Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 5:5 - ພຣະຄຳພີສັກສິ

5 ພວກເຈົ້າ​ໄດ້​ລ້ຽງ​ຊີວິດ​ຢູ່​ໃນ​ໂລກ​ຢ່າງ​ຟູມເຟືອຍ​ແລະ​ສະໜຸກ​ສະໜານ, ພວກເຈົ້າ​ໄດ້​ບຳລຸງ​ຈິດໃຈ ເໝືອນ​ລໍຖ້າ​ວັນ​ປະຫານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ພວກເຈົ້າ​ໄດ້​ໃຊ້​ຊີວິດ​ຢູ່​ໃນ​ໂລກ​ຢ່າງ​ຫລູຫລາ ແລະ ຕາມ​ໃຈ​ຂອງ​ຕົນເອງ. ພວກເຈົ້າ​ລ້ຽງ​ຕົນເອງ​ໄວ້​ລໍຖ້າ​ວັນ​ປະຫານ

Uka jalj uñjjattʼäta Copia luraña




ຢາໂກໂບ 5:5
28 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ເຫຼົ່ານີ້ ຄື​ຈາກ​ມະນຸດ​ທີ່​ເຫັນແກ່ໄດ້ ໃນ​ຊີວິດ​ນີ້​ພວກເຂົາ​ເອົາ​ໄດ້​ທຸກສິ່ງ​ທີ່​ພວກເຂົາ​ຕ້ອງການ. ໂຜດ​ລົງໂທດ​ພວກເຂົາ​ໃຫ້​ທົນທຸກ​ໂດຍ​ໂທດກຳ ທີ່​ພວກເຂົາ​ໄດ້​ສະສົມ​ໄວ້​ນັ້ນ. ຂໍ​ໃຫ້​ພວກ​ລູກຫລານ​ຂອງ​ເຂົາເຈົ້າ ໄດ້​ຮັບ​ໂທດກຳ​ນັ້ນ​ຈົນ​ທົນ​ບໍ່​ໄຫວ ທັງ​ປະ​ໄວ້​ໃຫ້​ຫລານ​ເຫຼັນ​ຫລ້ອນ ຂອງ​ພວກເຂົາ​ເຊັ່ນ​ຕໍ່ໆ​ໄປ​ອີກ​ດ້ວຍ.


ຈິດໃຈ​ຂອງ​ພວກເຂົາ​ເທ​ແຕ່​ຄວາມ​ຊົ່ວຮ້າຍ​ອອກ​ມາ ແລະ​ຄວາມຄິດ​ກໍ​ມີ​ແຕ່​ອຸບາຍ​ອັນ​ຊົ່ວຮ້າຍ.


ກິນ​ເຂົ້າແຫ້ງ​ຢ່າງ​ສະຫງົບສຸກ​ໃນ​ບ້ານ ກໍ​ດີກວ່າ​ກິນລ້ຽງ​ໃນ​ງານ​ທີ່​ມີ​ຄວາມ​ວຸ້ນວາຍ.


“ມື້ນີ້​ຂ້ອຍ​ໄດ້​ນຳ​ເຄື່ອງ​ໄປ​ຖວາຍບູຊາ ແລະ​ກໍໄດ້​ຊີ້ນ​ມາ​ຈາກ​ເຄື່ອງບູຊາ​ນັ້ນ.


ຄົນໜຸ່ມ​ເອີຍ ຈົ່ງ​ສະໜຸກ​ຢູ່​ໃນ​ຄວາມ​ໜຸ່ມແໜ້ນ​ຂອງເຈົ້າ. ຈົ່ງ​ຫາ​ຄວາມສຸກ​ເມື່ອ​ເຈົ້າ​ຍັງ​ໜຸ່ມແໜ້ນ​ຢູ່ ຈົ່ງ​ເຮັດ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ​ຢາກ​ເຮັດ ແລະ​ທຸກສິ່ງ​ທີ່​ເຈົ້າ​ພໍໃຈ​ເຮັດ​ດ້ວຍ. ແຕ່​ຈົ່ງ​ຈຳ​ໄວ້​ວ່າ ພຣະເຈົ້າ​ຈະ​ຕັດສິນ​ທຸກໆສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.


ແຕ່​ພວກເຈົ້າ​ພັດ​ຫົວເລາະ ແລະ​ສະເຫລີມ​ສະຫລອງ​ກັນ. ພວກເຈົ້າ​ໄດ້​ຂ້າ​ແກະ​ແລະ​ງົວ​ກິນ ທັງ​ມີ​ເຫຼົ້າ​ອະງຸ່ນ​ດື່ມ​ດ້ວຍ. ພວກເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ກິນ​ແລະ​ດື່ມ​ສາ ມື້ອື່ນ​ພວກເຮົາ​ຈະ​ຕາຍ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເບິ່ງດູ ຜູ້ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ອວດອົ່ງ​ຈອງຫອງ​ສໍ່າໃດ ພວກເຂົາ​ຍ່າງ​ເບີດ​ຈົນ​ດັງ​ຕັ້ງຊື່. ພວກເຂົາ​ມັກ​ທ່ຽວ​ເລາະ​ຫລິ້ນ​ສະເໝີ​ໂດຍ​ຍ່າງ​ບາດກ້າວ​ອັນ​ຜ່າເຜີຍ ຈົນ​ປອກຕີນ​ດັງ​ເປັນ​ຈັງຫວະ.


ເຈົ້າ​ຜູ້​ມັກ​ມ່ວນຊື່ນ​ເອີຍ ຈົ່ງ​ຟັງ​ເລື່ອງນີ້​ ເຈົ້າ​ເຄີຍ​ຄິດວ່າ​ຕົນ​ປອດໄພ​ແລະ​ໝັ້ນຄົງ​ແລ້ວ. ເຈົ້າ​ອ້າງຕົນ​ວ່າ​ຍິ່ງໃຫຍ່​ເທົ່າ​ກັບ​ພຣະເຈົ້າ​ບໍ ເວົ້າ​ວ່າ, ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ດຸດດັ່ງ​ຕົນ​ໄດ້. ເຈົ້າ​ຄິດວ່າ​ຈະ​ບໍ່ໄດ້​ເປັນ​ຍິງໝ້າຍ​ຜົວ​ຕາຍ​ປະ​ບໍ ຫລື​ທຸກຮ້ອນ​ໃຈ​ຍ້ອນ​ຕົນ​ສູນເສຍ​ລູກ.


ພວກ​ຂີ້ເຫລົ້າ​ເຫຼົ່ານີ້​ເວົ້າ​ວ່າ, ‘ດື່ມ​ເຫຼົ້າ​ອະງຸ່ນ​ກັນ​ເທາະ ແລະ​ດື່ມ​ເທົ່າທີ່​ພວກເຮົາ​ດື່ມ​ໄດ້ ເພາະ​ມື້ອື່ນ​ຈະ​ດີກວ່າ​ມື້ນີ້.”’


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຮູ້​ຂ້ານ້ອຍ​ດີ ເຫັນ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ ແລະ​ຮູ້​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ​ດ້ວຍ. ຈົ່ງ​ດຶງ​ຄົນຊົ່ວ​ອອກ​ມາ​ເບິ່ງດູ ດັ່ງ​ດຶງ​ແກະ​ໄປ​ຂ້າ ຈົ່ງ​ເຝົ້າເບິ່ງ​ພວກເຂົາ​ຈົນກວ່າ​ພວກເຂົາ​ຖືກ​ຂ້າ​ຖິ້ມ.


ບັນດາ​ພວກ​ຜູ້ລ້ຽງແກະ​ເອີຍ ຈົ່ງ​ຮ້ອງໄຫ້​ສາ ພວກເຈົ້າ​ທີ່​ເປັນ​ຜູ້ລ້ຽງແກະ​ຂອງເຮົາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ​ສາ ຈົ່ງ​ໄວ້ທຸກ​ແລະ​ກິ້ງເກືອກ​ຢູ່​ໃນ​ຂີ້ຝຸ່ນ​ດິນ. ເວລາ​ກໍ​ມາ​ເຖິງ​ແລ້ວ ທີ່​ພວກເຈົ້າ​ຕ້ອງ​ຖືກ​ປະຫານໝູ່ ແລະ​ພວກເຈົ້າ​ຈະ​ຖືກ​ຂ້າ​ຖິ້ມ​ດັ່ງ​ຂ້າ​ຝູງ​ແກະເຖິກ.


ນາງ​ກັບ​ພວກ​ນ້ອງສາວ​ຂອງ​ນາງ​ຕ່າງ​ກໍ​ອວດຕົວ ຍ້ອນ​ພວກເຂົາ​ມີຢູ່​ມີກິນ​ຢ່າງ​ຫລວງຫລາຍ​ແລະ​ສະໜຸກ​ສຸກ​ສະບາຍ​ທັງ​ຢູ່​ຢ່າງ​ສະຫງົບສຸກ ແຕ່​ພວກເຂົາ​ບໍ່ໄດ້​ເບິ່ງແຍງ​ຄົນ​ຍາກຈົນ​ແລະ​ຄົນ​ຂັດສົນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເອີ້ນ​ເອົາ​ຝູງນົກ​ແລະ​ຝູງສັດ​ທັງໝົດ​ຈາກ​ທີ່​ອ້ອມແອ້ມ​ນີ້ ມາ​ກິນ​ເຄື່ອງ​ບູຊາ​ທີ່​ເຮົາ​ກຳລັງ​ຈັດຕຽມ​ໄວ້​ສຳລັບ​ພວກ​ມັນ. ນີ້​ແມ່ນ​ງານກິນລ້ຽງ​ອັນ​ໃຫຍ່ໂຕ ທີ່​ເທິງ​ພູ​ຕ່າງໆ​ຂອງ​ອິດສະຣາເອນ ຄື​ບ່ອນ​ທີ່​ພວກມັນ​ກິນ​ຊີ້ນ ແລະ​ດື່ມ​ເລືອດ​ໄດ້.


ຄວາມ​ທຸກ​ລຳບາກ​ໃຫຍ່​ຈະ​ເກີດ​ມີ​ແກ່​ພວກເຈົ້າ ຜູ້​ທີ່​ໃຊ້​ຊີວິດ​ຢູ່​ຢ່າງ​ສະໜຸກ​ສະບາຍ​ໃນ​ນະຄອນ​ຊີໂອນ ແລະ​ຜູ້​ທີ່​ຢູ່​ຢ່າງ​ປອດໄພ​ໃນ​ນະຄອນ​ຊາມາເຣຍ ຄື​ບັນດາ​ເຈົ້ານາຍ​ຜູ້​ໃຫຍ່​ແຫ່ງ​ຊົນຊາດ​ອິດສະຣາເອນ ຜູ້​ທີ່​ປະຊາຊົນ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ​ນຳ​ນັ້ນ


“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ ທີ່​ນຸ່ງຫົ່ມ​ເສື້ອຜ້າ​ສີມ່ວງ​ອ່ອນ ແລະ​ຜ້າປ່ານ​ເນື້ອລະອຽດ ປິຕິ​ຍິນດີ​ດ້ວຍ​ອາຫານ​ການກິນ​ຢ່າງ​ປານີດ​ທຸກໆ​ວັນ.


ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ ຈົ່ງ​ລະນຶກເຖິງ​ຄາວ​ເມື່ອ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ໄດ້​ຮັບ​ແຕ່​ຂອງ​ດີ​ສຳລັບ​ຕົນ ສ່ວນ​ລາຊາໂຣ​ແລ້ວ ໄດ້​ຮັບ​ແຕ່​ຂອງ​ບໍ່​ດີ ຢ່າງ​ດຽວກັນ​ນັ້ນ​ແຫຼະ, ແຕ່​ບັດນີ້ ລາຊາໂຣ​ໄດ້​ຮັບ​ຄວາມສຸກ​ສະບາຍ​ຢູ່​ທີ່​ນີ້ ສ່ວນ​ເຈົ້າ​ແລ້ວ​ກຳລັງ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ.


ຈົ່ງ​ໃຫ້​ພວກເຮົາ​ປະຕິບັດ​ຕົວ ສົມ​ກັບ​ຄົນ​ທີ່​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ບໍ່ແມ່ນ​ໃນ​ການ​ກິນລ້ຽງ​ຢ່າງ​ເຖິງ​ໃຈ ຫລື​ການ​ດື່ມ​ເຫຼົ້າ​ເມົາຢາ ບໍ່ແມ່ນ​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ຫລື​ເຮັດ​ເສື່ອມເສຍ​ສິນທຳ ບໍ່ແມ່ນ​ໃນ​ການ​ວິວາດ​ຜິດຖຽງ​ກັນ ຫລື​ອິດສາ​ກັນ.


ແຕ່​ແມ່ໝ້າຍ​ຜູ້​ທີ່​ປ່ອຍ​ຕົວ​ໄປ​ກັບ​ຄວາມ​ສະໜຸກ​ສະໜານ​ນັ້ນ ກໍ​ຕາຍ​ແລ້ວ​ທັງ​ເປັນ.


ເປັນ​ຄົນ​ທໍລະຍົດ, ດື້ດ້ານ, ອວດ​ສະຫາວ ແລະ​ເປັນ​ຄົນ​ຮັກ​ຄວາມ​ສະໜຸກ ຫລາຍກວ່າ​ຮັກ​ພຣະເຈົ້າ.


ພວກເຂົາ​ຈະ​ໄດ້​ຮັບ​ໂທດກຳ​ເປັນ​ລາງວັນ​ແຫ່ງ​ການ​ອະທຳ​ຂອງຕົນ. ພວກເຂົາ​ຖື​ເອົາ​ການ​ຫລິ້ນ​ມ່ວນຊື່ນ​ເຮຮາ​ໃນ​ເວລາ​ກາງເວັນ​ເປັນ​ຂອງ​ສະໜຸກ. ພວກເຂົາ​ດ່າງພອຍ​ແລະ​ເປິເປື້ອນ ແລະ​ໃຊ້​ການ​ຫລິ້ນ​ເຮຮາ​ຫລອກລວງ​ເມື່ອ​ກຳລັງ​ກິນລ້ຽງ​ຮ່ວມ​ກັບ​ເຈົ້າ​ທັງຫລາຍ.


ຄວາມ​ປະພຶດ​ຂອງ​ພວກເຂົາ​ກໍ​ເປັນ​ເລື່ອງ​ອັບອາຍ ເມື່ອ​ຮ່ວມ​ພາເຂົ້າ​ສາມັກຄີ​ກັບ​ພວກເຈົ້າ ບ່ອນ​ທີ່​ພວກເຂົາ​ກິນລ້ຽງ​ມ່ວນຊື່ນ​ຢ່າງ​ເຖິງ​ໃຈ​ນຳ​ກັນ ໂດຍ​ບໍ່ມີ​ຄວາມ​ລະອາຍ. ພວກເຂົາ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ລ້ຽງ​ແຕ່​ຕົນເອງ ເປັນ​ດັ່ງ​ກ້ອນ​ເມກ​ທີ່​ບໍ່ມີ​ຝົນ ຊຶ່ງ​ໄຫລ​ໄປ​ຕາມ​ລົມ ເປັນ​ດັ່ງ​ຕົ້ນໄມ້​ທີ່​ບໍ່​ເກີດ​ໝາກ ແມ່ນແຕ່​ໃນ​ລະດູ​ໃບໄມ້ລົ່ນ ເປັນ​ດັ່ງ​ຕົ້ນໄມ້​ທີ່​ຕາຍໄປ​ສອງ​ເທື່ອ ແລະ​ຖືກ​ຖອນ​ອອກ​ທັງ​ຮາກ.


ນະຄອນ​ນັ້ນ​ໄດ້​ອວດ​ຈອງຫອງ ແລະ​ປ່ອຍ​ຕົວ​ໄປ ຕາມ​ຄວາມ​ສະໜຸກ​ສະໜານ​ເທົ່າ​ໃດ ກໍ​ຈົ່ງ​ໃຫ້​ມັນ​ໄດ້​ຮັບ ການ​ທໍລະມານ ແລະ​ຄວາມ​ໂສກເສົ້າ​ຫລາຍ​ເທົ່ານັ້ນ ເພາະ​ມັນ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຢູ່​ໃນ​ຕຳແໜ່ງ​ຣາຊີນີ ບໍ່ແມ່ນ​ແມ່ໝ້າຍ, ເຮົາ​ຈະ​ບໍ່​ປະສົບ​ຄວາມ​ໂສກເສົ້າ​ຈັກເທື່ອ’


ນາງ​ອາບີກາຍ​ກັບຄືນ​ເມືອ​ຫາ​ນາບານ​ທີ່​ກຳລັງ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ ດັ່ງ​ກະສັດ​ຢູ່​ໃນ​ເຮືອນ​ຂອງຕົນ. ລາວ​ກຳລັງ​ມືນເມົາ​ແລະ​ມ່ວນຊື່ນ​ຢູ່. ສະນັ້ນ ນາງ​ອາບີກາຍ​ຈຶ່ງ​ບໍ່ໄດ້​ເວົ້າ​ຫຍັງ​ສູ່​ລາວ​ຟັງ​ຈົນເຖິງ​ມື້ອື່ນ​ເຊົ້າ.


ດາວິດ​ໄດ້​ແນະນຳ​ພວກເຂົາ​ໃຫ້​ບອກ​ນາບານ​ດັ່ງນີ້: “ເພື່ອນ​ເອີຍ ດາວິດ​ຂໍ​ຝາກ​ຄວາມ​ຢື້ຢາມ​ຖາມຂ່າວ​ມາ​ເຖິງ​ທ່ານ​ພ້ອມ​ກັບ​ຄວາມ​ປາຖະໜາ​ດີ ມາ​ເຖິງ​ທ່ານ​ກັບ​ຄອບຄົວ​ຂອງທ່ານ ແລະ​ທຸກສິ່ງ​ທີ່​ເປັນ​ຂອງທ່ານ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka