12 ພຣະເຈົ້າຢາເວກ່າວຕໍ່ຂ້າພະເຈົ້າວ່າ, “ເຈົ້າເວົ້າຖືກແລ້ວ ແລະເຮົາກຳລັງເຝົ້າຄອຍເບິ່ງ ໃຫ້ຖ້ອຍຄຳຂອງເຮົາກາຍເປັນຈິງ.”
ສະນັ້ນ ຖ້ອຍຄຳທີ່ເຮົາກ່າວໄປກໍເຊັ່ນດຽວກັນ ຄືຈະບໍ່ກັບຄືນມາຫາເຮົາໂດຍສູນເປົ່າ ຈະສຳເລັດຕາມທີ່ເຮົາໄດ້ວາງແຜນການ ແລະທຸກສິ່ງທີ່ເຮົາໃຊ້ໄປເຮັດນັ້ນ ຈະເກີດຜົນຈະເລີນຂຶ້ນ.
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍມາເຖິງຂ້າພະເຈົ້າຄັ້ງທີສອງວ່າ, “ເຈົ້າເຫັນຫຍັງອີກແດ່?” ຂ້າພະເຈົ້າຕອບວ່າ, “ຂ້ານ້ອຍເຫັນໝໍ້ໜ່ວຍໜຶ່ງທີ່ກຳລັງຟົດຢູ່ທາງທິດເໜືອ ແລະປາກໝໍ້ນັ້ນກໍປິ່ນມາທາງພີ້.”
ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ເຈົ້າເຫັນຫຍັງແດ່?” ຂ້າພະເຈົ້າຕອບວ່າ, “ເຫັນໝາກເດື່ອ ໜ່ວຍດີກໍດີທີ່ສຸດ ແລະໜ່ວຍບໍ່ດີກໍບໍ່ດີຈົນກິນບໍ່ໄດ້.”
ເຮົາໄດ້ຄອຍເຝົ້າເພື່ອຖອນຮາກ, ຫລົກຖິ້ມ, ໂຄ່ນລົ້ມ, ທຳລາຍ, ແລະຮື້ພວກເຂົາຖິ້ມສັນໃດ ເຮົາກໍຈະເບິ່ງແຍງເພື່ອປູກແລະກໍ່ສ້າງພວກເຂົາຂຶ້ນສັນນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແຕ່ພຣະເຈົ້າຢາເວຈະກ່າວແກ່ພວກເຂົາວ່າ ເຮົາຈະກ່າວແລະສິ່ງທີ່ເຮົາກ່າວກໍຈະເກີດຂຶ້ນ. ມັນຈະບໍ່ຊັກຊ້າອີກຕໍ່ໄປ. ຄົນກະບົດເອີຍ ໃນຄາວທີ່ພວກເຈົ້າຍັງມີຊີວິດຢູ່ນີ້ ເຮົາຈະເຮັດຕາມຖ້ອຍຄຳທີ່ເຮົາໄດ້ເຕືອນພວກເຈົ້າແລ້ວ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
ສະນັ້ນ ຈົ່ງບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ມັນຈະບໍ່ຊັກຊ້າອີກຕໍ່ໄປ. ຖ້ອຍຄຳທີ່ເຮົາໄດ້ເວົ້ານັ້ນຈະເກີດຂຶ້ນ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
ພຣະອົງຖາມວ່າ, “ອາໂມດ ເຈົ້າເຫັນຫຍັງແດ່?” ຂ້າພະເຈົ້າຕອບວ່າ, “ເຫັນກະຕ່າໝາກໄມ້ລະດູຮ້ອນ.” ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຍຸກສຸດທ້າຍ ໄດ້ມາຮອດແລ້ວສຳລັບຊາດອິດສະຣາເອນ ປະຊາຊົນຂອງເຮົາ. ເຮົາຈະບໍ່ປ່ຽນໃຈໃນການລົງໂທດພວກເຂົາ.
ພຣະເຢຊູເຈົ້າຕອບວ່າ, “ທ່ານຕອບຖືກແລ້ວ ຈົ່ງປະຕິບັດຕາມນີ້ ແລະທ່ານຈະໄດ້ຊີວິດ.”
ແລ້ວທຳມະຈານບາງຄົນກໍເວົ້າຂຶ້ນວ່າ, “ອາຈານເອີຍ ທ່ານເວົ້າໄດ້ດີຫລາຍ.”
ສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ, ‘ເປັນຄຳຂໍຮ້ອງທີ່ສະຫລາດແທ້.
ພຮະອົງຈະແກ້ແຄ້ນ ແລະລົງໂທດພວກເຂົາ; ມື້ເຄາະກຳໃກ້ເຂົ້າມາ ມື້ທີ່ພວກເຂົາຫຼົ້ມຈົມຈະມາຮອດ.
ເມື່ອພຣະເຈົ້າຢາເວໄດ້ຍິນພວກເຈົ້າບອກເຊັ່ນນີ້ ພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າວ່າ, ‘ເຮົາໄດ້ຍິນສິ່ງທີ່ປະຊາຊົນເຫຼົ່ານີ້ເວົ້າ ແລະພວກເຂົາກໍເວົ້າຖືກຕ້ອງແລ້ວ.