ຜູ້ນັ້ນໄດ້ຮ້ອງຕໍ່ສູ້ແທ່ນບູຊາດ້ວຍຖ້ອຍຄຳຂອງພຣະເຈົ້າຢາເວ ແລະກ່າວວ່າ, “ໂອ ແທ່ນບູຊາ ແທ່ນບູຊາເອີຍ! ພຣະເຈົ້າຢາເວກ່າວດັ່ງນີ້: ‘ມີເດັກນ້ອຍຄົນໜຶ່ງຈະເກີດມາໃນຄອບຄົວຂອງດາວິດ ທີ່ຈະຊື່ວ່າ ໂຢສີຢາ. ລາວຈະປະຫານບັນດາປະໂຣຫິດທີ່ຮັບໃຊ້ພະຂອງຄົນຕ່າງຊາດເທິງແທ່ນບູຊານີ້ ແລະຜູ້ທີ່ຖວາຍເຄື່ອງບູຊາເທິງແທ່ນບູຊານີ້ ແລະລາວກໍຈະເຜົາກະດູກຄົນໃສ່ເທິງເຈົ້າ.”’