ຢາໂກໂບ 4:7 - ພຣະຄຳພີສັກສິ7 ດ້ວຍເຫດນັ້ນ ເຈົ້າທັງຫລາຍຈົ່ງນ້ອມໃຈຍອມຟັງພຣະເຈົ້າ, ຈົ່ງຕໍ່ສູ້ກັບມານ ແລະມັນຈະໜີຈາກພວກເຈົ້າໄປ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ດັ່ງນັ້ນ ພວກເຈົ້າຈົ່ງຍອມຈຳນົນຕໍ່ພຣະເຈົ້າ. ຈົ່ງຕໍ່ສູ້ກັບມານ ແລະ ມັນຈະໜີໄປຈາກພວກເຈົ້າໄປ. Uka jalj uñjjattʼäta |
ທ່ານຈະຖືກຂັບໄລ່ອອກຈາກສັງຄົມມະນຸດ ແລະຈະອາໄສຢູ່ກັບພວກສັດປ່າ. ທ່ານຈະກິນຫຍ້າເໝືອນງົວ ແລະນອນຢູ່ໃນກາງແຈ້ງ ບ່ອນທີ່ມີໝອກຕົກລົງໃສ່ທ່ານເປັນເວລາເຈັດປີ. ຈົນກວ່າທ່ານກໍຈະຍອມຮັບວ່າ ພຣະເຈົ້າອົງສູງສຸດຄວບຄຸມອານາຈັກຕ່າງໆຂອງມະນຸດ; ແລະພຣະອົງເອົາອານາຈັກເຫຼົ່ານີ້ໃຫ້ແກ່ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ.
ເຈົ້າຈະຖືກຂັບໄລ່ອອກໄປຈາກສັງຄົມມະນຸດ ແລະຈະອາໄສຢູ່ກັບພວກສັດປ່າ ເຈົ້າຈະກິນຫຍ້າເໝືອນງົວເປັນເວລາເຈັດປີ. ຈົນກວ່າເຈົ້າຈະຍອມຮັບວ່າພຣະເຈົ້າອົງສູງສຸດມີອຳນາດເໜືອອານາຈັກທັງຫລາຍຂອງມະນຸດ ແລະຮູ້ວ່າພຣະອົງມອບອານາຈັກເຫຼົ່ານີ້ໃຫ້ຜູ້ໃດຜູ້ໜຶ່ງກໍໄດ້ ຕາມທີ່ພຣະອົງເລືອກເອົາ.”