ເຢເຣມີຢາ 1:10 - ພຣະຄຳພີສັກສິ10 ວັນນີ້ ເຮົາໃຫ້ເຈົ້າມີອຳນາດເໜືອປະຊາຊາດແລະອານາຈັກທັງຫລາຍ ເພື່ອໃຫ້ຖອນຮາກແລະຮື້ຖິ້ມ ເພື່ອໃຫ້ທຳລາຍແລະໂຄ່ນລົ້ມ ເພື່ອໃຫ້ກໍ່ສ້າງແລະປູກຝັງ.” Uka jalj uñjjattʼäta |
ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’