3 ເຈົ້າຢາບິນມີລົດຮົບເຫຼັກເກົ້າຮ້ອຍຄັນ ແລະເພິ່ນໄດ້ປົກຄອງປະຊາຊົນອິດສະຣາເອນ ໂດຍການບີບບັງຄັບຢ່າງໜັກເປັນເວລາຊາວປີ. ແລ້ວປະຊາຊົນອິດສະຣາເອນກໍໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍເຫລືອ.
ພວກເຂົາຖືກກົດຂີ່ໂດຍສັດຕູ ແລະພວກເຂົາກໍຕົກ ຢູ່ໃຕ້ອຳນາດຂອງເຫຼົ່າສັດຕູຈົນໝົດສິ້ນ.
ເມື່ອເຈົ້າຖືກເດືອດຮ້ອນ ຈົ່ງຮ້ອງຫາເຮົາ ເຮົາຈະຊ່ວຍເຈົ້າໃຫ້ພົ້ນ ແລະເຈົ້າກໍຈະຍ້ອງຍໍສັນລະເສີນເຮົາ.”
ເທື່ອໃດທີ່ພຣະອົງໄດ້ຂ້າບາງຄົນໃນພວກເຂົາ ຄົນທີ່ເຫຼືອກໍຫັນກັບມາຫາພຣະອົງເທື່ອນັ້ນ. ພວກເຂົາໄດ້ກັບມາດ້ວຍສຳນຶກຜິດຢູ່ໃນຈິດໃຈ ແລະພາວັນນາອະທິຖານຕໍ່ພຣະເຈົ້າດ້ວຍຈິດໃຈຮ້ອນຮົນຍິ່ງ.
ຕໍ່ມາອີກຫລາຍປີ ກະສັດຟາໂຣແຫ່ງປະເທດເອຢິບກໍໄດ້ຕາຍໄປ, ແຕ່ເພາະຊາວອິດສະຣາເອນຍັງຕົກເປັນທາດຮັບໃຊ້ຢູ່ ພວກເຂົາຈຶ່ງຮ້ອງໄຫ້ຄວນຄາງແລະຮ້ອງຫາຜູ້ຊ່ວຍເຫລືອ. ສຽງຂໍຮ້ອງຂອງພວກເຂົາໄດ້ດັງຂຶ້ນໄປເຖິງພຣະເຈົ້າ.
ພວກເຈົ້າຈະຍ່າງງົມໆທ່າວໆ ໄປມາໃນກາງເວັນເໝືອນຄົນຕາບອດ ແລະຈະຫາທາງເດີນບໍ່ພົບ. ວຽກງານທີ່ພວກເຈົ້າເຮັດຈະບໍ່ຈະເລີນຮຸ່ງເຮືອງ. ພວກເຈົ້າຈະຖືກກົດຂີ່ ແລະຖືກເກັບກວາດຖືກຈີ້ເປັນປະຈຳ ແລະທັງຈະບໍ່ມີຜູ້ໃດມາຊ່ວຍເຫລືອພວກເຈົ້າ.
ຊົນຊາດຕ່າງດ້າວຈະມາຢຶດເອົາພືດຜົນ ທີ່ພວກເຈົ້າໄດ້ປູກຝັງໄວ້ດ້ວຍຄວາມຍາກລຳບາກ ໄປຈົນໝົດກ້ຽງ, ແຕ່ພວກເຈົ້າບໍ່ໄດ້ຫຍັງໝົດ ຊໍ້າບໍ່ໜຳຍັງຖືກກົດຂີ່ ແລະຖືກຂົ່ມເຫັງຢ່າງທາລຸນ.
ແລ້ວພວກເຂົາກໍຕອບວ່າ, “ທາງເຂດເນີນພູນີ້ນ້ອຍໂພດສຳລັບພວກເຮົາ ສ່ວນພວກການາອານທີ່ຢູ່ຕາມທົ່ງພຽງ ຕ່າງກໍມີລົດຮົບເຫຼັກ ທັງພວກທີ່ຢູ່ໃນເບັດເຊອານ ແລະພວກທີ່ຢູ່ຕາມເມືອງເລັກເມືອງນ້ອຍອ້ອມແອ້ມ ແລະພວກທີ່ຢູ່ໃນຮ່ອມພູຢິດຊະເຣນ.”
ແລ້ວຊາວອິດສະຣາເອນກໍຮ້ອງຫາພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ສູ້ພຣະອົງ ດ້ວຍວ່າພວກຂ້ານ້ອຍໄດ້ໜີໄປຈາກພຣະເຈົ້າຂອງພວກຂ້ານ້ອຍ ແລະໄປຂາບໄຫວ້ພະບາອານ.”
ດັ່ງນັ້ນ ພວກເຂົາຈຶ່ງເຊົາເຊື່ອຖືບັນດາພະຕ່າງຊາດ ແລະກັບມານະມັດສະການພຣະເຈົ້າຢາເວອີກ. ແລ້ວພຣະອົງກໍທຸກຮ້ອນໃຈ ທີ່ເຫັນຄວາມລຳບາກຂອງຊາດອິດສະຣາເອນ.
ແລ້ວຊາວອິດສະຣາເອນກໍຮ້ອງຫາພຣະເຈົ້າຢາເວອີກ ແລະພຣະເຈົ້າຢາເວໄດ້ສົ່ງຊາຍຄົນໜຶ່ງມາຊ່ວຍພວກເຂົາໃຫ້ພົ້ນ. ຊາຍຄົນນີ້ແມ່ນເອຮຸດ ຄົນແຮງກໍ້າຊ້າຍຜູ້ທີ່ເປັນລູກຊາຍຂອງເກຣາຈາກເຜົ່າເບັນຢາມິນ. ປະຊາຊົນອິດສະຣາເອນໄດ້ໃຊ້ເອຮຸດນຳເອົາຂອງຂວັນ ໄປມອບໃຫ້ກະສັດເອກໂລນແຫ່ງໂມອາບ.
ແລ້ວຊາວອິດສະຣາເອນກໍໄດ້ຮ້ອງຫາພຣະເຈົ້າຢາເວ ແລະພຣະເຈົ້າຢາເວໄດ້ສົ່ງຊາຍຜູ້ໜຶ່ງມາຊ່ວຍພວກເຂົາໃຫ້ພົ້ນ. ຊາຍຜູ້ນີ້ແມ່ນໂອດນີເອນ ລູກຊາຍຂອງເກນາດຜູ້ທີ່ເປັນນ້ອງຊາຍຂອງກາເລັບ.
ລາວຈຶ່ງສັ່ງເອົາລົດຮົບເຫຼັກເກົ້າຮ້ອຍຄັນ ພ້ອມກັບກຳລັງພົນທັງໝົດ ແລະຍົກທັບຈາກເມືອງຮາໂຣເຊັດຂອງຄົນຕ່າງຊາດ ໄປສູ່ຫ້ວຍນໍ້າກີໂຊນ.
ໃນສະໄໝນັ້ນ ແມ່ນນາງເດໂບຣາເມຍຂອງລັບປີໂດດ ເປັນຜູ້ທຳນວາຍ ແລະທັງເປັນຜູ້ປົກຄອງຂອງຊາວອິດສະຣາເອນດ້ວຍ.
ຕໍ່ມາ ສົງຄາມຈຶ່ງເກີດຂຶ້ນໃນດິນແດນ ເມື່ອຊາວອິດສະຣາເອນເລືອກພະຕົນໃໝ່. ໃນຊາດອິດສະຣາເອນມີທະຫານສີ່ສິບພັນຄົນ ມີໃຜຖືຫອກແລະໂລ້ເປັນອາວຸດແດ່ຫລືບໍ່?
ແລະຊາດອິດສະຣາເອນຈຶ່ງໝົດທາງທີ່ຈະສູ້ຮົບກັບພວກມີດີອານ. ແລ້ວຊາວອິດສະຣາເອນກໍໄດ້ຮ້ອງຫາພຣະເຈົ້າຢາເວ.
ແລະເວົ້າຕໍ່ຊາມູເອນວ່າ, “ຢ່າຢຸດພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ເພື່ອພຣະອົງຈະຊ່ວຍເຫລືອພວກເຮົາໃຫ້ພົ້ນຈາກພວກຟີລິດສະຕິນ.”