Biblia Todo Logo
Internet tuqin Biblia

- Anuncios ukanaka -




ພວກ^ຜູ້ປົກຄອງ 1:3 - ພຣະຄຳພີສັກສິ

3 ແລ້ວ​ຊາວ​ຢູດາ​ກໍໄດ້​ຊວນ​ຊາວ​ຊີເມໂອນ​ວ່າ, “ພວກເຈົ້າ​ໄປ​ກັບ​ພວກຂ້ອຍ​ເທາະ ໄປ​ຍັງ​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ພວກຂ້ອຍ ແລະ​ພວກເຮົາ​ຈະ​ພ້ອມກັນ​ສູ້ຮົບ​ພວກ​ການາອານ. ແລ້ວ​ພວກຂ້ອຍ​ກໍ​ຈະ​ໄປ​ກັບ​ພວກເຈົ້າ ສູ່​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ພວກເຈົ້າ.”

Uka jalj uñjjattʼäta Copia luraña




ພວກ^ຜູ້ປົກຄອງ 1:3
7 Jak'a apnaqawi uñst'ayäwi  

ນາງ​ຕັ້ງ​ທ້ອງ​ອີກ​ແລະ​ເກີດ​ລູກຊາຍ​ຜູ້​ທີ​ສອງ. ນາງ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ໃຫ້​ລູກຊາຍ​ຜູ້​ນີ້​ແກ່​ຂ້ອຍ ເພາະ​ພຣະອົງ​ໄດ້ຍິນ​ວ່າ​ຜົວ​ບໍ່​ຮັກ​ຂ້ອຍ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ ຊີເມໂອນ.


ໂຢອາບ​ບອກ​ອາບີໄຊ​ວ່າ, “ຖ້າ​ເຈົ້າ​ເຫັນ​ພວກ​ຊີເຣຍ​ເອົາ​ຊະນະ​ຂ້ອຍ ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ​ເດີ. ຖ້າ​ພວກ​ອຳໂມນ​ເອົາ​ຊະນະ​ເຈົ້າ ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ.


ການ​ໃຊ້​ສະຫລາກ​ຄັ້ງ​ທີ​ສອງ​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຊີເມໂອນ. ເຂດແດນ​ນີ້​ຍາວ​ໄປ​ຈົນເຖິງ​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຜົ່າຢູດາ.


ຈາກ​ຕະກຸນ​ຊີເມໂອນ ມີ​ໜຶ່ງໝື່ນ​ສອງພັນ​ຄົນ, ຈາກ​ຕະກຸນ​ເລວີ ມີ​ໜຶ່ງໝື່ນ​ສອງພັນ​ຄົນ, ຈາກ​ຕະກຸນ​ອິດຊາຄາ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,


ຊາວ​ຢູດາ​ໄດ້​ໄປ​ກັບ​ຊາວ​ຊີເມໂອນ ແລະ​ຮ່ວມ​ກັນ​ຕີ​ຊະນະ​ຊາວ​ການາອານ​ຢູ່​ທີ່​ເມືອງ​ເຊຟັດ. ພວກເຂົາ​ໄດ້​ທຳລາຍ​ເມືອງ​ຖິ້ມ​ຈົນກ້ຽງ ແລະ​ຕັ້ງ​ຊື່​ໃໝ່​ໃຫ້​ເມືອງ​ນີ້​ວ່າ ໂຮມາ.


ພຣະເຈົ້າຢາເວ​ຕອບ​ວ່າ, “ຈົ່ງ​ໃຫ້​ເຜົ່າຢູດາ​ໄປ​ກ່ອນ ເພາະ​ເຮົາ​ຈະ​ໃຫ້​ພວກເຂົາ​ເປັນ​ຜູ້​ຄອບຄອງ​ດິນແດນ​ນັ້ນ.”


ດັ່ງນັ້ນ ເຜົ່າ​ຊີເມໂອນ ແລະ​ເຜົ່າ​ຢູດາ​ຈຶ່ງ​ອອກ​ໄປ​ສູ້ຮົບ​ນຳກັນ. ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຂົາ​ຊະນະ​ພວກ​ການາອານ ແລະ​ພວກ​ເປຣີຊີ​ໂດຍ​ໄດ້​ຂ້າ​ສິບພັນ​ຄົນ ທີ່​ເບເຊັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka