Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 5:6 - ພຣະຄຳພີສັກສິ

6 ພວກເຈົ້າ​ໄດ້​ຕັດສິນ​ລົງໂທດ​ແລະ​ໄດ້​ຂ້າ​ຄົນ​ຊອບທຳ​ເສຍ ເຂົາ​ກໍ​ບໍ່ໄດ້​ຕໍ່ສູ້​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ພວກເຈົ້າ​ຕັດສິນລົງໂທດ ແລະ ຂ້າ​ຜູ້ບໍລິສຸດ ຜູ້​ທີ່​ບໍ່​ໄດ້​ຕໍ່ຕ້ານ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ຢາໂກໂບ 5:6
24 Jak'a apnaqawi uñst'ayäwi  

ແຕ່​ຍ້ອນ​ສິນຈ້າງ​ລາງວັນ ພວກເຈົ້າ​ປ່ອຍ​ໃຫ້​ຄົນຜິດ​ໜີໄປ​ລ້າໆ ແລະ​ບໍ່​ໃຫ້​ຄວາມ​ຍຸດຕິທຳ​ແກ່​ຄົນ​ບໍ່ມີຄວາມຜິດ.


ທ່ານ​ຖືກ​ທາລຸນ​ໜັກ ແຕ່​ທົນ​ເອົາ​ຢ່າງ​ຖ່ອມໃຈ ທ່ານ​ບໍ່ເຄີຍ​ເອີ່ຍປາກ​ເວົ້າຈາ​ແມ່ນແຕ່​ຄຳດຽວ. ດັ່ງ​ລູກແກະ​ພວມ​ຖືກ​ນຳ​ໄປ​ຂ້າ ດັ່ງ​ແກະ​ທີ່​ຖືກ​ຕັດ​ເອົາ​ຂົນ ຄຳດຽວ​ທ່ານ​ກໍ​ບໍ່ເຄີຍ​ກ່າວອອກ.


ແຕ່​ເມື່ອ​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ ເຫັນ​ລູກຊາຍ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ເຈົ້າ​ຂອງ​ມໍຣະດົກ ຈົ່ງ​ຂ້າ​ມັນ​ເສຍ ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ມໍຣະດົກ​ຂອງ​ມັນ’


ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່​ໄດ້​ຍຸຍົງ​ປະຊາຊົນ ຂໍ​ໃຫ້​ປ່ອຍ​ບາຣາບາ ແລະ​ໃຫ້​ປະຫານ​ພຣະເຢຊູເຈົ້າ.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຢ່າ​ແກ້ແຄ້ນ​ຜູ້​ທີ່​ເຮັດ​ຜິດ​ຕໍ່​ພວກເຈົ້າ ຖ້າ​ຜູ້ໃດ​ຕົບ​ແກ້ມ​ເບື້ອງ​ຂວາ​ຂອງ​ເຈົ້າ ຈົ່ງ​ປິ່ນ​ໃຫ້​ເຂົາ​ຕົບ​ແກ້ມ​ເບື້ອງ​ຊ້າຍ​ດ້ວຍ.


ຈາກ​ນັ້ນ​ເພິ່ນ​ຈຶ່ງ​ເວົ້າ​ວ່າ, ‘ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເອົາ​ເຈົ້າ ເພື່ອ​ໃຫ້​ຮູ້​ຄວາມປະສົງ​ຂອງ​ພຣະອົງ ເພື່ອ​ໃຫ້​ເຫັນ​ພຣະອົງ​ຜູ້​ຊອບທຳ ແລະ​ເພື່ອ​ໃຫ້​ເຈົ້າ​ໄດ້ຍິນ​ພຣະອົງ​ກ່າວ​ດ້ວຍ​ສຽງ​ຂອງ​ພຣະອົງ​ເອງ.


ມີ​ຜູ້ທຳນວາຍ​ຄົນ​ໃດ​ແດ່ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ຂົ່ມເຫັງ? ພວກເຂົາ​ໄດ້​ຂ້າ​ບັນດາ​ຄົນ​ທີ່​ນຳ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ໃຫ້ ຄື​ຄົນ​ທີ່​ໄດ້​ປະກາດ​ລ່ວງໜ້າ​ວ່າ ພຣະ​ຜູ້ຮັບໃຊ້​ອົງ​ຊອບທຳ​ຈະ​ມາ, ບັດນີ້ ເຈົ້າ​ທັງຫລາຍ​ໄດ້​ເປັນ​ຜູ້​ມອບ​ພຣະອົງ​ໄວ້ ແລະ​ສັງຫານ​ພຣະອົງ​ເສຍ.


ພຣະຄຳພີ​ຕອນ​ທີ່​ເພິ່ນ​ອ່ານ​ຢູ່​ນັ້ນ ຄື​ຂໍ້​ເຫຼົ່ານີ້: “ເຂົາ​ໄດ້​ນຳ​ເພິ່ນ​ໄປ ເໝືອນ​ນຳ​ເອົາ​ແກະ​ໄປ​ຂ້າ ແລະ​ເໝືອນ​ແກະນ້ອຍ​ໂຕ​ທີ່​ມິດ​ຢູ່ ຕໍ່ໜ້າ​ຜູ້​ຕັດ​ຂົນ​ຂອງ​ມັນ ທ່ານ​ບໍ່ໄດ້​ອອກ​ປາກ​ກ່າວ​ຫຍັງ​ຈັກ​ຄຳ.


ແຕ່​ຄົນ​ຊອບທຳ​ຂອງເຮົາ ຈະ​ມີ​ຊີວິດ​ຢູ່​ດ້ວຍ​ຄວາມເຊື່ອ ຖ້າ​ຄົນ​ໃດ​ຫາກ​ຫລົບ​ຖອຍຫລັງ ເຮົາ​ຈະ​ບໍ່​ພໍໃຈ​ໃນ​ຄົນ​ນັ້ນ.”


ແຕ່​ພວກເຈົ້າ​ໄດ້​ໝິ່ນປະໝາດ​ຄົນ​ທຸກຈົນ ແມ່ນ​ຜູ້ໃດ​ທີ່​ໄດ້​ກົດຂີ່​ພວກເຈົ້າ ແລະ​ຈັບ​ພວກເຈົ້າ​ຂຶ້ນ​ສານ ບໍ່ແມ່ນ​ຄົນ​ຮັ່ງມີ​ນັ້ນ​ບໍ?


ເຈົ້າ​ທັງຫລາຍ​ຢາກ​ໄດ້​ແຕ່​ບໍ່ໄດ້, ພວກເຈົ້າ​ຂ້າ​ກັນ ພວກເຈົ້າ​ເຫິງສາ​ກັນ​ແຕ່​ບໍ່​ສາມາດ​ຈະ​ໄດ້, ພວກເຈົ້າ​ຜິດຖຽງ ແລະ​ທະເລາະ​ວິວາດ​ກັນ ພວກເຈົ້າ​ບໍ່ມີ​ເພາະ​ບໍ່ໄດ້​ຂໍ.


ຖ້າ​ຄົນ​ຊອບທຳ​ຈະ​ລອດພົ້ນ​ໄດ້​ດ້ວຍ​ຍາກ ຄົນ​ປະໝາດ​ພຣະເຈົ້າ​ແລະ​ຄົນ​ຜິດບາບ​ຈະ​ໄປ​ຢູ່​ໃສ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka