ເຢເຣມີຢາ 1:15 - ພຣະຄຳພີສັກສິ15 ເພາະເຮົາກຳລັງເອີ້ນເອົາທຸກຊົນຊາດທາງທິດເໜືອໃຫ້ມາ. ພຣະເຈົ້າຢາເວກ່າວວ່າ ບັນດາກະສັດຂອງພວກເຂົາຈະຕັ້ງບັນລັງຂຶ້ນທີ່ປະຕູຂອງນະຄອນເຢຣູຊາເລັມ ແລະ ອ້ອມກຳແພງເມືອງ ຕະຫລອດທັງອ້ອມເມືອງອື່ນໆຂອງຢູດາຍດ້ວຍ. Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວໄດ້ກ່າວວ່າ, “ປະຊາຊົນກຳລັງເວົ້າວ່າ ບ່ອນນີ້ເປັນດັ່ງຖິ່ນແຫ້ງແລ້ງກັນດານ; ໃນທີ່ນັ້ນບໍ່ມີແມ່ນແຕ່ຄົນ ແລະສັດອາໄສຢູ່. ເຂົາເວົ້າຖືກແລ້ວ; ເມືອງຂອງຢູດາຍກັບຕາມທ້ອງຖະໜົນຂອງນະຄອນເຢຣູຊາເລັມກໍຫວ່າງເປົ່າ; ບໍ່ມີຄົນຫລືສັດອາໄສຢູ່ເລີຍ, ແຕ່ໃນບ່ອນເຫຼົ່ານີ້ ພວກເຈົ້າຈະໄດ້ຍິນອີກເທື່ອໃໝ່
ແລ້ວໃຫ້ບອກພວກເຂົາວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ ເຮົາຈະນຳພາກະສັດເນບູກາດເນັດຊາແຫ່ງບາບີໂລນ ຜູ້ຮັບໃຊ້ຂອງເຮົາມາບ່ອນນີ້ ແລະລາວ ຈະຕັ້ງບັນລັງຂອງລາວເທິງກ້ອນຫີນເຫຼົ່ານີ້ ຊຶ່ງເຈົ້າ ໄດ້ຝັງໄວ້ ແລະຈະກາງເຕັນແຫ່ງກະສັດເທິງກ້ອນຫີນນັ້ນ.
ບັນດາກະສັດທັງໝົດທາງທິດເໜືອກໍຢູ່ທີ່ນັ້ນເຊັ່ນດຽວກັນກັບຊາວຊີໂດນ. ຄັ້ງໜຶ່ງ ອຳນາດຂອງພວກເຂົາໄດ້ກະຈາຍຄວາມຢ້ານກົວອັນໃຫຍ່; ແຕ່ບັດນີ້ ພວກເຂົາລົງໄປຢ່າງອັບອາຍຂາຍໜ້າກັບພວກທີ່ໄດ້ຖືກຂ້າໃນສະໜາມຮົບ ແລະໄດ້ນອນພັກຜ່ອນໂດຍບໍ່ໄດ້ຮັບພິທີຕັດ. ພວກເຂົາແບ່ງຄວາມອັບອາຍຂາຍໜ້າກັບພວກທີ່ລົງໄປສູ່ແດນມໍຣະນານັ້ນ.