Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 5:7 - ພຣະຄຳພີສັກສິ

7 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ. ຈົ່ງ​ເບິ່ງ​ຊາວ​ປູກຝັງ​ທີ່​ລໍຄອຍ​ຜົນ​ອັນ​ມີຄ່າ ທີ່​ຈະ​ໄດ້​ຮັບ​ຈາກ​ແຜ່ນດິນ ເຂົາ​ພຽນ​ຄອຍ​ຈົນກວ່າ​ມີ​ຝົນ​ຕົ້ນ​ລະດູ​ແລະ​ຝົນ​ປາຍ​ລະດູ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ. ຈົ່ງ​ເບິ່ງ​ຊາວນາ​ທີ່​ລໍຖ້າ​ພືດຜົນ​ອັນ​ລ້ຳຄ່າ​ຈາກ​ແຜ່ນດິນ, ລໍຖ້າ​ຝົນ​ຕົ້ນລະດູ ແລະ ຝົນ​ປາຍ​ລະດູ​ດ້ວຍ​ຄວາມອົດທົນ​ຫລາຍ​ປານ​ໃດ.

Uka jalj uñjjattʼäta Copia luraña




ຢາໂກໂບ 5:7
32 Jak'a apnaqawi uñst'ayäwi  

ພວກເຈົ້າ​ບໍ່ເຄີຍ​ຄິດ​ເລີຍ​ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ສົ່ງ​ຝົນ​ຍາມ​ລະດູ​ໃບໄມ້​ຫລົ່ນ ແລະ​ຝົນ​ຍາມ​ລະດູ​ໃບໄມ້ປົ່ງ​ມາ​ໃຫ້ ແລະ​ໃຫ້​ພວກເຈົ້າ​ມີ​ລະດູ​ເກັບກ່ຽວ​ປະຈຳ​ປີ​ກໍຕາມ.


ຈົ່ງ​ໃຫ້​ພວກເຮົາ​ພະຍາຍາມ​ຮູ້ຈັກ​ພຣະເຈົ້າຢາເວ. ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ຢ່າງ​ແນ່ນອນ​ຕອນ​ຮຸ່ງເຊົ້າ ແລະ​ແນ່ແທ້ ດັ່ງ​ຝົນ​ລະດູ​ໃບໄມ້​ປົ່ງ ທີ່​ຕົກລົງ​ໃສ່​ຜືນ​ແຜ່ນດິນ​ໂລກ.”


ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ຈົ່ງ​ຊົມຊື່ນ​ຍິນດີ​ສຳລັບ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ກະທຳ​ນັ້ນ ສຳລັບ​ພວກເຈົ້າ​ພຣະອົງ​ເທ​ຝົນ ລົງ​ຕາມ​ທີ່​ພວກເຈົ້າ​ຕ້ອງການ ໃຫ້​ຝົນ​ຕົ້ນລະດູ​ແລະ​ປາຍ​ລະດູ​ຄື​ແຕ່​ກ່ອນ.


ຈົ່ງ​ຂໍ​ຝົນ​ປາຍ​ລະດູ​ຈາກ​ພຣະເຈົ້າຢາເວ. ແມ່ນ​ພຣະເຈົ້າຢາເວ​ທີ່​ສົ່ງ​ພະຍຸ​ຝົນ​ກັບ​ຫ່າຝົນ​ລົງ​ມາ​ໃຫ້​ແກ່​ປະຊາຊົນ, ທັງ​ໃຫ້​ທົ່ງ​ໄຮ່​ທົ່ງນາ​ຂຽວ​ງາມ​ສຳລັບ​ທຸກຄົນ.


ເພາະ​ບຸດ​ມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ຝູງ​ເທວະດາ​ຂອງ​ພຣະອົງ, ເມື່ອນັ້ນ​ທ່ານ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ ຕາມ​ການ​ກະທຳ​ຂອງຕົນ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ພວກເຈົ້າ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້ ບາງຄົນ​ຈະ​ບໍ່​ຮູ້​ຣົດ​ຄວາມຕາຍ ຈົນກວ່າ​ຈະ​ໄດ້​ເຫັນ​ບຸດ​ມະນຸດ​ມາ​ດ້ວຍ​ຣາຊອຳນາດ​ຂອງ​ພຣະອົງ.”


ດ້ວຍວ່າ, ບຸດ​ມະນຸດ​ຈະ​ມາ ເໝືອນ​ດັ່ງ​ຟ້າ​ແມບເຫຼື້ອມ​ສົ່ງ​ຂ້າມ​ທົ່ວ​ທ້ອງຟ້າ ແຕ່​ທິດ​ຕາເວັນອອກ​ຫາ​ທິດ​ຕາເວັນຕົກ.


ເຫດສະນັ້ນ ພວກເຈົ້າ​ກໍ​ເໝືອນກັນ​ຈົ່ງ​ຕຽມພ້ອມ​ຢູ່​ສະເໝີ ເພາະວ່າ​ບຸດ​ມະນຸດ​ຈະ​ມາ​ໃນ​ໂມງ​ທີ່​ພວກເຈົ້າ​ບໍ່​ຄາດຄິດ.”


ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ພຣະອົງ​ຈະ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ໂດຍ​ໄວ, ແຕ່​ເຖິງປານນັ້ນ ເມື່ອ​ບຸດ​ມະນຸດ​ສະເດັດ​ມາ ພຣະອົງ​ຈະ​ພົບ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ນີ້​ໃນ​ໂລກ​ຢູ່​ບໍ?”


ເມື່ອນັ້ນ ພວກເຂົາ​ຈະ​ເຫັນ​ບຸດ​ມະນຸດ​ສະເດັດ​ມາ​ປາກົດ​ໃນ​ເມກ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ແລະ​ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ.


ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ ໄດ້​ແກ່​ພວກ​ທີ່​ໄດ້ຍິນ​ພຣະທຳ ແລະ​ຢຶດຖື​ເອົາ​ໄວ້​ດ້ວຍ​ໃຈ​ສັດຊື່​ແລະ​ເຊື່ອຟັງ ຈຶ່ງ​ທົນ​ໄດ້​ຈົນ​ເກີດຜົນ.”


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ຖ້າ​ເຮົາ​ຢາກ​ໃຫ້​ລາວ​ມີ​ຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ອັນໃດ​ກັບ​ເຈົ້າ? ສ່ວນ​ເຈົ້າ​ຈົ່ງ​ຕາມ​ເຮົາ​ມາ.”


ເຫດສະນັ້ນ ຄຳ​ທີ່​ວ່າ​ສາວົກ​ຄົນ​ນັ້ນ​ຈະ​ບໍ່​ຕາຍ ຈຶ່ງ​ຊ່າລື​ທົ່ວ​ໄປ​ໃນ​ທ່າມກາງ​ພວກ​ພີ່ນ້ອງ, ແຕ່​ພຣະເຢຊູເຈົ້າ​ບໍ່ໄດ້​ກ່າວ​ວ່າ ສາວົກ​ຄົນ​ນີ້​ຈະ​ບໍ່​ຕາຍ, ແຕ່​ພຣະອົງ​ກ່າວ​ວ່າ, “ຖ້າ​ເຮົາ​ຢາກ​ໃຫ້​ລາວ​ມີ​ຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ອັນໃດ​ກັບ​ເຈົ້າ.”


ທຸກສິ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ກໍ​ມີ​ໄວ້​ເພື່ອ​ສັ່ງສອນ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຄວາມຫວັງ​ດ້ວຍ​ຄວາມ​ອົດທົນ ແລະ​ມີ​ຄວາມ​ຊູໃຈ ດ້ວຍ​ພຣະຄຳພີ​ທີ່​ໄດ້​ກ່າວ​ໄວ້​ນັ້ນ.


ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ.


ຈົນ​ພວກເຈົ້າ​ບໍ່ໄດ້​ຂາດ​ເຂີນ​ຂອງ​ພຣະຣາຊທານ​ຈັກ​ຢ່າງ ຂະນະທີ່​ພວກເຈົ້າ​ຄອງຄອຍ​ຖ້າ​ດ້ວຍ​ຄວາມຫວັງ ໃນ​ການ​ສະເດັດ​ມາ​ປາກົດ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ໂດຍ​ພຣະວິນຍານ ພວກເຮົາ​ມີ​ຄວາມຫວັງ​ວ່າ ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຮົາ​ເປັນ​ຜູ້​ຊອບທຳ​ຕໍ່ໜ້າ​ພຣະອົງ ແລະ​ແມ່ນ​ສິ່ງ​ທີ່​ພວກເຮົາ​ຄອງຄອຍ​ຖ້າ​ຢູ່​ໂດຍ​ຄວາມເຊື່ອ.


ຢ່າ​ໃຫ້​ພວກເຮົາ​ອິດເມື່ອຍ​ໃນ​ການ​ເຮັດ​ດີ ເພາະ​ຖ້າ​ໃຈ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ດີ​ຕາມ​ເວລາ​ອັນ​ສົມຄວນ.


ຖ້າ​ພວກເຈົ້າ​ເຮັດ​ຕາມ ພຣະອົງ​ກໍ​ຈະ​ສົ່ງ​ຝົນ​ມາ​ເທິງ​ດິນແດນ​ຂອງ​ພວກເຈົ້າ ຖືກ​ຕາມ​ລະດູການ ໃນ​ລະດູ​ໃບໄມ້​ຫລົ່ນ​ແລະ​ລະດູ​ໃບໄມ້ປົ່ງ ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ເຂົ້າ ມີ​ເຫຼົ້າ​ອະງຸ່ນ ແລະ​ມີ​ນໍ້າມັນ​ໝາກກອກເທດ


ຂໍ​ໃຫ້​ພວກເຈົ້າ​ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ທຸກຢ່າງ ໂດຍ​ຣິດອຳນາດ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ອົດທົນ​ຕໍ່​ທຸກສິ່ງ​ໄດ້ ແລະ​ມີ​ຄວາມ​ໝັ່ນພຽນ​ດ້ວຍ​ຄວາມ​ຍິນດີ.


ໂດຍ​ບໍ່ໄດ້​ຢຸດຢັ້ງ​ໃນ​ການ​ລະນຶກເຖິງ​ກິດຈະການ​ຂອງ​ເຈົ້າ​ທັງຫລາຍ ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ​ກັບ​ທັງ​ການງານ​ອັນ​ໜັກໜ່ວງ ທີ່​ພວກເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມຮັກ ແລະ​ຄວາມ​ໝັ່ນພຽນ ອັນ​ມີ​ມາ​ຈາກ​ຄວາມ​ໄວ້ວາງໃຈ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ດ້ວຍວ່າ, ແມ່ນ​ສິ່ງໃດ​ຈະ​ເປັນ​ທີ່​ຫວັງໃຈ​ຂອງເຮົາ ຫລື​ທີ່​ຊົມຊື່ນ​ຍິນດີ ຫລື​ມົງກຸດ ອັນ​ໃຫ້​ມີ​ຄວາມ​ອວດອ້າງ ຊ້ອງ​ພຣະພັກ​ອົງ​ຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ພຣະອົງ​ຈະ​ສະເດັດ​ມາ​ປາກົດ ບໍ່ແມ່ນ​ພວກເຈົ້າ​ດອກ​ຫລື?


ເພື່ອ​ພຣະອົງ​ຈະ​ໄດ້​ຊົງ​ຊ່ວຍຊູ​ຈິດໃຈ​ຂອງ​ພວກເຈົ້າ ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມ​ບໍຣິສຸດ ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້ ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ ພ້ອມ​ກັບ​ຄົນ​ທັງປວງ​ທີ່​ເປັນ​ຂອງ​ພຣະອົງ.


ຢ່າງ​ນັ້ນ​ແຫຼະ ເມື່ອ​ອັບຣາຮາມ​ໄດ້​ທົນ​ຄອຍ​ດ້ວຍ​ຄວາມ​ພຽນ​ແລ້ວ ເພິ່ນ​ຈຶ່ງ​ໄດ້​ຮັບ​ຕາມ​ພຣະສັນຍາ​ນັ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ເວົ້າ​ນິນທາ​ຊຶ່ງກັນແລະກັນ ຜູ້​ທີ່​ເວົ້າ​ນິນທາ​ພີ່ນ້ອງ ຫລື​ກ່າວໂທດ​ໃສ່​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ເວົ້າ​ນິນທາ​ຕໍ່​ກົດບັນຍັດ ແລະ​ກ່າວໂທດ​ຕໍ່​ກົດບັນຍັດ​ນັ້ນ, ແຕ່​ຖ້າ​ເຈົ້າ​ກ່າວໂທດ​ຕໍ່​ກົດບັນຍັດ ເຈົ້າ​ກໍ​ບໍ່​ເປັນ​ຜູ້​ທີ່​ຮັກສາ​ກົດບັນຍັດ, ແຕ່​ເປັນ​ຜູ້ຕັດສິນ​ກົດບັນຍັດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເອົາ​ແບບຢ່າງ​ໃນ​ການ​ທົນທຸກ ແລະ​ຄວາມ​ພາກພຽນ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ ຜູ້​ໄດ້​ກ່າວ​ຄວາມ​ໃນ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ເງິນຄຳ​ຂອງ​ພວກເຈົ້າ​ກໍ​ເກີດ​ເປັນ​ຂີ້ໝ້ຽງ ແລະ​ຂີ້ໝ້ຽງ​ນັ້ນ ຈະ​ເປັນ​ພະຍານ​ຫຼັກຖານ​ຕໍ່ສູ້​ພວກເຈົ້າ ຈະ​ເຜົາຜານ​ເລືອດ​ເນື້ອ​ຂອງ​ພວກເຈົ້າ​ເໝືອນ​ໄຟ. ພວກເຈົ້າ​ໄດ້​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ວັນ​ສຸດທ້າຍ.


ພວກເຂົາ​ຈະ​ຖາມ​ວ່າ, “ຄຳ​ທີ່​ຊົງ​ສັນຍາ​ໄວ້​ວ່າ ພຣະອົງ​ຈະ​ສະເດັດ​ມາ​ນັ້ນ​ຢູ່​ໃສ? ເພາະວ່າ​ຕັ້ງແຕ່​ບັນພະບຸລຸດ​ລ່ວງລັບ​ໄປ​ແລ້ວ ສິ່ງ​ທັງປວງ​ກໍ​ເປັນ​ຢູ່​ເໝືອນ​ເດີມ ຕັ້ງແຕ່​ເລີ່ມຕົ້ນ​ຊົງ​ສ້າງ​ໂລກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka