Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 5:4 - ພຣະຄຳພີສັກສິ

4 ເບິ່ງແມ! ຄ່າຈ້າງ​ຂອງ​ຄົນ​ທີ່​ໄດ້​ກ່ຽວເຂົ້າ​ໃນ​ນາ​ຂອງ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ສໍ້ໂກງ​ໄວ້​ນັ້ນ​ກໍ​ຮ້ອງຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງທຸກ​ຂອງ​ຄົນ​ທີ່​ກ່ຽວເຂົ້າ​ນັ້ນ ກໍໄດ້​ຊົງ​ຊາບ​ແລ້ວ ເຖິງ​ຫູ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເບິ່ງ​ແມ! ຄ່າຈ້າງ​ທີ່​ພວກເຈົ້າ​ສໍ້ໂກງ​ຄົນງານ​ທີ່​ກ່ຽວເຂົ້າ​ໃນ​ທົ່ງນາ​ຂອງ​ພວກເຈົ້າ​ນັ້ນ ກໍ​ກຳລັງ​ຮ້ອງ​ຕໍ່ສູ້​ພວກເຈົ້າ​ຢູ່. ສຽງ​ຮ້ອງທຸກ​ຂອງ​ຜູ້ເກັບກ່ຽວ​ໄດ້​ຂຶ້ນ​ໄປ​ເຖິງ​ຫູ​ຂອງ​ອົງພຣະຜູ້ເປັນເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.

Uka jalj uñjjattʼäta Copia luraña




ຢາໂກໂບ 5:4
23 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເລື່ອງ​ອັນ​ໂຫດຮ້າຍ​ເຊັ່ນນີ້? ເລືອດ​ນ້ອງຊາຍ​ຂອງ​ເຈົ້າ​ຟ້ອງຮ້ອງ​ຂຶ້ນ​ມາ​ຫາ​ເຮົາ ດັ່ງ​ສຽງ​ຂໍຮ້ອງ​ແກ້ແຄ້ນ.


ພວກເຂົາ​ບັງຄັບ​ຄົນ​ທຸກໄຮ້ ທີ່​ຮ້ອງຫາ​ພຣະເຈົ້າ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ໄດ້​ຍິນ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ.


ເໝືອນ​ຄົນ​ເປັນ​ທາດ​ທີ່​ເຮັດ​ວຽກ​ໜັກ ຫາ​ທີ່​ຮົ່ມ​ເພິ່ງ​ເຢັນໆ ດັ່ງ​ຜູ້​ອອກແຮງງານ​ລໍຄອຍ​ເອົາ​ຄ່າຈ້າງ.


ພຣະເຈົ້າ​ຊົງ​ແກ້ແຄ້ນ​ແທນ​ເລືອດ​ທີ່​ຕົກ ພຣະອົງ​ບໍ່​ລືມໄລ ແຕ່​ຕອບ​ຄຳ​ຮ້ອງໄຫ້​ຂອງ​ຜູ້​ທີ່​ຖືກ​ກົດຂີ່.


ເພາະວ່າ​ລາວ​ມີ​ເສື້ອຄຸມ​ຜືນ​ດຽວ​ເທົ່ານັ້ນ ເພື່ອ​ປົກຄຸມ​ລາວ​ໃຫ້​ອົບອຸ່ນ; ບໍ່​ດັ່ງນັ້ນ ລາວ​ຈະ​ເອົາ​ຫຍັງ​ຕຸ້ມ​ຫົ່ມ​ນອນ. ເມື່ອ​ລາວ​ຮ້ອງ​ຫາ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ຕອບ​ລາວ ເພາະວ່າ​ເຮົາ​ເປັນ​ຜູ້​ມີ​ໃຈ​ເມດຕາ.


ເຮົາ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຄໍ່າຄວນ​ໃຫ້​ຊ່ວຍເຫລືອ​ຂອງ​ປະຊາຊົນ​ເຮົາ​ຄັກແນ່​ແລ້ວ ແລະ​ເຮົາ​ໄດ້​ເຫັນ​ຊາວ​ເອຢິບ​ກົດຂີ່​ພວກເຂົາ​ຢ່າງ​ໃດ.


ຖ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ໂຜດ​ບາງຄົນ​ໃຫ້​ລອດຊີວິດ​ຢູ່​ແລ້ວ ນະຄອນ​ເຢຣູຊາເລັມ​ກໍ​ຈະ​ຖືກ​ທຳລາຍ​ກ້ຽງ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ.


ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.


ຂ້າພະເຈົ້າ​ໄດ້ຍິນ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮືອນ​ຫລັງ​ໃຫຍ່ໆ​ແລະ​ງາມໆ​ເຫຼົ່ານີ້​ຈະ​ເປົ່າຮ້າງ​ແລະ​ເພພັງ​ລົງ.


ເຄາະກຳ​ເປັນ​ຂອງ​ຜູ້​ທີ່​ສ້າງ​ເຮືອນ​ຕົນ​ຢ່າງ​ບໍ່​ຍຸດຕິທຳ ທັງ​ຂະຫຍາຍ​ໃຫ້​ກວ້າງຂວາງ​ຢ່າງ​ບໍ່​ສັດຊື່; ຄື​ຜູ້​ທີ່​ໃຫ້​ຄົນອື່ນ​ເຮັດ​ວຽກ​ໂດຍ​ບໍ່​ໃຫ້​ຄ່າຈ້າງ​ຫຍັງ ທັງ​ບໍ່​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຂົາ​ອີກ​ດ້ວຍ.


ຢ່າ​ເອົາລັດ​ເອົາປຽບ​ຜູ້ໜຶ່ງ​ຜູ້ໃດ ຫລື​ປຸ້ນຈີ້​ເຂົາ. ຢ່າ​ກັກ​ຄ່າ​ແຮງງານ​ຂອງ​ລູກຈ້າງ​ໄວ້ ແມ່ນແຕ່​ຄືນ​ດຽວ​ກໍຕາມ.


ແມ່ນແຕ່​ກ້ອນຫີນ​ຕາມ​ກຳແພງ​ກໍ​ຈະ​ຮ້ອງ​ຕໍ່ສູ້​ພວກເຈົ້າ ແລະ​ໄມ້ກອນ​ຂອງເຮືອນ​ກໍ​ຈະ​ສົ່ງ​ສຽງ​ກ້ອງ​ດັງ​ສະໜັ່ນ​ອອກ​ມາ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເຂົ້າ​ທີ່​ພໍ​ເກັບກ່ຽວ​ກໍ​ຫລາຍ​ແທ້ ແຕ່​ຄົນງານ​ຍັງ​ມີ​ໜ້ອຍ​ຢູ່.


ຝ່າຍ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ​ກາງຄືນ​ນັ້ນ ເຖິງ​ແມ່ນ​ວ່າ ພຣະອົງ​ຈະ​ຊົງ​ຊ້ານານ​ໃນ​ການ​ຂອງ​ພວກເຂົາ​ກໍຕາມ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ບໍ?


ຕາມ​ທີ່​ເອຊາຢາ​ໄດ້​ທຳນວາຍ​ໄວ້​ລ່ວງໜ້າ​ວ່າ, “ຖ້າ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ ບໍ່ໄດ້​ຊົງ​ໂຜດ​ໃຫ້​ພວກເຮົາ​ມີ​ເຊື້ອສາຍ​ເຫຼືອ​ຢູ່ ພວກເຮົາ​ກໍ​ຕ້ອງ​ໄດ້​ກາຍເປັນ​ດັ່ງ​ເມືອງ​ໂຊໂດມ ແລະ ໂກໂມຣາ.”


ຢ່າ​ປະຕິເສດ​ໃຫ້​ລາວ​ຢືມ​ໂດຍ​ເຫັນ​ແກ່​ປີ​ແຫ່ງ​ການ​ຍົກໜີ້​ໃກ້​ຈະ​ມາ​ເຖິງ. ຢ່າ​ໃຫ້​ຄວາມ​ຄິດ​ບໍ່​ດີ​ເຊັ່ນນີ້​ມີ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ເລີຍ. ຖ້າ​ພວກເຈົ້າ​ບໍ່​ຍອມ​ໃຫ້​ກູ້ຢືມ ເມື່ອ​ລາວ​ຮ້ອງ​ຫາ​ພຣະເຈົ້າຢາເວ ພວກເຈົ້າ​ກໍ​ຈະ​ເປັນ​ຝ່າຍ​ຜິດ.


ຝ່າຍ​ນາຍ​ທັງຫລາຍ ຈົ່ງ​ປະຕິບັດ​ຕໍ່​ຄົນຮັບໃຊ້​ຂອງຕົນ ຢ່າງ​ຖືກຕ້ອງ​ແລະ​ທ່ຽງທຳ, ຈົ່ງ​ຮູ້​ໄວ້​ວ່າ ພວກເຈົ້າ​ກໍ​ມີ​ນາຍ​ອົງ​ໜຶ່ງ​ຢູ່​ໃນ​ສະຫວັນ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka