ພວກ^ຜູ້ປົກຄອງ 2:3 - ພຣະຄຳພີສັກສິ3 ສະນັ້ນ ເຮົາຈຶ່ງຂໍບອກພວກເຈົ້າດຽວນີ້ໂລດວ່າ ເຮົາຈະບໍ່ຂັບໄລ່ປະຊາຊົນເຫຼົ່ານີ້ອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປໃນທີ່ນັ້ນ. ພວກເຂົາຈະເປັນສັດຕູ ຂອງພວກເຈົ້າແລະການຂາບໄຫວ້ບັນດາພະຂອງພວກເຂົາກໍຈະເປັນສິ່ງລໍ້ລວງພວກເຈົ້າ ໃຫ້ເຮັດບາບອັນຮ້າຍແຮງ.” Uka jalj uñjjattʼäta |
ກໍໃຫ້ພວກເຈົ້າຮູ້ແນ່ວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະບໍ່ຂັບໄລ່ຊົນຊາດເຫຼົ່ານັ້ນອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ. ນອກຈາກນີ້ ພວກເຂົາຈະເປັນດັ່ງແຮ້ວແລະຫລຸມດັກຈັບເພື່ອໃຫ້ພວກເຈົ້າໄດ້ຮັບອັນຕະລາຍ ແລະເປັນດັ່ງໄມ້ແສ້ຂ້ຽນຫລັງ ຫລືສ້ຽນໃນຕາທີ່ເຮັດໃຫ້ພວກເຈົ້າໄດ້ຮັບຄວາມເຈັບປວດ. ເລື່ອງນີ້ຈະມີຢູ່ຕໍ່ໄປຈົນກວ່າບໍ່ມີຜູ້ໃດໃນພວກເຈົ້າເຫຼືອຢູ່ໃນດິນແດນອັນສວຍງາມນີ້ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າ.