Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 5:16 - ພຣະຄຳພີສັກສິ

16 ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ສາລະພາບ​ຜິດ​ຂອງຕົນ​ຕໍ່​ກັນແລະກັນ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ກັນແລະກັນ, ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ດີ​ພະຍາດ. ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້​ຊອບທຳ​ມີຣິດ​ສັກສິດ​ເຮັດ​ໃຫ້​ເກີດຜົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ເຫດສະນັ້ນ ຈົ່ງ​ສາລະພາບ​ຄວາມບາບ​ຂອງ​ພວກເຈົ້າ​ຕໍ່​ກັນແລະກັນ ແລະ ອະທິຖານ​ເພື່ອ​ກັນແລະກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ຫາຍດີ. ຄຳອະທິຖານ​ຂອງ​ຄົນ​ຊອບທຳ​ນັ້ນ​ມີ​ພະລັງ ແລະ ເກີດຜົນ.

Uka jalj uñjjattʼäta Copia luraña




ຢາໂກໂບ 5:16
68 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ພຣະເຈົ້າ​ທຳລາຍ​ເມືອງ​ຕ່າງໆ​ໃນ​ຮ່ອມພູ ບ່ອນ​ທີ່​ໂລດ​ອາໄສ​ຢູ່​ນັ້ນ; ພຣະອົງ​ຍັງ​ຈື່ຈຳ​ຄຳ​ຂໍຮ້ອງ​ຂອງ​ອັບຣາຮາມ ແລະ​ຊ່ວຍ​ໂລດ​ໃຫ້​ພົ້ນ​ຈາກ​ອັນຕະລາຍ.


ຍ້ອນ​ເລື່ອງ​ເກີດຂຶ້ນ​ກັບ​ຊາຣາ​ເມຍ​ຂອງ​ອັບຣາຮາມ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ຜູ້ຍິງ​ທຸກຄົນ​ໃນ​ວັງ​ຂອງ​ເຈົ້າ​ອາບີເມເຫຼັກ​ບໍ່ມີ​ລູກ. ສະນັ້ນ ອັບຣາຮາມ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ ແລະ​ພຣະເຈົ້າ​ກໍ​ໂຜດ​ຮັກສາ​ເພິ່ນ​ໃຫ້​ຫາຍ​ດີ. ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ເມຍ​ຂອງ​ເພິ່ນ ແລະ​ບັນດາ​ຍິງ​ທັງໝົດ​ຫາຍ​ດີ​ເໝືອນກັນ ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ລູກ​ໄດ້.


ແຕ່​ບັດນີ້ ຈົ່ງ​ເອົາ​ຍິງ​ຜູ້​ນີ້​ໄປ​ສົ່ງ​ໃຫ້​ຜົວ​ຂອງ​ນາງ. ຜົວ​ຂອງ​ນາງ​ເປັນ​ຜູ້ທຳນວາຍ ແລະ​ລາວ​ຈະ​ພາວັນນາ​ອະທິຖານ​ສຳລັບ​ເຈົ້າ​ເພື່ອ​ເຈົ້າ​ຈະ​ບໍ່​ຕາຍ, ແຕ່​ເຮົາ​ຂໍ​ເຕືອນ​ເຈົ້າ​ວ່າ ຖ້າ​ເຈົ້າ​ບໍ່​ສົ່ງ​ນາງ​ຄືນ​ໄປ ເຈົ້າ​ແລະ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ຈະ​ຕ້ອງ​ຕາຍ.”


ຊາຍ​ນັ້ນ​ເວົ້າ​ວ່າ, “ຊື່​ຂອງ​ເຈົ້າ​ຈະ​ບໍ່ແມ່ນ​ຢາໂຄບ​ອີກ​ຕໍ່ໄປ. ເຈົ້າ​ໄດ້​ຕໍ່ສູ້​ກັບ​ພຣະເຈົ້າ ແລະ​ມະນຸດ ແລະ​ເຈົ້າ​ຊະນະ; ສະນັ້ນ ຊື່​ຂອງ​ເຈົ້າ​ຈະ​ແມ່ນ​ອິດສະຣາເອນ.”


ແລະ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ຂໍ​ລືມ​ຄວາມຜິດ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໃນ​ມື້​ທີ່​ທ່ານ​ໄດ້​ອອກ​ມາ​ແຕ່​ນະຄອນ​ເຢຣູຊາເລັມ​ນັ້ນ​ເຖີດ ຢ່າ​ໄດ້​ຖື​ໂທດ​ຂ້ານ້ອຍ​ແລະ​ຢ່າ​ຄິດເຖິງ​ເລື່ອງ​ນັ້ນ​ອີກ​ເລີຍ.


ກະສັດ​ເຢໂຣໂບອາມ​ໄດ້​ກ່າວ​ແກ່​ຜູ້ທຳນວາຍ​ວ່າ, “ກະລຸນາ​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໃຫ້​ຮັກສາ​ແຂນ​ຂອງເຮົາ​ໃຫ້​ດີ​ແດ່ທ້ອນ.” ຄົນ​ຂອງ​ພຣະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ແຂນ​ຂອງ​ກະສັດ​ກໍດີ​ເປັນ​ປົກກະຕິ​ເໝືອນເດີມ.


ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເຮເຊກີຢາ; ພຣະອົງ​ໄດ້​ຍົກໂທດ​ໃຫ້​ປະຊາຊົນ ແລະ​ບໍ່​ເຮັດ​ໃຫ້​ພວກເຂົາ​ເປັນ​ອັນຕະລາຍ​ແຕ່​ຢ່າງໃດ.


ບັດນີ້ ຈົ່ງ​ເອົາ​ງົວເຖິກ​ເຈັດ​ໂຕ ແລະ​ແກະເຖິກ​ເຈັດ​ໂຕ​ໄປ​ໃຫ້​ໂຢບ ເພື່ອ​ເຜົາບູຊາ​ສຳລັບ​ຄວາມຜິດ​ຂອງ​ພວກເຈົ້າ. ໂຢບ​ຈະ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ແລະ​ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ລາວ ແລະ​ເຮົາ​ຈະ​ບໍ່​ເອົາ​ໂທດ ຕາມ​ທີ່​ພວກເຈົ້າ​ຄວນ​ໄດ້​ຮັບ. ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ​ກ່ຽວກັບ​ເຮົາ​ດັ່ງ​ທີ່​ໂຢບ​ໄດ້​ເວົ້າ.”


ພຣະເຈົ້າຢາເວ​ເຝົ້າເບິ່ງ​ຄົນ​ຊອບທຳ ແລະ​ຟັງ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ,


ການ​ສູ້ຮົບ​ເລີ່ມຂຶ້ນ ເມື່ອໃດ​ທີ່​ໂມເຊ​ຍົກ​ແຂນ​ຂຶ້ນ ຊາວ​ອິດສະຣາເອນ​ກໍ​ເປັນ​ຝ່າຍ​ໄດ້​ໄຊຊະນະ, ແຕ່​ພໍ​ໂມເຊ​ປ່ອຍ​ແຂນ​ລົງ ຝ່າຍ​ອາມາເຫຼັກ​ກໍ​ເລີ່ມ​ເປັນ​ຝ່າຍ​ໄດ້​ໄຊຊະນະ.


ໂມເຊ​ຈຶ່ງ​ອຳລາ​ກະສັດ​ຟາໂຣ​ໄປ. ຫລັງຈາກ​ອອກ​ຈາກ​ຕົວເມືອງ​ແລ້ວ ເພິ່ນ​ກໍໄດ້​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ. ສຽງ​ຟ້າຮ້ອງ, ໝາກເຫັບ ແລະ​ຝົນ​ຈຶ່ງ​ເຊົາ​ຕົກ.


ພຣະເຈົ້າຢາເວ​ຊົງ​ຮັບ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຄົນ​ຊອບທຳ, ແຕ່​ພຣະອົງ​ບໍ່​ສົນໃຈ​ນຳ​ຄົນຊົ່ວ.


ຄົນ​ທ່ຽງທຳ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ​ຕອບ, ແຕ່​ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວຊ້າ​ພຣະອົງ​ກຽດຊັງ.


ຜູ້ໃດ​ທີ່​ບໍ່​ປະຕິບັດ​ຕາມ​ກົດບັນຍັດ ພຣະເຈົ້າ​ກໍ​ຈະ​ກຽດຊັງ​ຄຳພາວັນນາ​ອະທິຖານ​ຂອງ​ຜູ້ນັ້ນ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.


‘ຈົ່ງ​ຮ້ອງ​ຫາ​ເຮົາ ແລະ​ເຮົາ​ຈະ​ຕອບ​ເຈົ້າ; ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເຈົ້າ​ບໍ່​ຮູ້.’


ແລະ​ເວົ້າ​ວ່າ, “ກະລຸນາ​ເຮັດ​ຕາມ​ທີ່​ພວກເຮົາ​ຂໍຮ້ອງ​ເຖີດ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໃຫ້​ພວກເຮົາ​ດ້ວຍ. ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ທຸກຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່. ຄັ້ງ​ໜຶ່ງ​ນັ້ນ ພວກເຮົາ​ເຄີຍ​ມີ​ຫລາຍ​ຄົນ, ແຕ່​ບັດນີ້​ພວກເຮົາ​ເຫຼືອ​ຢູ່​ພຽງ​ໜ້ອຍຄົນ​ເທົ່ານັ້ນ ດັ່ງ​ທີ່​ທ່ານ​ໄດ້​ເຫັນ​ນີ້ແຫລະ.


ປະຊາຊົນ​ໄດ້​ຮ້ອງ​ຫາ​ໂມເຊ​ໃຫ້​ຊ່ວຍເຫລືອ; ເພິ່ນ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ແລະ​ໄຟ​ນັ້ນ​ກໍໄດ້​ມອດ​ລົງ.


ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ພາວັນນາ​ອະທິຖານ​ຂໍ​ໃນ​ສິ່ງ​ນັ້ນ.”


ພວກເຂົາ​ໄດ້​ສາລະພາບ​ບາບກຳ​ຂອງຕົນ ແລະ ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນໍ້າ​ຈໍແດນ.


ປະຊາຊົນ​ຢ່າງ​ຫລວງຫລາຍ​ຈາກ​ແຂວງ​ຢູດາຍ ແລະ​ຈາກ​ນະຄອນ​ເຢຣູຊາເລັມ​ໄດ້​ອອກ​ໄປ​ຫາ​ໂຢຮັນ, ພວກເຂົາ​ໄດ້​ສາລະພາບ​ການບາບ​ຂອງ​ພວກ​ຕົນ ແລະ​ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນໍ້າ​ຈໍແດນ.


ແລ້ວ​ພວກ​ສາວົກ​ກໍ​ພາກັນ​ອອກ​ເດີນທາງ​ໄປ ຕາມ​ທຸກ​ບ້ານ​ທຸກ​ເມືອງ​ປະກາດ​ຂ່າວປະເສີດ ແລະ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ດີ​ພະຍາດ.


ພວກເຮົາ​ຮູ້​ຢູ່​ວ່າ ພຣະເຈົ້າ​ບໍ່​ຊົງ​ຟັງ​ຄົນ​ບາບ ແຕ່​ຖ້າ​ຜູ້ໃດ​ຢຳເກງ​ພຣະເຈົ້າ ແລະ​ເຮັດ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ພຣະອົງ​ກໍ​ຊົງ​ຟັງ​ຜູ້ນັ້ນ.


ພວກທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ພຣະເຈົ້າ​ໄດ້​ຫົດສົງ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຣິດເດດ, ພຣະອົງ​ໄດ້​ໄປ​ທຸກຫົນ​ທຸກແຫ່ງ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊົງ​ໂຜດ​ຮັກສາ​ທຸກຄົນ​ທີ່​ຖືກ​ອຳນາດ​ຂອງ​ມານຮ້າຍ​ບຽດບຽນ ເພາະວ່າ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ພຣະອົງ.


ຄົນ​ທີ່​ເຊື່ອ​ຫລາຍ​ຄົນ​ໄດ້​ມາ​ສາລະພາບ​ບາບກຳ ແລະ​ເວົ້າ​ຢ່າງ​ເປີດເຜີຍ​ເຖິງ​ການ​ທີ່​ຕົນ​ໄດ້​ເຄີຍ​ກະທຳ.


ຝ່າຍ​ຊີໂມນ​ໄດ້​ຕອບ​ວ່າ, “ຂໍ​ທ່ານ​ທັງສອງ​ພາວັນນາ​ອະທິຖານ​ຕໍ່​ພຣະອົງເຈົ້າ​ສຳລັບ​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ເຫດການ​ຕ່າງໆ​ທີ່​ທ່ານ​ໄດ້​ກ່າວ​ມາ​ນັ້ນ ຈະ​ບໍ່​ເກີດຂຶ້ນ​ກັບ​ຂ້ານ້ອຍ​ຈັກ​ປະການ.”


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບໍ່ມີ​ຄົນ​ຊອບທຳ ຈັກ​ຄົນ​ໜຶ່ງ​ຄົນ​ດຽວ.


ດ້ວຍວ່າ, ມະນຸດ​ທຸກຄົນ​ຕົກ​ເປັນ​ຄົນ​ມີ​ບາບກຳ ເພາະ​ມະນຸດ​ຄົນ​ດຽວ​ທີ່​ບໍ່​ເຊື່ອຟັງ​ສັນໃດ, ຄົນ​ຈຳນວນ​ຫລາຍ ກໍ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເພາະ​ພຣະອົງ​ຜູ້​ດຽວ​ທີ່​ໄດ້​ຊົງ​ເຊື່ອຟັງ​ສັນນັ້ນ.


ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ.


ຈົ່ງ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ,


ຂໍ​ພຣະເຈົ້າ​ຜູ້​ໂຜດ​ໃຫ້​ສັນຕິສຸກ ຊົງ​ຊຳລະ​ພວກເຈົ້າ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຮຽບຮ້ອຍ​ໃນ​ທຸກ​ດ້ານ ແລະ​ຊົງ​ຮັກສາ​ທັງ​ຈິດ​ວິນຍານ ຈິດໃຈ ແລະ​ຮ່າງກາຍ​ຂອງ​ພວກເຮົາ ໃຫ້​ປາສະຈາກ​ຄວາມຜິດ​ໃດໆ ຈົນເຖິງ​ວັນ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ.


ເພາະ​ອາເບັນ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ບູຊາ​ອັນ​ຖືກຕ້ອງ​ກວ່າ​ເຄື່ອງ​ບູຊາ​ຂອງ​ກາອິນ ມາ​ຖວາຍ​ແດ່​ພຣະເຈົ້າ ຊຶ່ງ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ​ວ່າ ເປັນ​ຄົນ​ຊອບທຳ ພຣະເຈົ້າ​ກໍໄດ້​ຊົງ​ເປັນ​ພະຍານ​ແກ່​ເຄື່ອງຖວາຍ​ຂອງ​ເພິ່ນ. ເຖິງ​ແມ່ນ​ວ່າ​ອາເບັນ​ຕາຍ​ແລ້ວ​ກໍ​ຈິງ ແຕ່​ເພາະ​ມີ​ຄວາມເຊື່ອ​ເພິ່ນ​ຈຶ່ງ​ຍັງ​ເວົ້າ​ຢູ່.


ເພາະ​ໂນອາ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຕັກເຕືອນ​ໃຫ້​ຮູ້​ເຖິງ​ເຫດການ​ທີ່​ຍັງ​ບໍ່​ປາກົດ ເພິ່ນ​ຈຶ່ງ​ຢຳເກງ​ແລະ​ສ້າງ​ເຮືອ ເພື່ອ​ໃຫ້​ຄອບຄົວ​ຂອງຕົນ​ພົ້ນ​ຈາກ​ຄວາມ​ຕາຍ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ຕັດສິນ​ລົງໂທດ​ໃສ່​ມະນຸດ​ສະໂລກ ແລະ​ໄດ້​ກາຍເປັນ​ຜູ້​ຮັບ​ມໍຣະດົກ ຄື​ຄວາມ​ຊອບທຳ ຊຶ່ງ​ເກີດ​ມາ​ຈາກ​ຄວາມເຊື່ອ.


ຈົ່ງ​ກ້າວ​ໄປ​ຕາມ​ເສັ້ນທາງ​ອັນ​ຖືກຕ້ອງ ເພື່ອ​ວ່າ​ຕີນ​ທີ່​ພິການ​ນັ້ນ ຈະ​ບໍ່​ພິກໂບກ ແຕ່​ຈະ​ດີ​ເປັນ​ປົກກະຕິ.


ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ ເພາະ​ເຮົາ​ເຊື່ອ​ແນ່​ວ່າ ພວກເຮົາ​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ດີ​ຢູ່​ແລ້ວ ແລະ​ປາຖະໜາ​ທີ່​ຈະ​ດຳເນີນ​ຊີວິດ​ຕາມ​ຢ່າງດີ​ໃນ​ທຸກສິ່ງ.


ໃນ​ມື້​ທີ່​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້ ພວກ​ອິດສະຣາເອນ​ຊະນະ​ພວກອາໂມ​ນັ້ນ ໂຢຊວຍ​ໄດ້​ກ່າວ​ຕໍ່​ພຣະເຈົ້າຢາເວ​ຕໍ່ໜ້າ​ຊາວ​ອິດສະຣາເອນ​ວ່າ, “ດວງອາທິດ​ເອີຍ ຈົ່ງ​ຢຸດ​ຢູ່​ທີ່​ເມືອງ​ກີເບໂອນ​ສາ ດວງເດືອນ​ເອີຍ ຈົ່ງ​ຢຸດ​ຢູ່​ເທິງ​ຮ່ອມພູ​ໄອຢາໂລນ​ເຖີດ.”


ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.


ແລະ​ເມື່ອ​ພວກເຮົາ​ຂໍ​ສິ່ງໃດ​ຈາກ​ພຣະອົງ ພວກເຮົາ​ກໍໄດ້​ຮັບ​ສິ່ງ​ນັ້ນ ເພາະ​ພວກເຮົາ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ຊົງ​ພໍພຣະໄທ.


ນາງ​ຮັນນາ​ພາວັນນາ​ອະທິຖານ​ຕໍ່ໜ້າ​ພຣະເຈົ້າຢາເວ​ເປັນ​ເວລາ​ຍາວນານ ສ່ວນ​ເອລີ​ນັ້ນ​ກໍ​ເຝົ້າ​ສັງເກດ​ເບິ່ງ​ປາກ​ຂອງ​ນາງ.


ດຽວນີ້ ເປັນ​ລະດູແລ້ງ​ແມ່ນ​ບໍ່? ແຕ່​ຂ້າພະເຈົ້າ​ຈະ​ພາວັນນາ​ອະທິຖານ​ຂໍ​ໃຫ້​ພຣະເຈົ້າຢາເວ​ສົ່ງ​ສຽງ​ຟ້າຮ້ອງ​ມາ ແລະ​ຝົນ​ກໍ​ຈະ​ຕົກລົງ. ເມື່ອ​ພວກເຈົ້າ​ໄດ້​ເຫັນ​ເຫດການ​ນີ້​ແລ້ວ ພວກເຈົ້າ​ຈະ​ຮູ້​ວ່າ​ເວລາ​ທີ່​ພວກເຈົ້າ​ຂໍ​ເອົາ​ກະສັດ​ຈາກ​ພຣະອົງ​ນັ້ນ ພວກເຈົ້າ​ໄດ້​ເຮັດ​ຜິດ​ຢ່າງ​ຮ້າຍແຮງ​ຕໍ່​ພຣະເຈົ້າຢາເວ.”


ດັ່ງນັ້ນ ຊາມູເອນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ໃນ​ມື້​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ສົ່ງ​ສຽງ​ຟ້າຮ້ອງ​ມາ ແລະ​ຝົນ​ກໍ​ຕົກ. ແລ້ວ​ປະຊາຊົນ​ທຸກຄົນ​ກໍ​ເກີດ​ຢ້ານກົວ​ພຣະເຈົ້າຢາເວ ແລະ ຊາມູເອນ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka