Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 1:16 - ພຣະຄຳພີສັກສິ

16 ເຮົາ​ຈະ​ລົງໂທດ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ; ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໂດຍ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ບັນດາ​ພະອື່ນໆ ແລະ​ສ້າງ​ຮູບເຄົາຣົບ​ເພື່ອ​ຂາບໄຫວ້.

Uka jalj uñjjattʼäta Copia luraña




ເຢເຣມີຢາ 1:16
44 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ປະຖິ້ມ​ເຮົາ ແລະ​ໄປ​ຖວາຍ​ເຄື່ອງ​ບູຊາ​ແກ່​ບັນດາ​ພະອື່ນ ຊຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໃນ​ທຸກສິ່ງ ທີ່​ພວກເຂົາ​ໄດ້​ເຮັດ​ດ້ວຍ​ມື​ຂອງ​ພວກເຂົາ​ນັ້ນ. ຄວາມ​ໂກດຮ້າຍ​ຂອງເຮົາ​ລຸກ​ຂຶ້ນ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ແລະ​ຈະ​ບໍ່ດັບ​ລົງ.


ແລະ​ລາວ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ອາສາ. ລາວ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພະຣາຊາ ແລະ​ພວກທ່ານ​ທີ່​ເປັນ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ຂ້ານ້ອຍ​ເຖີດ ພຣະເຈົ້າຢາເວ​ຈະ​ສະຖິດ​ຢູ່​ນຳ​ພວກທ່ານ ຕາບໃດ​ທີ່​ພວກທ່ານ​ຢູ່​ກັບ​ພຣະອົງ. ຖ້າ​ພວກທ່ານ​ຊອກ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ພວກທ່ານ​ໄດ້​ພົບ​ພຣະອົງ; ແຕ່​ຖ້າ​ພວກທ່ານ​ຫັນໜີ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ພວກທ່ານ.


ຄື​ເຮັດ​ຕາມ​ແບບຢ່າງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ສ້າງ​ຮູບ​ພະບາອານ​ເປັນ​ໂລຫະ​ຂຶ້ນ,


ພວກເຂົາ​ປະຖິ້ມ​ເຮົາ​ແລະ​ໄປ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ບັນດາ​ພະອື່ນ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ຍ້ອນ​ສິ່ງ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ. ເຮົາ​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ​ຢ່າງ​ບໍ່ມີ​ມື້​ສິ້ນສຸດ.


ແຕ່​ຖ້າ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ ບໍ່​ເຊື່ອຟັງ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ ແລະ​ຫັນ​ໄປ​ຂາບໄຫວ້​ບັນດາ​ພະອື່ນ,


ດິນແດນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຮູບເຄົາຣົບ ແລະ​ຕ່າງ​ກໍ​ຂາບໄຫວ້​ວັດຖຸ​ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ພວກເຂົາ​ເອງ.


ທັງ​ໄດ້​ຈູດ​ບັນດາ​ພະ​ຂອງ​ພວກເຂົາ​ຖິ້ມ​ຊຶ່ງ​ບໍ່ແມ່ນ​ພຣະ​ແທ້, ແຕ່​ເປັນ​ພຽງ​ຮູບ​ໄມ້ ແລະ​ຫີນ​ທີ່​ມື​ມະນຸດ​ໄດ້​ເຮັດ​ຂຶ້ນ​ເທົ່ານັ້ນ.


ມະນຸດ​ໃຊ້​ຕົ້ນໄມ້​ສ່ວນ​ໜຶ່ງ​ເຮັດ​ເປັນ​ເຊື້ອໄຟ ແລະ​ສ່ວນ​ໜຶ່ງ​ເຮັດ​ເປັນ​ຮູບເຄົາຣົບ. ສຳລັບ​ສ່ວນ​ໜຶ່ງ​ນັ້ນ​ໄດ້​ໃຊ້​ເປັນ​ຟືນ​ດັງ​ໄຟ​ຝີງ ໃຫ້​ອົບອຸ່ນ​ແລະ​ອົບ​ເຂົ້າຈີ່; ສຳລັບ​ສ່ວນ​ອື່ນ​ອີກ​ພັດ​ໃຊ້​ເຮັດ​ເປັນ​ພະ​ເພື່ອ​ຂາບໄຫວ້.


ພວກເຂົາ​ສືບຕໍ່​ຍົວະ​ເຮົາ​ໃຫ້​ໂກດຮ້າຍ​ຢ່າງ​ໜ້າ​ອັບອາຍ​ຫລາຍ​ທີ່ສຸດ. ພວກເຂົາ​ຖວາຍ​ເຄື່ອງບູຊາ​ແບບ​ຄົນຕ່າງຊາດ​ໃນ​ສວນ​ສັກສິດ ແລະ​ເຜົາ​ເຄື່ອງຫອມ​ບູຊາ​ເທິງ​ແທ່ນ​ຂອງ​ພະ​ຕ່າງຊາດ.


ມັນ​ບໍ່ມີ​ຄຸນຄ່າ​ແລະ​ຕ້ອງ​ຖືກ​ຫຍໍ້ຫຍັນ ເມື່ອ​ພຣະອົງ​ມາ​ຈັດການ​ມັນ​ຈະ​ຖືກ​ທຳລາຍ.


ສາສະໜາ​ຂອງ​ຄົນ​ເຫຼົ່ານີ້​ໄຮ້ປະໂຫຍດ​ໝົດ ພວກເຂົາ​ປໍ້າ​ກົກໄມ້​ໃນ​ປ່າ ຊ່າງ​ກໍ​ແກະສະຫລັກ​ທ່ອນ​ໄມ້


ແລ້ວ​ປະຊາຊົນ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຈະ​ໄປ​ຮ້ອງໄຫ້ ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ບັນດາ​ພະ​ທີ່​ພວກເຂົາ​ຖວາຍບູຊາ​ໃຫ້, ແຕ່​ພະ​ເຫຼົ່ານັ້ນ​ຈະ​ບໍ່​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້​ເລີຍ ເມື່ອ​ໄພພິບັດ​ມາເຖິງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ປູກຝັງ​ອິດສະຣາເອນ ແລະ​ຢູດາ, ແຕ່​ບັດນີ້​ເຮົາ​ນາບຂູ່​ພວກເຂົາ​ດ້ວຍ​ຄວາມ​ຈິບຫາຍ. ພວກເຂົາ​ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ນີ້​ມາ​ສູ່​ພວກ​ເຂົາເອງ​ຍ້ອນ​ໄດ້​ເຮັດ​ຜິດ; ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ຖວາຍບູຊາ​ແກ່​ພະບາອານ.”


ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ເຮົາ​ໄປ ພວກເຈົ້າ​ໄດ້​ຫັນ​ຫລັງ​ໃຫ້​ແກ່​ເຮົາ​ສາ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ ສະນັ້ນ ເຮົາ​ຈຶ່ງ​ກ້າວ​ອອກ​ຢຽບ​ພວກເຈົ້າ​ໃຫ້​ໝຸ່ນ​ໝົດ ເພາະ​ເຮົາ​ເມື່ອຍ​ອົດ​ທີ່​ບໍ່​ໂກດຮ້າຍ​ພວກເຈົ້າ​ແລ້ວ.


ແລ້ວ​ເຈົ້າ​ຈົ່ງ​ບອກ​ພວກເຂົາ​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ ‘ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ຫັນໜີ​ຈາກ​ເຮົາ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ພະອື່ນ. ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ແລະ​ບໍ່ໄດ້​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງເຮົາ.


ພຣະເຈົ້າຢາເວ​ຄື​ຄວາມຫວັງ​ຂອງ​ອິດສະຣາເອນ ທຸກຄົນ​ທີ່​ປະຖິ້ມ​ພຣະອົງ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ. ພວກເຂົາ​ຈະ​ດັບສູນໄປ ດັ່ງ​ຊື່​ທີ່​ຖືກ​ບັນທຶກ​ໃນ​ຂີ້ຝຸ່ນ​ດິນ ເພາະ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ອົງ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ.


ແຕ່​ປະຊາຊົນ​ຂອງເຮົາ​ກັບ​ໄດ້​ລືມໄລ​ເຮົາ​ໄປ ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ແກ່​ຮູບເຄົາຣົບ. ພວກເຂົາ​ຕ່າງ​ກໍໄດ້​ພາກັນ​ເຕະ​ສະດຸດ ຕາມ​ວິທີ​ທາງ​ທີ່​ພວກເຂົາ​ເດີນ​ໄປ​ນັ້ນ. ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ທາງ​ເດີມ​ອີກ​ຕໍ່ໄປ ພວກເຂົາ​ແວ່​ໄປ​ຕາມ​ທາງ​ຊອຍ​ທີ່​ບໍ່ໄດ້​ຂີດໝາຍ​ໄວ້​ໃຫ້.


ເຮົາ​ຈະ​ເຮັດ​ຢ່າງນີ້​ກໍ​ເພາະວ່າ​ປະຊາຊົນ​ໄດ້​ປະຖິ້ມ​ເຮົາ ແລະ​ເຮັດ​ໃຫ້​ສະຖານທີ່​ນີ້​ເປັນ​ມົນທິນ ໂດຍ​ການ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພະອື່ນ ຄື​ບັນດາ​ພະ​ທີ່​ພວກເຂົາ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຂົາ ຕະຫລອດ​ທັງ​ກະສັດ​ແຫ່ງ​ຢູດາຍ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ. ພວກເຂົາ​ໄດ້​ເຮັດ​ໃຫ້​ບ່ອນນີ້​ເປິເປື້ອນ ເຕັມ​ໄປ​ດ້ວຍ​ເລືອດ​ຂອງ​ຄົນ​ບໍ່ມີ​ຄວາມຜິດ


ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ບາບ​ໄວ້​ສອງ​ປະການ ຄື​ພວກເຂົາ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ຜູ້​ເປັນ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ແລະ​ພວກເຂົາ​ໄດ້​ຂຸດ​ອ່າງນໍ້າ​ໄວ້​ສຳລັບ​ຕົນເອງ ເປັນ​ອ່າງ​ແຕກ​ທີ່​ບັນຈຸ​ນໍ້າ​ໄວ້​ບໍ່ໄດ້.


ອິດສະຣາເອນ​ເອີຍ ເຈົ້າ​ນຳ​ສິ່ງນີ້​ມາ​ສູ່​ເຈົ້າເອງ ເຈົ້າ​ໄດ້​ປະຖິ້ມ​ເຮົາ​ແລະ​ຫັນໜີ​ໄປ​ຈາກ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໃນ​ຂະນະທີ່​ພຣະອົງ​ກຳລັງ​ພາ​ເຈົ້າ​ເດີນທາງ​ໄປ​ນັ້ນ.


ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມຊົ່ວ​ຂອງ​ເຈົ້າເອງ ເຈົ້າ​ຈະ​ຖືກ​ປະນາມ​ຍ້ອນ​ຫັນໜີ​ໄປ​ຈາກ​ເຮົາ​ນັ້ນ. ເຈົ້າ​ຈະ​ຮຽນຮູ້​ສິ່ງ​ຂື່ນຂົມ​ແລະ​ຜິດພາດ​ວ່າ​ເປັນ​ຢ່າງໃດ? ທີ່​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໂດຍ​ບໍ່ມີ​ຄວາມ​ເຄົາຣົບ ແລະ ຢຳເກງ​ເຮົາ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ພະ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ສຳລັບ​ພວກ​ເຈົ້າເອງ​ນັ້ນ​ໄປ​ໃສ​ໝົດ? ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ​ນັ້ນ ໃຫ້​ພວກເຂົາ​ມາ​ຊ່ວຍຊູ​ພວກເຈົ້າ​ແມ ຖ້າ​ພວກເຂົາ​ຊ່ວຍ​ໄດ້ ຢູດາ​ເອີຍ ພວກເຈົ້າ​ມີ​ພະ​ຕັ້ງ​ຫລວງຫລາຍ​ເທົ່າກັບ​ມີ​ເມືອງ​ຕ່າງໆ.


ແຕ່​ແມ່ນ​ລົມ​ທີ່​ພັດ​ມາ​ແຮງກວ່າ​ນັ້ນ​ຕັ້ງ​ຫລາຍເທົ່າ ຕາມ​ຄຳສັ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ທີ່​ກຳລັງ​ກ່າວ​ຕັດສິນ​ປະຊາຊົນ​ຂອງ​ພຣະອົງ.


ສະນັ້ນ ແຜ່ນດິນ​ໂລກ​ຈຶ່ງ​ຈະ​ໄວ້ທຸກ​ກັນ ແລະ​ໃນ​ຟ້າ​ສະຫວັນ​ທົ່ວໄປ​ກໍ​ຈະ​ມືດມົວ​ໄປສິ້ນ. ເຮົາ​ກ່າວ​ໄປ​ແລ້ວ​ຈະ​ບໍ່ມີ​ການ​ປ່ຽນໃຈ ເມື່ອ​ເຮົາ​ໄດ້​ຕັດສິນໃຈ​ຈະ​ບໍ່ມີ​ການ​ປ່ຽນແປງ​ອີກ.


ພວກເຮົາ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ພວກເຮົາ​ເວົ້າ​ວ່າ​ຈະ​ເຮັດ. ພວກເຮົາ​ຈະ​ຖວາຍບູຊາ​ແກ່​ເຈົ້າແມ່​ແຫ່ງ​ສະຫວັນ​ຂອງ​ພວກເຮົາ ແລະ​ພວກເຮົາ​ຈະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ ດັ່ງ​ທີ່​ພວກເຮົາ​ແລະ​ບັນພະບຸລຸດ​ຂອງ​ພວກເຮົາ, ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ຂອງ​ພວກເຮົາ, ເຄີຍ​ໄດ້​ເຮັດ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ທີ່​ນະຄອນ​ເຢຣູຊາເລັມ​ນັ້ນ. ແລ້ວ​ພວກເຮົາ​ກໍ​ເຄີຍ​ມີ​ອາຫານ​ການກິນ​ຢ່າງ​ຫລວງຫລາຍ ພວກເຮົາ​ເຄີຍ​ຈະເລີນ​ຮຸ່ງເຮືອງ ແລະ​ທັງ​ບໍ່ໄດ້​ມີ​ຄວາມ​ເດືອດຮ້ອນ​ຫຍັງ​ເລີຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ລົງໂທດ​ພວກເຂົາ​ຕໍ່​ສິ່ງ​ເຫຼົ່ານັ້ນ; ເຮົາ​ຈະ​ແກ້ແຄ້ນ​ຊົນຊາດ​ນີ້.


ເພາະ​ເລື່ອງ​ນີ້ ເຮົາ​ຈະ​ບໍ່ຄວນ​ລົງໂທດ​ພວກເຂົາ​ບໍ? ຊົນຊາດ​ບາບ​ດັ່ງນີ້ ຄວນ​ຈະ​ຖືກ​ແກ້ແຄ້ນ​ຫລື​ບໍ່?


ເມື່ອ​ແນມ​ເບິ່ງ​ສິ່ງ​ນີ້ ຄົນ​ຄື​ວ່າ​ໂງ່​ແລະ​ບໍ່​ເຂົ້າໃຈ ພວກ​ທີ່​ເຮັດ​ຮູບເຄົາຣົບ​ກໍ​ເປັນ​ຄົນ​ງົມງາຍ​ທັງນັ້ນ ເພາະ​ບັນດາ​ພະ​ທີ່​ພວກເຂົາ​ເຮັດ​ຂຶ້ນ​ມາ​ທັງໝົດ ກໍ​ລ້ວນແຕ່​ເປັນ​ພະ​ຈອມປອມ​ແລະ​ໄຮ້​ຊີວິດ.


ເຈົ້າ​ບໍ່​ເຫັນ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ໃນ​ເມືອງ​ຂອງ​ຢູດາຍ ແລະ​ທີ່​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ​ບໍ?


ພວກ​ເດັກນ້ອຍ​ຊອກ​ຫາ​ຟືນ​ມາ, ພວກ​ຜູ້ຊາຍ​ດັງ​ໄຟ​ຂຶ້ນ ແລະ​ພວກຜູ້ຍິງ​ນັ້ນ​ນວດ​ແປ້ງ​ເຮັດ​ເຂົ້າໜົມ​ຫວານ​ເພື່ອ​ຖວາຍ​ໃຫ້​ເຈົ້າແມ່ ທີ່​ພວກເຂົາ​ເອີ້ນ​ວ່າ, ເຈົ້າຍິງ​ແຫ່ງ​ສະຫວັນ. ພວກເຂົາ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ ເພື່ອ​ເຮັດ​ໃຫ້​ເຮົາ​ເຈັບຊໍ້າ​ໜຳໃຈ.


ພວກເຈົ້າ​ລັກ, ຂ້າເຈົ້າ​ເອົາຂອງ, ລ່ວງເກີນ​ຜົວເມຍ​ຄົນອື່ນ, ສາບານ​ດ້ວຍ​ຄວາມ​ບໍ່ຈິງ, ຖວາຍບູຊາ​ແກ່​ພະບາອານ ແລະ​ຂາບໄຫວ້​ພະຕ່າງໆ​ທີ່​ພວກເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ.


ເຈົ້າ​ຍັງ​ໄດ້​ເອົາ​ເຄື່ອງ​ປັກແສ່ວ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ໄປ​ວາງ​ໄວ້​ເທິງ​ຮູບ​ນັ້ນ ແລະ​ຖວາຍ​ນໍ້າມັນ​ໝາກກອກເທດ​ກັບ​ເຄື່ອງຫອມ​ທີ່​ເຮົາ​ມອບ​ໃຫ້​ເຈົ້າ​ແກ່​ມັນ.


ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ. ເວລາ​ທີ່​ເຮົາ​ຈະ​ລົງມື​ດຳເນີນການ​ນັ້ນ​ມາ​ເຖິງ​ແລ້ວ. ເຮົາ​ຈະ​ບໍ່​ເມີນເສີຍ​ຕໍ່​ບາບ​ນາໆ​ປະການ​ຂອງເຈົ້າ ຫລື​ສະແດງ​ຄວາມ​ເມດຕາ​ຕໍ່​ເຈົ້າ. ເຈົ້າ​ຈະ​ຖືກ​ລົງໂທດ​ເພາະ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ເຮົາ​ໄດ້​ເອີ້ນ​ເອົາ​ລາວ​ຫລາຍ​ເທົ່າໃດ ລາວ​ກໍ​ຍິ່ງ​ຫັນໜີ​ຈາກ​ເຮົາ ໄປ​ຫລາຍ​ເທົ່ານັ້ນ. ປະຊາຊົນ​ຂອງເຮົາ​ໄດ້​ຖວາຍ​ສັດ​ບູຊາ​ແກ່​ພະບາອານ ແລະ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ຖວາຍ​ແກ່​ຮູບເຄົາຣົບ.


ນາຍຊ່າງ​ຊາວ​ອິດສະຣາເອນ​ໄດ້​ສ້າງ​ຮູບເຄົາຣົບ ຮູບ​ນັ້ນ​ບໍ່ແມ່ນ​ພຣະເຈົ້າ ງົວ​ຄຳ​ທີ່​ຊາວ​ຊາມາເຣຍ​ຂາບໄຫວ້​ຈະ​ຖືກ​ທຳລາຍ​ໃຫ້​ໝຸ່ນ​ທະລາຍ​ໄປ.


ພຣະເຈົ້າຢາເວ​ຮ້ອງ​ສັ່ງ​ກອງທັບ​ຂອງ​ພຣະອົງ ກອງທັບ​ທີ່​ເຊື່ອຟັງ ມີ​ຈຳນວນ​ຫລາຍ​ແລະ​ມີຣິດ. ວັນ​ຂອງ​ພຣະເຈົ້າຢາເວ​ໜ້າຢ້ານກົວ​ທີ່ສຸດ ແມ່ນ​ຜູ້ໃດ​ແດ່​ເດ​ຈະ​ລອດຊີວິດ​ໄປ​ໄດ້?


ໃນ​ເວລາ​ນັ້ນ ພວກເຂົາ​ໄດ້​ສ້າງ​ຮູບເຄົາຣົບ​ເປັນ​ຮູບ​ງົວ​ນ້ອຍ​ໂຕໜຶ່ງ​ຂຶ້ນ ແລ້ວ​ກໍ​ເອົາ​ເຄື່ອງ​ບູຊາ​ມາ​ຖວາຍ​ແກ່​ຮູບ​ນັ້ນ ແລະ​ຈັດງານ​ຄຶກຄື້ນ​ມ່ວນຊື່ນ​ສະຫລອງ​ສິ່ງ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ຕົນເອງ​ນັ້ນ.


ຖ້າ​ພວກເຈົ້າ​ເຮັດ​ຊົ່ວ​ແລະ​ປະຖິ້ມ​ພຣະເຈົ້າຢາເວ​ໄປ ພຣະອົງ​ກໍ​ຈະ​ນຳ​ຄວາມ​ຈິບຫາຍ​ຄວາມ​ສັບສົນ​ວຸ້ນວາຍ ແລະ​ຄວາມ​ຫຍຸ້ງຍາກ​ລຳບາກ​ນາໆ​ປະການ​ມາ​ສູ່​ທຸກສິ່ງ​ທີ່​ພວກເຈົ້າ​ເຮັດ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ​ຢ່າງ​ໄວວາ​ຈົນກ້ຽງ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ​ຈະ​ຕາຍ​ໃນ​ໄວໆ​ນີ້ ແລະ​ຫລັງຈາກ​ເຈົ້າ​ຕາຍໄປ​ແລ້ວ​ປະຊາຊົນ​ກໍ​ຈະ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ. ພວກເຂົາ​ຈະ​ປະຖິ້ມ​ເຮົາ ແລະ​ໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ​ໃນ​ດິນແດນ​ທີ່​ພວກເຂົາ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.


ແລະ​ຖ້າ​ພວກເຈົ້າ​ປະຖິ້ມ​ພຣະເຈົ້າຢາເວ​ໄປ​ບົວລະບັດ​ຮັບໃຊ້​ບັນດາ​ພະ​ຂອງ​ຕ່າງຊາດ​ແລ້ວ ພຣະອົງ​ກໍ​ຈະ​ຫັນ​ມາ​ຕໍ່ສູ້ ແລະ​ລົງໂທດ​ພວກເຈົ້າ. ພຣະອົງ​ຈະ​ທຳລາຍ​ພວກເຈົ້າ ເຖິງ​ແມ່ນ​ວ່າ​ພຣະອົງ​ໄດ້​ເຮັດ​ດີ​ຕໍ່​ພວກເຈົ້າ​ກໍຕາມ.”


ມະນຸດ​ທີ່​ຍັງເຫລືອ​ຢູ່ ເປັນ​ພວກ​ທີ່​ບໍ່ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫຼົ່ານັ້ນ, ກໍ​ຍັງ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ​ນັ້ນ, ພວກເຂົາ​ບໍ່​ເຊົາ​ບູຊາ​ຜີມານຮ້າຍ ບູຊາ​ຮູບເຄົາຣົບ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງ​ເຫລືອງ, ດ້ວຍ​ຫີນ ແລະ​ດ້ວຍ​ໄມ້​ ຊຶ່ງ​ບໍ່​ສາມາດ​ເຫັນ​ໄດ້, ບໍ່​ສາມາດ​ໄດ້ຍິນ ແລະ​ບໍ່​ສາມາດ​ຍ່າງ​ໄປມາ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka