Biblia Todo Logo
Internet tuqin Biblia

- Anuncios ukanaka -




ພວກ^ຜູ້ປົກຄອງ 1:1 - ພຣະຄຳພີສັກສິ

1 ຫລັງຈາກ​ທີ່​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ ຊາວ​ອິດສະຣາເອນ​ກໍໄດ້​ຖາມ​ພຣະເຈົ້າຢາເວ​ວ່າ, “ໃນ​ພວກ​ຂ້ານ້ອຍ ແມ່ນ​ເຜົ່າໃດ​ທີ່​ຈະ​ເປັນ​ພວກ​ທຳອິດ​ໄປ​ໂຈມຕີ​ພວກ​ການາອານ​ກ່ອນ?”

Uka jalj uñjjattʼäta Copia luraña




ພວກ^ຜູ້ປົກຄອງ 1:1
17 Jak'a apnaqawi uñst'ayäwi  

ແຕ່​ໃຫ້​ປຶກສາ​ພຣະເຈົ້າຢາເວ​ກ່ອນ.”


ແລ້ວ​ໂມເຊ​ກໍ​ຕອບ​ວ່າ, “ຂ້ອຍ​ຈຳເປັນ​ຕ້ອງ​ເຮັດ​ເຊັ່ນນີ້ ຍ້ອນ​ປະຊາຊົນ​ມາ​ຫາ​ເພື່ອ​ຮຽນ​ຮູ້​ສິ່ງ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ພວກເຂົາ​ເຮັດ.


ຈົ່ງ​ໃສ່​ອຸຣິມ​ແລະ​ທຸມມິມ ໄວ້​ໃນ​ແຜ່ນ​ປົກເອິກ​ແຫ່ງ​ການ​ພິພາກສາ ແລະ​ຂອງ​ສອງ​ສິ່ງນີ້​ຈະ​ຢູ່​ທີ່​ຫົວໃຈ​ຂອງ​ອາໂຣນ ເມື່ອ​ລາວ​ເຂົ້າ​ເຝົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ. ອາໂຣນ​ຈະ​ຮັບ​ພາລະ​ການ​ພິພາກສາ​ປະຊາຊົນ​ອິດສະຣາເອນ​ໄວ້​ທີ່​ຫົວໃຈ​ຂອງ​ຕົນ​ສະເໝີ​ຕໍ່ໜ້າ​ພຣະເຈົ້າຢາເວ.”


ລາວ​ຈະ​ເພິ່ງ​ປະໂຣຫິດ​ເອເລອາຊາ ຜູ້​ທີ່​ຈະ​ຮຽນຮູ້​ຄວາມປະສົງ​ຂອງເຮົາ ໂດຍ​ໃຊ້​ອຸຣິມ​ແລະ​ທຸມມິມ ຕໍ່ໜ້າ​ພຣະເຈົ້າຢາເວ ອັນ​ນີ້​ຈະ​ແມ່ນ​ວິທີ​ທີ່​ເອເລອາຊາ ນຳພາ​ໂຢຊວຍ ແລະ​ຊຸມຊົນ​ອິດສະຣາເອນ ໃນ​ວຽກ​ການ​ທັງໝົດ​ຂອງ​ພວກເຂົາ.”


ເຜົ່າ​ມານາເຊ​ບໍ່ໄດ້​ຂັບໄລ່​ປະຊາຊົນ​ໃຫ້​ອອກ​ໜີໄປ​ຈາກ​ເມືອງ​ຕ່າງໆ ດັ່ງນີ້: ເບັດ​ເຊອານ, ຕາອານັກ, ໂດເຣ, ອິບເລອາມ, ເມກິດໂດ ແລະ​ເມືອງ​ທັງຫລາຍ​ທີ່​ຢູ່​ໃກ້ຄຽງ. ຊາວ​ການາອານ​ຍັງ​ສືບຕໍ່​ຢູ່​ໃນ​ທີ່ນັ້ນ.


ເຮົາ​ຈຶ່ງ​ຈະ​ບໍ່​ຂັບໄລ່​ຊົນຊາດ​ໃດໆ ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນີ້​ໃຫ້​ອອກ​ໜີໄປ ເມື່ອ​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ.


ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ຕາຍໄປ ເມື່ອ​ເພິ່ນ​ອາຍຸ​ໄດ້​ໜຶ່ງຮ້ອຍສິບ​ປີ.


ຊາກ​ສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ດິນແດນ​ຂອງ​ເພິ່ນ​ເອງ ທີ່​ແຖບ​ເນີນພູ​ເອຟຣາອິມ​ໃນ​ເມືອງ​ຕີມນາດ​ເສຣາ ຊຶ່ງ​ຢູ່​ທາງທິດເໜືອ​ຂອງ​ພູເຂົາ​ກາອາດ.


ສ່ວນ​ພວກ​ອິດສະຣາເອນ​ໄດ້​ໄປ​ບ່ອນ​ນະມັດສະການ​ທີ່​ເບັດເອນ ແລະ​ໃນ​ທີ່ນັ້ນ​ພວກເຂົາ​ຖາມ​ພຣະເຈົ້າ​ວ່າ, “ພຣະອົງ​ຈະ​ໃຫ້​ເຜົ່າໃດ​ອອກ​ໄປ​ໂຈມຕີ​ພວກ​ເບັນຢາມິນ​ກ່ອນ?” ພຣະເຈົ້າຢາເວ​ຕອບ​ວ່າ, “ເຜົ່າ​ຢູດາ​ໄປ​ກ່ອນ.”


(ໃນ​ຕອນນັ້ນ ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢູ່​ທີ່​ເບັດເອນ ຊຶ່ງ​ຟີເນຮາ​ລູກຊາຍ​ຂອງ​ເອເລອາຊາ​ແລະ​ຫລານຊາຍ​ຂອງ​ອາໂຣນ​ເປັນ​ຜູ້​ກຳກັບ.) ຊາວ​ອິດສະຣາເອນ​ໄດ້ຖາມ​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ຄວນ​ຈະ​ອອກ​ໄປ​ສູ້ຮົບ​ພວກ​ເບັນຢາມິນ ພີ່ນ້ອງ​ຂອງ​ພວກ​ຂ້ານ້ອຍ​ອີກ​ຫລື​ບໍ່? ຫລື​ໃຫ້​ຍອມ​ແພ້?” ພຣະເຈົ້າຢາເວ​ຕອບ​ວ່າ, “ຈົ່ງ​ອອກ​ໄປ​ສູ້ຮົບ ມື້ອື່ນ​ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ຢູ່ໃນ​ມື​ຂອງ​ພວກເຈົ້າ.”


ພວກເຂົາ​ຈຶ່ງ​ທູນ​ຖາມ​ພຣະເຈົ້າຢາເວ​ວ່າ, “ຍັງ​ມີ​ຄົນອື່ນ​ອີກ​ບໍ?” ພຣະເຈົ້າຢາເວ​ຈຶ່ງ​ຕອບ​ວ່າ, “ໂຊນ​ຢູ່​ຫັ້ນ​ເດ ພວມ​ລີ້​ຢູ່​ທາງຫລັງ​ເຄື່ອງ​ຂອງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka