Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 1:13 - ພຣະຄຳພີສັກສິ

13 ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍ​ມາເຖິງ​ຂ້າພະເຈົ້າ​ຄັ້ງທີ​ສອງ​ວ່າ, “ເຈົ້າ​ເຫັນ​ຫຍັງ​ອີກ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ໝໍ້​ໜ່ວຍ​ໜຶ່ງ​ທີ່​ກຳລັງ​ຟົດ​ຢູ່​ທາງ​ທິດເໜືອ ແລະ​ປາກໝໍ້​ນັ້ນ​ກໍ​ປິ່ນ​ມາ​ທາງ​ພີ້.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 1:13
10 Jak'a apnaqawi uñst'ayäwi  

ສາເຫດ​ທີ່​ທ່ານ​ຝັນ​ສອງ​ເທື່ອນັ້ນ ໝາຍຄວາມວ່າ​ພຣະເຈົ້າ​ໄດ້​ກຳນົດ​ການ​ນີ້​ໄວ້​ແລ້ວ ແລະ​ພຣະເຈົ້າ​ຈະ​ໃຫ້​ສິ່ງ​ນັ້ນ​ເກີດຂຶ້ນ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້.


ສະນັ້ນ ຖ້ອຍຄຳ​ທີ່​ເຮົາ​ກ່າວ​ໄປ​ກໍ​ເຊັ່ນດຽວ​ກັນ ຄື​ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ໂດຍ​ສູນເປົ່າ ຈະ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງ​ແຜນການ ແລະ​ທຸກສິ່ງ​ທີ່​ເຮົາ​ໃຊ້​ໄປ​ເຮັດ​ນັ້ນ ຈະ​ເກີດຜົນ​ຈະເລີນ​ຂຶ້ນ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ເຫັນ​ໝາກເດື່ອ ໜ່ວຍ​ດີ​ກໍ​ດີ​ທີ່ສຸດ ແລະ​ໜ່ວຍ​ບໍ່​ດີ​ກໍ​ບໍ່​ດີ​ຈົນ​ກິນ​ບໍ່ໄດ້.”


ພວກເຂົາ​ເວົ້າ​ວ່າ, ‘ພວກເຮົາ​ຈະ​ປຸກ​ເຮືອນ​ຂຶ້ນ​ອີກ ໃນ​ໄວໆ​ນີ້. ເມືອງ​ນີ້​ເປັນ​ດັ່ງ​ໝໍ້​ຄົວກິນ​ແລະ​ພວກເຮົາ​ກໍ​ເປັນ​ດັ່ງ​ຊີ້ນ​ໃນ​ໝໍ້.’


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ພວກເຈົ້າ​ວ່າ: ເມືອງ​ນີ້​ເປັນ​ໝໍ້​ຄົວກິນ​ຖືກຕ້ອງ​ແລ້ວ ແຕ່​ຊີ້ນ​ຢູ່​ໃສ? ກໍ​ແມ່ນ​ຊາກສົບ​ຂອງ​ຄົນ​ທີ່​ພວກເຈົ້າ​ໄດ້​ຂ້າ​ນັ້ນ​ເອງ ພວກເຈົ້າ​ຈະ​ບໍ່ໄດ້​ຢູ່​ທີ່​ນີ້ ເຮົາ​ຈະ​ໂຍນ​ພວກເຈົ້າ​ອອກ​ໄປ​ຈາກ​ເມືອງ​ນີ້


ສະນັ້ນ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ມັນ​ຈະ​ບໍ່​ຊັກຊ້າ​ອີກ​ຕໍ່ໄປ. ຖ້ອຍຄຳ​ທີ່​ເຮົາ​ໄດ້​ເວົ້າ​ນັ້ນ​ຈະ​ເກີດຂຶ້ນ.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ພຣະອົງ​ຖາມ​ວ່າ, “ອາໂມດ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ເຫັນ​ກະຕ່າ​ໝາກໄມ້​ລະດູຮ້ອນ.” ພຣະເຈົ້າຢາເວ​ໄດ້ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຍຸກ​ສຸດທ້າຍ ໄດ້​ມາຮອດ​ແລ້ວ​ສຳລັບ​ຊາດ​ອິດສະຣາເອນ ປະຊາຊົນ​ຂອງເຮົາ. ເຮົາ​ຈະ​ບໍ່​ປ່ຽນໃຈ​ໃນ​ການ​ລົງໂທດ​ພວກເຂົາ.


ເພິ່ນ​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ໄດ້​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ເຫັນ​ຕີນ​ຮອງ​ຕະກຽງ​ທີ່​ເປັນ​ຄຳ ເທິງ​ຈອມ​ນັ້ນ​ມີ​ອ່າງ​ໜ່ວຍ​ໜຶ່ງ​ສຳລັບ​ໃສ່​ນໍ້າມັນ. ທີ່​ເທິງ​ຕີນ​ຮອງ​ຕະກຽງ​ນັ້ນ​ມີ​ຕະກຽງ​ເຈັດ​ໜ່ວຍ ແລະ​ແຕ່ລະ​ໜ່ວຍ​ມີ​ໄສ້​ເຈັດ​ອັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka