Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 5:12 - ພຣະຄຳພີສັກສິ

12 ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນໆ​ທັງໝົດ​ກໍ​ຄື ຢ່າ​ສາບານ​ດ້ວຍ​ອ້າງ​ເຖິງ​ສະຫວັນ ຫລື​ແຜ່ນດິນ​ໂລກ ຫລື​ສິ່ງ​ອື່ນໆ, ແຕ່​ສິ່ງໃດ “ແມ່ນ.” ກໍ​ໃຫ້​ວ່າ, “ແມ່ນ.” ສິ່ງໃດ​ທີ່ “ບໍ່ແມ່ນ.” ກໍ​ໃຫ້​ວ່າ, “ບໍ່ແມ່ນ.” ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ລົງໂທດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ພີ່ນ້ອງ​ທັງຫລາຍ​ເອີຍ, ເໜືອ​ສິ່ງ​ອື່ນ​ທັງໝົດ​ຄື: ຢ່າ​ສາບານ, ບໍ່​ວ່າ​ຈະ​ອ້າງ​ເຖິງ​ສະຫວັນ ຫລື ອ້າງ​ເຖິງ​ແຜ່ນດິນໂລກ ຫລື ອ້າງ​ເຖິງ​ສິ່ງ​ອື່ນ​ໃດ. ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ “ແມ່ນ” ຫລື “ບໍ່ແມ່ນ” ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ຕັດສິນລົງໂທດ.

Uka jalj uñjjattʼäta Copia luraña




ຢາໂກໂບ 5:12
9 Jak'a apnaqawi uñst'ayäwi  

ຖ້າ​ມີ​ຜູ້ໃດ​ຫິວ ກໍ​ໃຫ້​ຜູ້​ນັ້ນ​ກິນ​ທີ່​ເຮືອນ​ຂອງຕົນ​ເສຍກ່ອນ ເພື່ອ​ເວລາ​ມາ​ປະຊຸມ​ກັນ ເຈົ້າ​ທັງຫລາຍ​ຈະ​ບໍ່​ຖືກ​ການ​ຊົງ​ພິພາກສາ​ລົງໂທດ. ສ່ວນ​ເລື່ອງ​ອື່ນໆ​ນັ້ນ ເມື່ອ​ເຮົາ​ມາ ເຮົາ​ຈະ​ແນະນຳ​ໃຫ້.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ໄດ້​ຫລົງ​ຜິດ​ໄປ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຈົດຈຳ​ຂໍ້​ນີ້​ໄວ້ ຄື​ໃຫ້​ທຸກຄົນ​ວ່ອງໄວ​ໃນ​ການ​ຟັງ, ຊ້າ​ໃນ​ການ​ເວົ້າ, ຊ້າ​ໃນ​ການ​ຄຽດຮ້າຍ,


ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນ​ໃດ​ໝົດ ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ ເພາະ​ຄວາມຮັກ​ກໍ​ປິດບັງ​ຄວາມ​ຜິດບາບ​ໄວ້​ຢ່າງ​ຫລວງຫລາຍ.


ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ພາວັນນາ​ອະທິຖານ​ຂໍ​ໃຫ້​ເຈົ້າ​ຈະເລີນ​ດີ​ຂຶ້ນ​ໃນ​ທຸກສິ່ງ ແລະ​ໃຫ້​ມີ​ສຸກຂະພາບ​ເຂັ້ມແຂງ ເໝືອນ​ດັ່ງ​ຈິດ​ວິນຍານ​ຂອງ​ເຈົ້າ​ຈະເລີນ​ດີ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka