Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 5:2 - ພຣະຄຳພີສັກສິ

2 ຄວາມ​ຮັ່ງມີ​ຂອງ​ພວກເຈົ້າ​ໄດ້​ເສື່ອມສູນ​ໄປ​ແລ້ວ ແລະ​ເສື້ອຜ້າ​ຂອງ​ພວກເຈົ້າ​ກໍ​ຖືກ​ມອດ​ກັດ​ເສຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຊັບສົມບັດ​ຂອງ​ພວກເຈົ້າ​ໄດ້​ເສື່ອມສູນ​ໄປ ແລະ ໂຕມອດ​ກໍ​ໄດ້​ກັດກິນ​ເຄື່ອງນຸ່ງ​ຂອງ​ພວກເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña




ຢາໂກໂບ 5:2
10 Jak'a apnaqawi uñst'ayäwi  

ທີ່ສຸດ​ແລ້ວ ຂ້ານ້ອຍ​ກໍ​ຊຸດໂຊມ​ດັ່ງ​ສິ່ງ​ທີ່​ເນົ່າເໝັນ ເປັນ​ດັ່ງ​ຜືນຜ້າ​ທີ່​ມອດ​ກັດກິນ​ລາມ​ໄປ​ທົ່ວ​ແລ້ວ.


ພຣະອົງ​ລົງໂທດ​ແລະ​ຕີສອນ​ມະນຸດ​ຍ້ອນ​ຄວາມຜິດ​ຂອງ​ພວກເຂົາ ມະນຸດ​ກໍ​ຖືກ​ທຳລາຍ​ດັ່ງ​ແມງມັນ​ແມງເມົ່າ ຕາມ​ທີ່​ຈິງ​ແລ້ວ​ມວນ​ມະນຸດ​ເຮົາ ກໍ​ເປັນ​ພຽງແຕ່​ລົມຫາຍໃຈ​ເທົ່ານັ້ນ.


ຜູ້​ປ້ອງກັນ​ຂ້ອຍ​ຄື​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລ້ວ​ຜູ້ໃດ​ແດ່​ພິສູດ​ເອົາ​ຄວາມຜິດ​ກັບ​ຂ້ອຍ​ໄດ້? ພວກ​ທີ່​ກ່າວຫາ​ຂ້ອຍ​ນັ້ນ​ຈະ​ສູນຫາຍ​ໄປ​ໝົດ ພວກເຂົາ​ຈະ​ສະຫລາຍໄປ​ດັ່ງ​ເຄື່ອງນຸ່ງ​ທີ່​ຕົກໂໝະ.


ພວກເຂົາ​ຈະ​ສະຫລາຍ​ໄປ​ດັ່ງ​ເຄື່ອງນຸ່ງ​ທີ່​ຕົກໂໝະ ຊຶ່ງ​ຖືກ​ໂຕ​ມອດ​ກັດ​ຂາດ​ໄປ​ຈົນກ້ຽງ, ແຕ່​ຄວາມຊ່ວຍ​ໃຫ້​ພົ້ນ​ຈະ​ດຳລົງ​ຢູ່​ສືບໆໄປ ຄວາມ​ມີໄຊ​ຂອງເຮົາ​ຈະ​ຍືນຍົງ​ໄປ​ຕະຫລອດ.”


ຜູ້​ທີ່​ໄດ້​ເງິນຄຳ​ມາ​ໃນ​ທາງ​ບໍ່​ສຸດຈະຫລິດ ກໍ​ເປັນ​ດັ່ງ​ນົກ​ຟັກໄຂ່​ທີ່​ບໍ່​ອອກລູກ ໃນ​ຊີວິດ​ບັ້ນກາງ​ລາວ​ຈະ​ເສຍ​ຄວາມຮັ່ງມີ​ໄປ ໃນ​ຊີວິດ​ບັ້ນປາຍ​ຈະ​ບໍ່ມີ​ຫຍັງ​ແຕ່​ກາຍເປັນ​ບ້າ.


ເພາະສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ເອົາ​ການ​ທຳລາຍ​ມາ​ສູ່​ເອຟຣາອິມ ແລະ​ໄພພິບັດ​ມາ​ສູ່​ຢູດາຍ.


ຈົ່ງ​ຂາຍ​ສິ່ງ​ຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ຍາກຈົນ ຈົ່ງ​ເຮັດ​ຖົງ​ເງິນ​ອັນ​ບໍ່​ຮູ້​ເກົ່າ​ໄວ້​ສຳລັບ​ຕົນ ແລະ​ສະສົມ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ໃນ​ສະຫວັນ ຊຶ່ງ​ໝົດ​ບໍ່​ເປັນ ບ່ອນ​ທີ່​ຂະໂມຍ​ເຂົ້າ​ໄປ​ບໍ່ໄດ້ ແລະ​ບ່ອນ​ທີ່​ມອດ​ກັດ​ກິນ​ບໍ່ໄດ້.


ຖ້າ​ວ່າ​ມີ​ຄົນ​ຫນຶ່ງ​ຖື​ແຫວນ​ຄຳ ແລະ​ແຕ່ງຕົວ​ງົດງາມ​ເຂົ້າ​ມາ​ໃນ​ທີ່​ປະຊຸມ​ຂອງ​ພວກເຈົ້າ ແລະ​ມີ​ຄົນ​ທຸກຈົນ​ຜູ້ໜຶ່ງ​ນຸ່ງ​ເຄື່ອງ​ເປື້ອນເປິ​ເຂົ້າ​ມາ​ເໝືອນກັນ.


ເພື່ອ​ຮັບ​ມໍຣະດົກ​ອັນ​ຄົບ​ບໍຣິບູນ ຊຶ່ງ​ພຣະເຈົ້າ​ໄດ້​ຮັກສາ​ໄວ້​ສຳລັບ​ໄພ່ພົນ​ຂອງ​ພຣະອົງ​ໃນ​ສະຫວັນ ຊຶ່ງ​ເປັນ​ບ່ອນ​ທີ່​ບໍ່​ເປື່ອຍເນົ່າ ບໍ່​ຊົ່ວ​ມົວໝອງ​ແລະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka