫານ​ຂອງ​ຊົນຊາດ​ທັງໝົດ​ທີ່​ຂຶ້ນ​ກັບ​ເພິ່ນ ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ທັງຫລາຍ​ທີ່​ໃກ້ຄຽງ.


ເມື່ອ​ເຈົ້າ​ເຢໂຮຍອາກິມ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ,


“ຈົ່ງ​ເອົາ​ເຈ້ຍ​ມ້ວນ​ໜຶ່ງ​ມາ​ຂຽນ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ເຖິງ​ອິດສະຣາເອນ ແລະ​ຢູດາ​ລວມ​ທັງ​ຊົນຊາດ​ທັງໝົດ. ຈົ່ງ​ຂຽນ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ເຈົ້າ ຕັ້ງແຕ່​ຄາວ​ທີ່​ເຮົາ​ໄດ້​ກ່າວ​ແກ່​ເຈົ້າ​ເທື່ອ​ທຳອິດ ເມື່ອ​ເຈົ້າ​ໂຢສີຢາ​ເປັນ​ກະສັດ​ຈົນເຖິງ​ທຸກ​ວັນນີ້.


ຢູ່​ຕໍ່ມາ ໃນ​ວັນ​ທີ​ເກົ້າ​ຂອງ​ເດືອນ​ທີ​ສີ່​ໃນ​ຣາຊການ​ປີ​ທີ​ສິບເອັດ​ຂອງ​ກະສັດ​ເຊເດກີຢາ ນະຄອນ​ເຢຣູຊາເລັມ​ກໍ​ແຕກ. (


ຊົງ​ກ່າວ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ໃນ​ດິນແດນ​ນີ້​ແລະ​ພວກ​ປະໂຣຫິດ​ວ່າ, ‘ເມື່ອ​ພວກເຈົ້າ​ໄວ້ທຸກ ແລະ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ຫ້າ ແລະ​ໃນ​ເດືອນ​ທີ​ເຈັດ ຕະຫລອດ​ເຈັດສິບ​ປີ​ນັ້ນ ບໍ່ໄດ້​ເປັນ​ການ​ໃຫ້ກຽດ​ເຮົາ​ເລີຍ.


“ການ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ສີ່, ທີ​ຫ້າ, ທີ​ເຈັດ ແລະ​ທີ​ສິບ​ນັ້ນ ຈະ​ເປັນ​ມື້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ສຳລັບ​ປະຊາຊົນ​ຢູດາ. ພວກເຈົ້າ​ຕ້ອງ​ຮັກ​ຄວາມຈິງ​ແລະ​ຄວາມ​ສະຫງົບສຸກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka