Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 1:18 - ພຣະຄຳພີສັກສິ

18-19 ຈົ່ງ​ຟັງ​ເຖີດ ເຢເຣມີຢາ​ເອີຍ ທຸກຄົນ​ໃນ​ດິນແດນ​ນີ້ ຄື​ບັນດາ​ກະສັດ​ແຫ່ງ​ຢູດາຍ, ພວກ​ຂ້າຣາຊການ, ພວກ​ປະໂຣຫິດ ແລະ​ປະຊາຊົນ​ທົ່ວໄປ, ຈະ​ຕໍ່ສູ້​ເຈົ້າ. ແຕ່​ວັນ​ນີ້​ເຮົາ​ໃຫ້​ກຳລັງ​ແກ່​ເຈົ້າ ເພື່ອ​ເຈົ້າ​ຈະ​ຕ້ານທານ​ພວກເຂົາ​ໄດ້; ເຈົ້າ​ຈະ​ເປັນ​ດັ່ງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ, ມີ​ເສົາ​ເປັນ​ເຫຼັກ ແລະ​ມີ​ກຳແພງ​ເປັນ​ທອງສຳຣິດ. ພວກເຂົາ​ຈະ​ເອົາ​ຊະນະ​ເຈົ້າ​ບໍ່ໄດ້ ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 1:18
21 Jak'a apnaqawi uñst'ayäwi  

ແຕ່​ຄຳ​ດູໝິ່ນ​ປະໝາດ​ບໍ່ໄດ້​ທຳຮ້າຍ​ຂ້ອຍ​ເລີຍ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຊ່ວຍເຫຼືອ​ຂ້ອຍ​ໄວ້. ຂ້ອຍ​ຫລໍ່ຫລອມ​ຕົນເອງ​ຂຶ້ນ​ເພື່ອ​ທົນທານ​ຕໍ່​ພວກເຂົາ ຂ້ອຍ​ຮູ້ວ່າ​ຕົນເອງ​ຈະ​ບໍ່ໄດ້​ຖືກ​ອັບອາຍ​ຂາຍໜ້າ


ເຢເຣມີຢາ​ເອີຍ ຈົ່ງ​ຕຽມຕົວ​ໄປ​ບອກ​ພວກເຂົາ​ທຸກສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ກ່າວ. ບັດນີ້​ຢ່າ​ສູ່​ຢ້ານກົວ​ພວກເຂົາ ບໍ່​ດັ່ງນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢ້ານ​ຫລາຍ​ຂຶ້ນ​ຕື່ມ ເມື່ອ​ເຈົ້າ​ຢູ່​ນຳ​ພວກເຂົາ.


ຂ້ານ້ອຍ​ນີ້ ຊ່າງ​ເປັນ​ຄົນ​ທີ່​ຂາດ​ຄວາມ​ສຸກໃຈ​ແທ້​ນໍ ເປັນຫຍັງ​ນໍ​ແມ່​ຈຶ່ງ​ເກີດ​ຂ້ານ້ອຍ​ມາ​ຢູ່​ໃນ​ໂລກນີ້? ຂ້ານ້ອຍ​ຈຶ່ງ​ຕ້ອງ​ປາກເວົ້າ​ຜິດຖຽງ ແລະ​ໂຕ້ແຍ້ງ​ກັບ​ທຸກໆ​ຄົນ​ທີ່​ຢູ່​ໃນ​ດິນແດນ​ນີ້. ຂ້ານ້ອຍ​ບໍ່ໄດ້​ໃຫ້​ຜູ້ໃດ​ຢືມ​ເງິນ ຫລື​ຢືມ​ເງິນ​ຈາກ​ຜູ້ໃດ​ເລີຍ, ແຕ່​ປານ​ນັ້ນ​ທຸກຄົນ​ກໍ​ສາບແຊ່ງ​ຂ້ານ້ອຍ.


ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ກຳແພງ​ທອງສຳຣິດ ອັນ​ແຂງແກ່ນ​ສຳລັບ​ພວກເຂົາ. ພວກເຂົາ​ຈະ​ຕໍ່ສູ້​ເຈົ້າ ແຕ່​ພວກເຂົາ​ຈະ​ບໍ່​ຊະນະ​ເຈົ້າ​ໄດ້​ຈັກເທື່ອ. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໃຫ້​ປອດໄພ.


ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ ຜູ້​ເຂົ້າຂ້າງ​ຂ້ານ້ອຍ ຜູ້​ເຂັ້ມແຂງ​ແລະ​ຊົງຣິດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລ້ວ ແລະ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ​ກໍ​ຈະ​ລົ້ມລົງ ພວກເຂົາ​ຈະ​ຖືກ​ອັບອາຍ​ຂາຍໜ້າ​ໄປ​ຕະຫລອດ ເພາະ​ພວກເຂົາ​ເຮັດ​ໃຫ້​ເກີດຜົນ​ສຳເລັດ​ບໍ່ໄດ້​ດອກ ພວກເຂົາ​ຈະ​ຖືກ​ອັບອາຍ​ບໍ່ມີ​ມື້​ລືມໄລ​ໄດ້​ຈັກເທື່ອ.


“ໃຫ້​ພວກເຈົ້າ​ບອກ​ເຈົ້າ​ເຊເດກີຢາ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ບອກ​ວ່າ: ເຊເດກີຢາ​ເອີຍ ເຮົາ​ຈະ​ເອົາ​ຊະນະ​ກອງທັບ​ຂອງເຈົ້າ ທີ່​ຈະ​ຕໍ່ສູ້​ກັບ​ກອງທັບ​ກະສັດ​ແຫ່ງ​ບາບີໂລນ. ເຮົາ​ຈະ​ກອງ​ອາວຸດ​ຍຸດທະພັນ​ຂອງ​ທະຫານ​ຂອງເຈົ້າ​ທີ່​ກາງ​ເມືອງ.


ແຕ່​ເພາະ​ຂ້າພະເຈົ້າ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ອາຮິກຳ​ລູກຊາຍ​ຂອງ​ຊາຟານ; ຂ້າພະເຈົ້າ​ຈຶ່ງ​ບໍ່ໄດ້​ຖືກ​ມອບ​ໃຫ້​ປະຊາຊົນ​ປະຫານ​ຊີວິດ.


ເຈົ້າ​ຈະ​ປົບໜີ​ໄປ​ບໍ່ໄດ້; ເຈົ້າ​ຈະ​ຖືກ​ຈັບ​ໄປ​ມອບ​ໃຫ້​ລາວ. ເຈົ້າ​ຈະ​ເຫັນ​ລາວ​ໜ້າຕໍ່ໜ້າ​ແລະ​ກ່າວ​ກັບ​ລາວ​ຕົວຕໍ່ຕົວ; ແລ້ວ​ເຈົ້າ​ກໍ​ຈະ​ຖືກ​ນຳ​ໄປ​ທີ່​ບາບີໂລນ.


“ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ​ດັ່ງນີ້: ໃຫ້​ຕອບ​ເຊເດກີຢາ​ວ່າ, ‘ກອງທັບ​ເອຢິບ​ກຳລັງ​ເຄື່ອນ​ເຂົ້າ​ມາ​ຊ່ວຍ​ເຈົ້າ; ແຕ່​ພວກເຂົາ​ຈະ​ກັບຄືນ​ເມືອ​ປະເທດ.


ແຕ່​ຖ້າ​ທ່ານ​ບໍ່​ຍອມ​ຈຳນົນ ເມືອງ​ນີ້​ກໍ​ຈະ​ຖືກ​ຊາວ​ບາບີໂລນ​ຢຶດ ພ້ອມ​ທັງ​ຈູດ​ໃຫ້​ພັງ​ພິນາດ​ໄປ ແລະ​ທ່ານ​ຈະ​ປົບໜີ​ຈາກ​ພວກເຂົາ​ໄປ​ບໍ່ໄດ້.”’


“ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຜູ້ໃດ​ກໍຕາມ​ທີ່​ຢູ່​ໃນ​ເມືອງ ຈະ​ຕ້ອງ​ຕາຍ​ຍ້ອນ​ສົງຄາມ ຫລື​ຍ້ອນ​ການ​ຕາຍອຶດ​ຕາຍຫິວ ຫລື​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ. ແຕ່​ພວກ​ທີ່​ອອກ​ໄປ​ຍອມ​ຈຳນົນ​ຕໍ່​ພວກ​ບາບີໂລນ​ຈະ​ບໍ່​ຖືກ​ຂ້າ; ຢ່າງໜ້ອຍ​ພວກເຂົາ​ຈະ​ປົບໜີ​ໄດ້​ແລະ​ມີ​ຊີວິດ​ຢູ່.”’


ສະນັ້ນ ຈົ່ງ​ຈົດຈຳ​ສິ່ງ​ນີ້​ໄວ້ ຄື​ພວກເຈົ້າ​ຈະ​ຕາຍ​ໃນ​ສົງຄາມ ຫລື​ເພາະ​ການ​ຕາຍອຶດ​ຕາຍຫິວ ຫລື​ເພາະ​ການ​ເຈັບໄຂ້​ໄດ້ປ່ວຍ​ຢູ່​ໃນ​ດິນແດນ ບ່ອນ​ທີ່​ພວກເຈົ້າ​ຢາກ​ໄປ​ອາໄສ​ຢູ່​ນັ້ນ.”


ເຢເຣມີຢາ​ເອີຍ ຈົ່ງ​ທົດສອບ​ເບິ່ງ​ປະຊາຊົນ​ຂອງເຮົາ​ດູ ດັ່ງ​ເຈົ້າ​ທົດລອງ​ໂລຫະ ແລະ​ເບິ່ງ​ວ່າ​ມັນ​ເປັນ​ຢ່າງໃດ.


ແລ້ວ​ລາວ​ກໍ​ພາ​ຊີໂມນ​ໄປ​ຫາ​ພຣະເຢຊູເຈົ້າ. ເມື່ອ​ພຣະເຢຊູເຈົ້າ​ເບິ່ງ​ລາວ​ແລ້ວ ຈຶ່ງ​ກ່າວ​ວ່າ, “ເຈົ້າ​ຊື່ ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ໃໝ່​ວ່າ ເກຟາ.” (ທີ່​ແປ​ວ່າ “ເປໂຕ” ແລະ​ໝາຍຄວາມວ່າ, “ຫີນ”).


ເຮົາ​ຈະ​ຕັ້ງ​ຜູ້​ທີ່​ມີ​ໄຊຊະນະ​ນັ້ນ ໃຫ້​ເປັນ​ເສົາ​ໃນ​ວິຫານ​ແຫ່ງ​ພຣະເຈົ້າ​ຂອງເຮົາ ແລະ​ຜູ້ນັ້ນ​ຈະ​ບໍ່​ອອກ​ໄປ​ຈາກ​ພຣະວິຫານ​ຈັກເທື່ອ, ເຮົາ​ຈະ​ຈາລຶກ​ພຣະນາມ​ແຫ່ງ​ພຣະເຈົ້າ​ຂອງເຮົາ​ໃສ່​ຕົວ​ຜູ້ນັ້ນ ກັບ​ທັງ​ຊື່​ນະຄອນ​ເຢຣູຊາເລັມ​ໃໝ່ ຊຶ່ງ​ຈະ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງເຮົາ ແລະ​ເຮົາ​ຍັງ​ຈະ​ຈາລຶກ​ນາມ​ໃໝ່​ຂອງເຮົາ​ໃສ່​ຕົວ​ຂອງ​ຜູ້ນັ້ນ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka