Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 5:11 - ພຣະຄຳພີສັກສິ

11 ເບິ່ງແມ! ພວກເຮົາ​ຖື​ວ່າ​ຄົນ​ເຫຼົ່ານັ້ນ ທີ່​ມີ​ຄວາມ​ໝັ້ນໃຈ​ກໍ​ເປັນ​ສຸກ. ເຈົ້າ​ທັງຫລາຍ​ໄດ້ຍິນ​ເລື່ອງ​ຄວາມ​ໝັ້ນໃຈ​ຂອງທ່ານ​ໂຢບ ແລະ​ໄດ້​ເຫັນ​ແລ້ວ​ວ່າ​ໃນ​ທີ່ສຸດ​ປາຍ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຊົງ​ເຕັມ​ໄປ​ດ້ວຍ​ພຣະ​ເມດຕາ​ກະລຸນາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ດັ່ງ​ທີ່​ພວກເຈົ້າ​ຮູ້​ແລ້ວ​ວ່າ, ພວກເຮົາ​ຖືວ່າ​ບັນດາ​ຜູ້​ທີ່​ອົດທົນ​ນັ້ນ​ກໍ​ເປັນສຸກ. ພວກເຈົ້າ​ກໍ​ໄດ້​ຍິນ​ເຖິງ​ຄວາມອົດທົນ​ຂອງ​ໂຢບ ແລະ ໄດ້​ເຫັນ​ວ່າ​ໃນ​ທີ່ສຸດ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເກີດ​ຫຍັງ​ຂຶ້ນ. ອົງພຣະຜູ້ເປັນເຈົ້າ​ເຕັມ​ດ້ວຍ​ຄວາມ​ກະລຸນາ ແລະ ຄວາມເມດຕາ.

Uka jalj uñjjattʼäta Copia luraña




ຢາໂກໂບ 5:11
53 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ຈຶ່ງ​ຕອບ​ວ່າ, “ເຮົາ​ຕົກ​ຢູ່​ໃນ​ສະພາບ​ຈົນຕາແຈ​ແທ້ໆ ແຕ່​ເຮົາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ລົງໂທດ ໃຫ້​ພຣະເຈົ້າຢາເວ​ເອງ​ລົງໂທດ​ເຮົາ​ສາ ເພາະ​ພຣະອົງ​ມີ​ໃຈ​ເມດຕາ.”


ຖ້າ​ພວກທ່ານ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ແລ້ວ​ພວກ​ທີ່​ຈັບ​ພີ່ນ້ອງ​ຂອງ​ພວກທ່ານ​ໄປ​ເປັນ​ຊະເລີຍ​ນັ້ນ ກໍ​ຈະ​ມີ​ຈິດໃຈ​ເມດຕາ​ຕໍ່​ພວກເຂົາ ແລະ​ສົ່ງ​ພວກເຂົາ​ກັບຄືນ​ມາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ຊົງ​ພຣະຄຸນ​ແລະ​ມີ​ໃຈ​ເມດຕາ​ກະລຸນາ ແລະ​ຖ້າ​ພວກທ່ານ​ກັບຄືນ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ຮັບ​ເອົາ​ພວກທ່ານ​ໄວ້.”


ເມື່ອ​ບໍ່​ເຊື່ອຟັງ​ແລ້ວ​ພວກເພິ່ນ​ກໍ​ລືມໄລ​ທຸກສິ່ງ ຄື​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ກະທຳ; ດ້ວຍ​ຄວາມ​ຈອງຫອງ​ພວກເພິ່ນ​ໄດ້​ເລືອກເອົາ​ຜູ້ນຳ ພາ​ພວກເພິ່ນ​ກັບຄືນ​ສູ່​ປະເທດ​ເອຢິບ​ໄປ​ເປັນ​ທາດ. ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ຊົງ​ເມດຕາ​ເອັນດູ ແລະ​ມີ​ຄວາມຮັກ; ພຣະອົງ​ໂກດຮ້າຍ​ຊ້າ​ເພາະ​ເມດຕາ​ພວກເພິ່ນ ພຣະອົງ​ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ.


ແຕ່​ຍ້ອນ​ພຣະເມດຕາ​ຊົງ​ຍິ່ງໃຫຍ່​ຫລາຍ ຈຶ່ງ​ບໍ່ໄດ້​ປະຖິ້ມ​ພວກເພິ່ນ ແລະ​ທຳລາຍ​ພວກເພິ່ນ. ພຣະອົງ​ເປັນ​ພຣະເຈົ້າ​ທີ່​ຊົງຄຸນງາມ​ຄວາມດີ ທັງ​ຊົງ​ເມດຕາ​ແລະ​ເອັນດູ​ດ້ວຍ.


ຢູ່​ໃນ​ດິນແດນ​ອູເຊ ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂຢບ. ລາວ​ນະມັດສະການ​ພຣະເຈົ້າ​ແລະ​ສັດຊື່​ຕໍ່​ພຣະອົງ. ລາວ​ເປັນ​ຄົນດີ​ແລະ​ລະມັດ​ລະວັງຕົວ​ບໍ່​ເຮັດ​ຊົ່ວ.


ໂຢບ​ມີ​ລູກຊາຍ​ເຈັດ​ຄົນ ແລະ​ມີ​ລູກສາວ​ສາມ​ຄົນ,


ໂຢບ​ຕອບ​ວ່າ, “ເຈົ້າ​ຢ່າ​ເວົ້າ​ແບບ​ບໍ່ມີ​ຄວາມຄິດ​ຢ່າງນີ້​ແມ ເມື່ອ​ພຣະເຈົ້າ​ໃຫ້​ຂອງ​ດີ​ແກ່​ເຮົາ ເຮົາ​ກໍ​ຮັບ​ເອົາ​ໄວ້. ເມື່ອ​ພຣະອົງ​ໃຫ້​ຄວາມ​ລຳບາກ​ແກ່​ເຮົາ ເຮົາ​ຈະ​ຈົ່ມທຸກ​ໄດ້​ຢ່າງໃດ?” ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ທົນທຸກ​ທັງໝົດ​ນີ້​ກໍຕາມ ແຕ່​ໂຢບ​ກໍ​ບໍ່ໄດ້​ເວົ້າ​ຫຍັງ​ຕໍ່ສູ້​ພຣະເຈົ້າ​ເລີຍ.


ແຕ່​ພຣະເຈົ້າ​ຊົງ​ຮູ້​ທາງ​ທີ່​ຂ້ອຍ​ກ້າວ​ໄປ ເມື່ອ​ພຣະອົງ​ຊົງ​ທົດສອບ​ຂ້ອຍ​ແລ້ວ ພຣະອົງ​ຈະ​ພົບ​ວ່າ​ຂ້ອຍ​ບໍຣິສຸດ​ເໝືອນ​ຄຳ.


ພໍ່​ເມດຕາ​ກະລຸນາ​ລູກໆ​ຫລາຍ​ເທົ່າໃດ ພຣະເຈົ້າຢາເວ​ກໍ​ເມດຕາ​ຜູ້​ທີ່​ຢຳເກງ​ພຣະອົງ​ຫລາຍ​ເທົ່ານັ້ນ.


ພຣະເຈົ້າຢາເວ​ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ເຕັມ​ໄປ​ດ້ວຍ​ພຣະຄຸນ ເຕັມ​ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ຊ້າ​ໃນ​ການຮ້າຍ.


ພຣະເຈົ້າຢາເວ​ຊົງ​ສັດຊື່​ແລະ​ຊົງ​ຄຸນຄວາມດີ ພຣະເຈົ້າ​ຂອງ​ພວກເຮົາ​ຊົງ​ເມດຕາ​ກະລຸນາ​ຢ່າງ​ເຕັມ​ລົ້ນ.


ໂຜດ​ແລເບິ່ງ​ຂ້ານ້ອຍ​ດ້ວຍ​ຄວາມ​ເມດຕາ ເໝືອນ​ດັ່ງ​ພຣະອົງ​ກະທຳ​ຕໍ່​ທຸກຄົນ​ທີ່​ຮັກ​ພຣະອົງ​ນັ້ນ.


ພຣະເຈົ້າຢາເວ​ເຕັມໄປດ້ວຍ​ພຣະຄຸນ​ແລະ​ຄວາມ​ເມດຕາ ໂກດຮ້າຍ​ຊ້າ​ແລະ​ມີ​ຄວາມຮັກ​ອັນ​ໝັ້ນຄົງ.


ຈົ່ງ​ແລ​ເບິ່ງ​ຄົນ​ດີ​ແລະ​ສັງເກດ​ເບິ່ງ​ຄົນ​ຊອບທຳ ຜູ້​ທີ່​ຮັກ​ສັນຕິສຸກ​ກໍ​ມີ​ລູກຫລານ​ຫລາຍ


ຂ້າແດ່​ພຣະເຈົ້າ ໂຜດ​ເມດຕາ​ດ້ວຍ ເພາະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ. ເພາະ​ຄວາມ​ເມດຕາ​ອັນ​ໃຫຍ່​ຍິ່ງ​ຂອງ​ພຣະອົງ ໂຜດ​ປັດ​ການບາບ​ຂອງ​ຂ້ານ້ອຍ​ຖິ້ມ​ດ້ວຍ


ແຕ່​ພຣະເມດຕາ​ນັ້ນ​ຍັງ​ມີ​ຢູ່​ຕໍ່ໄປ​ສຳລັບ​ພວກເຂົາ ພຣະອົງ​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ບໍ່ໄດ້​ທຳລາຍ​ພວກເຂົາ​ອີກ. ພຣະອົງ​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຫລາຍເທື່ອ​ຫລາຍທີ ແລະ​ອົດກັ້ນ​ຄວາມ​ໂມໂຫ​ຂອງ​ພຣະອົງ​ໄວ້​ດ້ວຍ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ຊົງ​ພຣະເມດຕາ ແລະ​ຊົງພຣະຄຸນ ບໍ່​ຮ້າຍ​ງ່າຍ ແລະ​ມີ​ຄວາມຮັກ​ອັນໝັ້ນຄົງ ແລະ​ສັດຊື່​ຢູ່​ສະເໝີ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ດີ​ຕໍ່​ພວກ​ຂ້ານ້ອຍ​ແທ້ໆ ທັງ​ຍົກໂທດ​ໃຫ້​ອະໄພ​ແກ່​ຂ້ານ້ອຍ​ດ້ວຍ. ຊົງ​ເຕັມ​ໄປ​ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ ຕໍ່​ທຸກຄົນ​ທີ່​ພາວັນນາ​ອະທິຖານ​ຫາ​ພຣະອົງ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະອົງ​ຕີສອນ ຄື​ຜູ້​ທີ່​ພຣະອົງ​ສັ່ງສອນ​ກົດບັນຍັດ​ໃຫ້​ນັ້ນ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຍ່າງ​ຜ່ານ​ໂມເຊ​ໄປ​ພ້ອມ​ທັງ​ປະກາດ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ​ແລະ​ເຕັມລົ້ນ​ດ້ວຍ​ພຣະຄຸນ ຜູ້​ບໍ່​ຮ້າຍ​ງ່າຍ ແລະ​ຜູ້​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ແລະ​ສັດຊື່.


ບັ້ນປາຍ​ຂອງ​ທຸກສິ່ງ​ກໍດີກວ່າ​ບັ້ນຕົ້ນ. ໃຈ​ອົດທົນ​ກໍດີກວ່າ​ໃຈ​ຈອງຫອງ.


ເພາະ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ພວກເຮົາ ຂ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ; ຂ້ອຍ​ຈະ​ບອກ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ ເພາະ​ພຣະອົງ​ໄດ້​ອວຍພອນ​ແກ່​ປະຊາຊົນ​ຢ່າງ​ບໍ່​ອັ້ນ ຄື​ປະຊາຊົນ​ອິດສະຣາເອນ ເພາະ​ຄວາມ​ເມດຕາ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.


ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ຊ່ວຍເຫລືອ​ພວກເຂົາ ໃຫ້​ພົ້ນ​ຈາກ​ຄວາມ​ທົນທຸກ​ທັງໝົດ. ບໍ່ແມ່ນ​ເທວະດາ​ຕົນໜຶ່ງ​ຕົນໃດ​ທີ່​ໄດ້​ຊ່ວຍເຫລືອ​ພວກເຂົາ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ເອງ. ເພາະ​ຄວາມຮັກ​ແລະ​ຄວາມ​ເມດຕາ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ຊ່ວຍກູ້​ເອົາ​ພວກເຂົາ. ໃນ​ອະດີດ​ພຣະອົງ​ໄດ້​ເບິ່ງແຍງ​ພວກເຂົາ​ຕະຫລອດ​ມາ


ຄວາມຮັກ​ຂອງ​ພຣະເຈົ້າຢາເວ​ອັນ​ບໍ່​ສິ້ນສຸດ​ເປັນ ແລະ​ພຣະເມດຕາ​ກໍ​ຍັງ​ດຳລົງ​ຄົງ​ຢູ່


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ອົງ​ຊົງ​ເມດຕາ​ແລະ​ໃຫ້​ອະໄພ​ແກ່​ພວກ​ຂ້ານ້ອຍ ເຖິງ​ແມ່ນ​ວ່າ​ພວກ​ຂ້ານ້ອຍ​ໄດ້​ກະບົດ​ຕໍ່ສູ້​ພຣະອົງ​ກໍຕາມ.


ໃຫ້​ໃຈ​ປວດລ້າວ​ສໍ່​ໃຫ້​ເຫັນ​ເຈົ້າ​ເສົ້າ​ເສຍໃຈ ຈີກ​ເຄື່ອງນຸ່ງ​ຂອງຕົນ​ບໍ່​ເປັນ​ການ​ພຽງພໍ​ດອກ.” ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສາ ພຣະອົງ​ຊົງ​ຄຸນຄວາມດີ​ແລະ​ເມດຕາ​ເຕັມ​ລົ້ນ; ພຣະອົງ​ອົດທົນ​ແລະ​ເຮັດ​ທຸກຢ່າງ​ຕາມ​ພຣະສັນຍາ ພ້ອມ​ສະເໝີ​ທີ່​ຈະ​ໃຫ້​ອະໄພ​ແລະ​ຍົກໂທດ​ໃຫ້.


ດັ່ງນັ້ນ ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້​ເວົ້າ​ກັບ​ພຣະອົງ​ແລ້ວ ກ່ອນ​ຈາກ​ເຮືອນ​ມາ​ບໍ່ແມ່ນ​ຫລື​ວ່າ ພຣະອົງ​ຈະ​ຕ້ອງ​ກະທຳ​ເຊັ່ນນີ້? ສະນັ້ນ ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ສຸດຂີດ ທີ່​ຈະ​ໜີໄປ​ຕາກຊິດ ເພາະ​ຂ້ານ້ອຍ​ຮູ້​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ທີ່​ມີ​ຄວາມຮັກ​ແລະ​ມີ​ຄວາມ​ເມດຕາ ອົດທົນ​ສະເໝີ, ໃຈດີ​ສະເໝີ, ພ້ອມ​ທີ່​ຈະ​ປ່ຽນໃຈ​ສະເໝີ​ແລະ​ບໍ່​ລົງໂທດ.


ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.


‘ພຣະເຈົ້າຢາເວ​ຜູ້​ບໍ່​ຮ້າຍ​ງ່າຍ, ຜູ້​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ຄວາມ​ສັດຊື່​ຕະຫລອດໄປ ພ້ອມ​ທັງ​ຍົກ​ບາບ​ໃຫ້​ອະໄພ​ແກ່​ຜູ້​ທີ່​ກະບົດ​ຕໍ່ສູ້​ເຮົາ, ແຕ່​ເຮົາ​ຈະ​ບໍ່​ລະເລີຍ​ທີ່​ຈະ​ລົງໂທດ ລູກຫລານ​ຂອງ​ຜູ້​ທີ່​ໄດ້​ກະທຳ​ບາບ​ຕໍ່ສູ້​ເຮົາ​ເຖິງ​ສາມ​ສີ່​ຊົ່ວ​ເຊັ່ນ​ຄົນ ສຳລັບ​ການບາບ​ຂອງ​ພໍ່​ແມ່​ພວກເຂົາ.’


ຄົນ​ທັງປວງ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ, ແຕ່​ຜູ້ໃດ​ທີ່​ທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.


ພຣະ​ກະລຸນາ​ຂອງ​ພຣະອົງ ກໍ​ມີ​ແກ່​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ ທັງ​ຊົ່ວ​ອາຍຸ​ນີ້ ແລະ​ຊົ່ວ​ອາຍຸ​ໜ້າ​ສືບໆໄປ.


ດ້ວຍວ່າ, ທຸກຄົນ​ທີ່​ໝັ່ນ​ຂໍ ກໍໄດ້​ຮັບ ຜູ້ໃດ​ທີ່​ໝັ່ນ​ຊອກ​ຫາ ກໍໄດ້​ພົບ ແລະ​ຜູ້ໃດ​ທີ່​ໝັ່ນ​ເຄາະ ກໍ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້.


ເຈົ້າ​ທັງຫລາຍ​ຈົ່ງ​ມີ​ຄວາມ​ເມດຕາປານີ ເໝືອນ​ຢ່າງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ຊົງ​ມີ​ຄວາມ​ເມດຕາປານີ.”


ຫລື​ວ່າ ເຈົ້າ​ໝິ່ນປະໝາດ​ພຣະ​ກະລຸນາ​ຄຸນ​ອັນ​ບໍຣິບູນ ແລະ​ຄວາມ​ອົດກັ້ນ​ພຣະໄທ​ກັບ​ຄວາມ​ອົດທົນ​ຂອງ​ພຣະອົງ, ເຈົ້າ​ບໍ່​ຮູ້​ຫລື​ວ່າ ພຣະ​ກະລຸນາ​ຄຸນ​ຂອງ​ພຣະເຈົ້າ​ນັ້ນ ກໍ​ເພື່ອ​ນຳ​ເຈົ້າ​ໃຫ້​ກັບໃຈ​ເສຍ​ໃໝ່.


ເພື່ອ​ຈະ​ໃຫ້​ເປັນ​ທີ່​ສັນລະເສີນ​ພຣະຄຸນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຊຶ່ງ​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ​ໃນ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ.


ແຕ່​ດ້ວຍ​ພຣະ​ກະລຸນາ​ປານີ​ຂອງ​ພຣະເຈົ້າ​ທີ່​ອຸດົມສົມບູນ​ຫລາຍ ແລະ​ດ້ວຍ​ຄວາມຮັກ​ຂອງ​ພຣະອົງ ທີ່​ມີ​ຕໍ່​ພວກເຮົາ​ກໍ​ໃຫຍ່ຫລວງ,


ສ່ວນ​ພວກເຮົາ ບໍ່​ຢູ່​ຝ່າຍ​ຄົນ​ທີ່​ຫລົບ​ຖອຍ​ຫລັງ ຈົນເຖິງ​ຄວາມ​ຈິບຫາຍ​ເສຍ ແຕ່​ຢູ່​ຝ່າຍ​ຄົນ​ທີ່​ມີ​ຄວາມເຊື່ອ ຈຶ່ງ​ຮັກສາ​ຊີວິດ​ແລະ​ຈິດໃຈ​ຂອງຕົນ​ໄວ້​ໃຫ້​ພົ້ນ​ໄດ້.


ດ້ວຍວ່າ, ພວກເຮົາ​ທຸກຄົນ​ເປັນ​ຜູ້​ຮ່ວມງານ​ກັບ​ພຣະຄຣິດ ຖ້າ​ພວກເຮົາ​ຢຶດຖື​ຄວາມ​ໄວ້ວາງໃຈ ທີ່​ພວກເຮົາ​ໄດ້​ມີ​ໃນ​ຕອນ​ຕົ້ນ​ນັ້ນ ໄວ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ແຕ່​ຝ່າຍ​ພຣະຄຣິດ​ຊົງ​ສັດຊື່ ໃນ​ຖານະ​ເປັນ​ພຣະບຸດ​ຢູ່​ເໜືອ​ວົງສາ​ຄະນາຍາດ ອັນ​ເປັນ​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ​ເຮົາ​ທັງຫລາຍ​ກໍ​ເປັນ​ຄົວເຮືອນ​ຂອງ​ພຣະອົງ ຖ້າ​ເຮົາ​ຫາກ​ຢຶດໝັ້ນ​ໃນ​ຄວາມ​ໄວ້ວາງໃຈ ແລະ​ຄວາມ​ພາກພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້​ໃຫ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ຄົນ​ທີ່​ອົດທົນ​ຕໍ່​ການ​ທົດລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາກົດ​ວ່າ​ຜູ້ນັ້ນ​ທົນ​ໄດ້​ແລ້ວ ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເມື່ອ​ພວກເຈົ້າ​ພົບ​ການ​ທົດລອງ​ຕ່າງໆ ຈົ່ງ​ຖື​ວ່າ​ເປັນ​ເລື່ອງ​ໜ້າ​ຍິນດີທີ່ສຸດ


ດ້ວຍເຫດນັ້ນ ຈົ່ງ​ຕຽມຕົວ​ຕຽມ​ໃຈ​ໃຫ້​ພ້ອມ ຈົ່ງ​ມີ​ສະຕິ​ລະວັງຕົວ ແລະ​ຈົ່ງ​ຕັ້ງ​ຄວາມຫວັງ​ໃຫ້​ເຕັມ​ບໍຣິບູນ​ໃນ​ພຣະຄຸນ ທີ່​ຈະ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ມາ​ປາກົດ.


ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ເປັນ​ສຸກ. ຢ່າ​ຢ້ານກົວ​ຕໍ່​ຜູ້​ທີ່​ເຮັດ​ໃຫ້​ເຈົ້າ​ສະດຸ້ງ​ຕົກໃຈ ແລະ​ຢ່າ​ວິຕົກ​ກັງວົນ​ໃຈ​ເລີຍ.


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຮູ້ຈັກ​ວິທີ​ທີ່​ຈະ​ໂຜດ​ເອົາ​ຄົນ​ທີ່​ຊອບທຳ ເພື່ອ​ໃຫ້​ພົ້ນ​ຈາກ​ການ​ທົດລອງ ແລະ​ຮູ້ຈັກ​ວິທີ​ຮັກສາ​ຄົນຊົ່ວ​ໄວ້ ເພື່ອ​ໃຫ້​ຢູ່​ໃຕ້​ການ​ລົງໂທດ​ໃນ​ວັນ​ພິພາກສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka