Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 1:17 - ພຣະຄຳພີສັກສິ

17 ເຢເຣມີຢາ​ເອີຍ ຈົ່ງ​ຕຽມຕົວ​ໄປ​ບອກ​ພວກເຂົາ​ທຸກສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ກ່າວ. ບັດນີ້​ຢ່າ​ສູ່​ຢ້ານກົວ​ພວກເຂົາ ບໍ່​ດັ່ງນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢ້ານ​ຫລາຍ​ຂຶ້ນ​ຕື່ມ ເມື່ອ​ເຈົ້າ​ຢູ່​ນຳ​ພວກເຂົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 1:17
26 Jak'a apnaqawi uñst'ayäwi  

ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຄວບຄຸມ​ເອລີຢາ ເພິ່ນ​ເອົາ​ເສື້ອ​ມັດ​ແອວ​ໃຫ້​ແໜ້ນ ແລະ​ແລ່ນ​ແຊງ​ຂຶ້ນ​ໜ້າ​ກະສັດ​ອາຮາບ​ມາ​ຕະຫລອດ​ທາງ ຈົນເຖິງ​ເມືອງ​ຢິດຊະເຣນ.


ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອລີຢາ​ວ່າ, “ຈົ່ງ​ລົງ​ໄປ​ກັບ​ລາວ ແລະ​ຢ່າ​ຢ້ານ.” ດັ່ງນັ້ນ ເອລີຢາ​ຈຶ່ງ​ໄປ​ຫາ​ກະສັດ​ກັບ​ນາຍ​ທະຫານ


ເພິ່ນ​ກ່າວ​ຕໍ່​ເກຮາຊິ​ວ່າ, “ໄວໆ! ຈົ່ງ​ຖື​ເອົາ​ໄມ້ເທົ້າ​ຂອງຂ້ອຍ ແລະ​ອອກ​ເດີນທາງ​ໄປ. ຖ້າ​ເຈົ້າ​ພົບ​ໃຜ​ກໍ​ຢ່າ​ຢຸດ​ຖາມ​ສະບາຍ ແລະ​ຖ້າ​ໃຜ​ຖາມ​ສະບາຍ​ເຈົ້າ​ກໍ​ຢ່າ​ເສຍ​ເວລາ​ຕອບ. ຈົ່ງ​ກົງ​ໄປ​ທີ່​ເຮືອນ​ແລະ​ວາງ​ໄມ້ເທົ້າ​ຂອງຂ້ອຍ​ໃສ່​ເທິງ​ເດັກ​ນັ້ນ.”


ໃນ​ໄລຍະ​ນັ້ນ​ເອງ ຜູ້ທຳນວາຍ​ເອລີຊາ​ໄດ້​ເອີ້ນ​ຜູ້ທຳນວາຍ​ໜຸ່ມ​ຄົນ​ໜຶ່ງ​ມາ ແລະ​ບອກ​ວ່າ, “ຈົ່ງ​ຕຽມຕົວ​ໄປ​ທີ່​ເມືອງ​ຣາໂມດ​ໃນ​ກີເລອາດ. ໃຫ້​ເອົາ​ແກ້ວ​ນໍ້າມັນ​ໝາກກອກເທດ​ນີ້​ໄປ​ນຳ


ບັດນີ້ ຈົ່ງ​ລຸກ​ຢືນ​ຂຶ້ນ​ດັ່ງ​ລູກ​ຜູ້ຊາຍ​ຜູ້ໜຶ່ງ ແລະ​ຕອບ​ຄຳ​ທີ່​ເຮົາ​ຈະ​ຖາມ​ເຈົ້າ​ເບິ່ງດູ


ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ເຈົ້າ. ໝາຍສຳຄັນ​ດັ່ງ​ຕໍ່ໄປນີ້​ຈະ​ສຳແດງ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ​ຄື: ເມື່ອ​ເຈົ້າ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ແລ້ວ ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ​ຢູ່​ທີ່​ເທິງ​ພູເຂົາ​ນີ້.”


ຈົ່ງ​ບອກ​ອາໂຣນ​ໃຫ້​ຮູ້​ທຸກໆ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ນັ້ນ ແລະ​ແມ່ນ​ອາໂຣນ​ເອງ ທີ່​ຈະ​ເປັນ​ຜູ້​ບອກ​ກະສັດ​ຟາໂຣ​ໃຫ້​ປ່ອຍ​ຊາວ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ຂອງ​ລາວ.


ຈົ່ງ​ຟັງ​ເຖີດ ເຢເຣມີຢາ​ເອີຍ ທຸກຄົນ​ໃນ​ດິນແດນ​ນີ້ ຄື​ບັນດາ​ກະສັດ​ແຫ່ງ​ຢູດາຍ, ພວກ​ຂ້າຣາຊການ, ພວກ​ປະໂຣຫິດ ແລະ​ປະຊາຊົນ​ທົ່ວໄປ, ຈະ​ຕໍ່ສູ້​ເຈົ້າ. ແຕ່​ວັນ​ນີ້​ເຮົາ​ໃຫ້​ກຳລັງ​ແກ່​ເຈົ້າ ເພື່ອ​ເຈົ້າ​ຈະ​ຕ້ານທານ​ພວກເຂົາ​ໄດ້; ເຈົ້າ​ຈະ​ເປັນ​ດັ່ງ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ, ມີ​ເສົາ​ເປັນ​ເຫຼັກ ແລະ​ມີ​ກຳແພງ​ເປັນ​ທອງສຳຣິດ. ພວກເຂົາ​ຈະ​ເອົາ​ຊະນະ​ເຈົ້າ​ບໍ່ໄດ້ ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຈົ່ງ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ຄົນ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ແດ່ທ້ອນ; ແຕ່​ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ. ຈົ່ງ​ກະທຳ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ​ຢ່າງໃຫຍ່ ແຕ່​ຢ່າ​ເຮັດ​ໃຫ້​ຂ້ານ້ອຍ​ຢ້ານກົວ​ເລີຍ. ຈົ່ງ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ແລະ​ທຳລາຍ​ພວກເຂົາ​ໃຫ້​ໝຸ່ນ​ທະລາຍ​ດ້ວຍ​ເຖີດ.


ຜູ້ທຳນວາຍ​ທີ່​ໄດ້​ຝັນ​ກໍ​ຄວນ​ກ່າວ​ວ່າ ເປັນ​ແຕ່​ຄວາມຝັນ​ເທົ່ານັ້ນ; ແຕ່​ຜູ້ທຳນວາຍ​ທີ່​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ກໍ​ຕ້ອງ​ປະກາດ​ຖ້ອຍຄຳ​ນັ້ນ​ຢ່າງ​ສັດຊື່. ເຟືອງເຂົ້າ​ຈະ​ປຽບ​ກັບ​ເຂົ້າ​ໄດ້​ບໍ?” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ມາ ເພື່ອ​ປະກາດ​ທຸກໆສິ່ງ​ທີ່​ພວກທ່ານ​ໄດ້ຍິນ​ຂ້າພະເຈົ້າ​ກ່າວ​ຕໍ່ສູ້​ວິຫານ​ແລະ​ເມືອງ​ນີ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຢູ່​ໃນ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ປະກາດ​ຖ້ອຍຄຳ​ທັງໝົດ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ກ່າວ​ຕໍ່​ປະຊາຊົນ ທີ່​ມາ​ຈາກ​ເມືອງ​ຕ່າງໆ​ຂອງ​ອານາຈັກ​ຢູດາຍ​ເພື່ອ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຢ່າ​ສູ່​ກ່າວ​ໃຫ້​ຂາດ​ໄປ​ຈັກ​ຄຳ.


ສະນັ້ນ ບາຣຸກ​ຈຶ່ງ​ໄດ້​ອ່ານ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຖືກຕ້ອງ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ລາວ​ເຮັດ​ທຸກປະການ.


ພຣະອົງ​ໄດ້​ຕອບ​ແລະ​ບອກ​ຂ້ານ້ອຍ​ມາ​ວ່າ, “ຢ່າ​ຢ້ານກົວ​ເລີຍ.


ວ່າ, “ຈົ່ງ​ໄປ​ທີ່​ນີເນເວ​ເມືອງ​ໃຫຍ່ ແລະ​ປະກາດ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ແກ່​ປະຊາຊົນ.”


“ເຈົ້າ​ທັງຫລາຍ ຈົ່ງ​ຮັດ​ແອວ​ໄວ້ ແລະ​ໄຕ້​ໂຄມ​ຂອງ​ເຈົ້າ​ຢູ່.


ພວກທ່ານ​ກໍ​ຮູ້​ແລ້ວ​ວ່າ ຂ້າພະເຈົ້າ​ບໍ່ໄດ້​ຖ່ວງດຶງ​ສິ່ງໃດໆ ທີ່​ເປັນ​ຄຸນ​ປະໂຫຍດ​ແກ່​ພວກທ່ານ ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ​ຈາກ​ການ​ປະກາດ ຫລື​ສັ່ງສອນ​ພວກທ່ານ​ຕາມ​ທີ່​ປະຊຸມ ແລະ​ຕາມ​ບ້ານ​ເຮືອນ.


ດ້ວຍວ່າ, ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ ໃນ​ການ​ປະກາດ​ພຣະ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ​ໃຫ້​ພວກທ່ານ​ຮູ້.


ເພາະ​ການ​ທີ່​ເຮົາ​ປະກາດ​ຂ່າວປະເສີດ​ນັ້ນ ເຮົາ​ບໍ່ມີ​ເຫດ​ທີ່​ຈະ​ອວດອ້າງ​ໄດ້ ເພາະ​ຄວາມ​ຈຳເປັນ​ໄດ້​ຕົກ​ໃສ່​ເຮົາ ວິບັດ​ຈະ​ເກີດ​ມີ​ແກ່​ເຮົາ ຖ້າ​ເຮົາ​ບໍ່​ປະກາດ​ຂ່າວປະເສີດ.


ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ​ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.


ດ້ວຍເຫດນັ້ນ ຈົ່ງ​ຕຽມຕົວ​ຕຽມ​ໃຈ​ໃຫ້​ພ້ອມ ຈົ່ງ​ມີ​ສະຕິ​ລະວັງຕົວ ແລະ​ຈົ່ງ​ຕັ້ງ​ຄວາມຫວັງ​ໃຫ້​ເຕັມ​ບໍຣິບູນ​ໃນ​ພຣະຄຸນ ທີ່​ຈະ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ປາກົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka