ພວກ^ຜູ້ປົກຄອງ 3:3 - ພຣະຄຳພີສັກສິ3 ພວກທີ່ຍັງເຫລືອຢູ່ໃນດິນແດນນັ້ນ ມີດັ່ງນີ້: ຊາວຟີລິດສະຕິນຢູ່ໃນຫ້າເມືອງ, ຊາວການາອານທັງໝົດ, ຊາວຊີໂດນ ແລະຊາວຮີວີທີ່ຢູ່ຕາມເທິງພູເລບານອນ ຕັ້ງແຕ່ພູບາອານ-ເຮີໂມນຈົນເຖິງທາງຜ່ານຂອງຊ່ອງແຄບຮາມັດ. Uka jalj uñjjattʼäta |
ພວກຄົນງານທີ່ກະສັດໂຊໂລໂມນໄດ້ເກນເອົານີ້ ແມ່ນເຊື້ອສາຍຂອງຊາວການາອານ ທີ່ຊາວອິດສະຣາເອນໄດ້ໄວ້ຊີວິດຂອງພວກເຂົາ ຕອນທີ່ຢຶດເອົາດິນແດນຂອງພວກເຂົານັ້ນ. ພວກເຫຼົ່ານີ້ມີດັ່ງນີ້: ຊາວອາໂມ, ຊາວຮິດຕີ, ຊາວເປຣິຊີ ຊາວຮີວີແລະຊາວເຢບຸດ; ລູກຫລານຂອງພວກເຫຼົ່ານີ້ຍັງສືບຕໍ່ເປັນທາດຮັບໃຊ້ມາຈົນເທົ່າທຸກວັນນີ້.
ດັ່ງນັ້ນ ຊາຍທັງຫ້າຄົນຈຶ່ງຈາກໄປທີ່ເມືອງລາອິດ. ໃນເມືອງນີ້ພວກເຂົາເຫັນວ່າ ປະຊາຊົນຢູ່ກັນຢ່າງປອດໄພເໝືອນກັບພວກຊີໂດນ ຢູ່ກັນຢ່າງສະຫງົບສຸກແລະມິດງຽບ ຢ່າງບໍ່ມີການຜິດຂ້ອງຕ້ອງຖຽງກັນເລີຍ. ພວກເຂົາມີທຸກສິ່ງທີ່ຕ້ອງການ. ພວກເຂົາຢູ່ຫ່າງໄກຈາກພວກຊີໂດນ ແລະບໍ່ມີສ່ວນກ່ຽວຂ້ອງກັບຄົນອື່ນ.
ສ່ວນກ້ອນຄຳທີ່ເປັນແບບຮູບໜູແມ່ນສຳລັບເມືອງຕ່າງໆຂອງພວກຟີລິດສະຕິນ ຊຶ່ງຖືກປົກຄອງໂດຍກະສັດຫ້າຄົນ ພ້ອມທັງເມືອງທີ່ມີປ້ອມປ້ອງກັນດ້ວຍ. ສ່ວນໂງ່ນຫີນໃນທົ່ງນາຂອງໂຢຊວຍທີ່ເບັດເຊເມດ ບ່ອນທີ່ຊາວເມືອງວາງຫີບຂອງພຣະເຈົ້າຢາເວໃສ່ນັ້ນ ກໍຍັງເປັນຫຼັກຖານພະຍານເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນຈົນເທົ່າເຖິງທຸກວັນນີ້.