Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 4:5 - ພຣະຄຳພີສັກສິ

5 ຫລື​ເຈົ້າ​ທັງຫລາຍ​ຄິດ​ວ່າ​ເປັນ​ການ​ເປົ່າໆ​ບໍ ທີ່​ພຣະຄຳພີ​ກ່າວ​ວ່າ, “ວິນຍານ​ທີ່​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ຢູ່​ໃນ​ເຮົາ​ທັງຫລາຍ ກໍ​ປາຖະໜາ​ຢ່າງ​ແຮງ​ກ້າ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຫລື ພວກເຈົ້າ​ຄິດ​ວ່າ​ພຣະຄຳພີ​ກ່າວ​ໂດຍ​ບໍ່​ມີ​ເຫດຜົນ​ວ່າ​ຈິດວິນຍານ​ທີ່​ພຣະເຈົ້າ​ໃຫ້​ທີ່​ຢູ່​ໃນ​ພວກເຮົາ​ນັ້ນ ກໍ​ຢາກ​ໃຫ້​ພວກເຮົາ​ເປັນ​ຂອງ​ພຣະເຈົ້າ​ເທົ່ານັ້ນ?

Uka jalj uñjjattʼäta Copia luraña




ຢາໂກໂບ 4:5
24 Jak'a apnaqawi uñst'ayäwi  

ຍ້ອນ​ເພິ່ນ​ມີ​ຝູງແກະ, ຝູງງົວ ແລະ​ມີ​ຄົນ​ຮັບໃຊ້​ຫລາຍ​ຄົນ ຊາວ​ຟີລິດສະຕິນ​ຈຶ່ງ​ອິດສາ​ເພິ່ນ.


ສ່ວນ​ນາງ​ຣາເຊັນ​ບໍ່ມີ​ລູກ​ໃຫ້​ຢາໂຄບ​ຈັກ​ຄົນ. ດັ່ງນັ້ນ ນາງ​ຈຶ່ງ​ອິດສາ​ເອື້ອຍ​ຂອງຕົນ ແລະ​ເວົ້າ​ຕໍ່​ຢາໂຄບ​ວ່າ, “ເຈົ້າ​ຈະ​ໃຫ້​ຂ້ອຍ​ມີ​ລູກ ຫລື​ຈະ​ໃຫ້​ຂ້ອຍ​ຕາຍ.”


ພວກ​ອ້າຍ​ຈຶ່ງ​ອິດສາ​ໂຢເຊັບ​ຫລາຍ​ຂຶ້ນ ສ່ວນ​ຜູ້​ເປັນ​ພໍ່​ກໍໄດ້​ແຕ່​ຄຸ່ນ​ຄິດເຖິງ​ເລື່ອງ​ນັ້ນ.


ແຕ່​ໂອນານ​ຮູ້​ວ່າ ເດັກນ້ອຍ​ທີ່​ຈະ​ເກີດ​ມາ​ນັ້ນ​ບໍ່ແມ່ນ​ລູກ​ຂອງຕົນ. ດັ່ງນັ້ນ ເມື່ອ​ລາວ​ນອນ​ກັບ​ເມຍ​ຂອງ​ອ້າຍ​ເທື່ອໃດ ລາວ​ກໍ​ເຮັດ​ໃຫ້​ນໍ້າກາມ​ຕົກ​ເຮ່ຍ​ເທື່ອນັ້ນ ເພື່ອ​ວ່າ​ລາວ​ຈະ​ບໍ່ໄດ້​ມີ​ລູກ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ.


ເມື່ອ​ພຣະເຈົ້າຢາເວ​ເຫັນ​ວ່າ​ມະນຸດ​ຊົ່ວຮ້າຍ​ຫລາຍ​ຂຶ້ນ ແລະ​ຄວາມ​ຄິດ​ຊົ່ວ​ກໍ​ບັງຄັບ​ຈິດໃຈ​ພວກເຂົາ​ຢູ່​ທຸກ​ເວລາ,


ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ພວກເຂົາ​ອິດສາ​ໂມເຊ ທັງ​ອາໂຣນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ດ້ວຍ.


ຢ່າ​ກັງວົນ​ໃຈ​ໃນ​ເລື່ອງ​ຄົນຊົ່ວຮ້າຍ​ທັງຫລາຍ ຢ່າ​ອິດສາ​ຄົນ​ທີ່​ປະພຶດ​ຊົ່ວຮ້າຍ.


ຄົນ​ຊົ່ວຮ້າຍ​ຫິວໂຫຍ​ຢາກ​ເຮັດ​ຊົ່ວ ສ່ວນ​ຄວາມ​ເມດຕາ​ນັ້ນ​ເຂົາ​ບໍ່ມີ​ຕໍ່​ໃຜ​ເລີຍ.


ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ເປັນຫຍັງ​ມະນຸດ​ຈຶ່ງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ ເພາະ​ລາວ​ຢາກ​ມີ​ລື່ນ​ເພື່ອນບ້ານ​ຂອງຕົນ, ແຕ່​ມັນ​ກໍ​ອະນິຈັງ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ອານາຈັກ​ເອຟຣາອິມ​ຈະ​ບໍ່​ອິດສາ​ຢູດາຍ​ອີກ​ຕໍ່ໄປ ແລະ​ອານາຈັກ​ຢູດາຍ​ຈະ​ບໍ່​ເປັນ​ສັດຕູ​ຂອງ​ເອຟຣາອິມ​ດ້ວຍ.


ໂມເຊ​ໄດ້ຕອບ​ວ່າ, “ເຈົ້າ​ມາ​ອິດສາ​ຜົນປະໂຫຍດ​ຂອງຂ້ອຍ​ເຮັດ​ຫຍັງ? ຂ້ອຍ​ຢາກ​ໃຫ້​ປະຊາຊົນ​ທຸກໆ​ຄົນ​ຂອງ​ພຣະອົງ​ເປັນ​ຜູ້ທຳນວາຍ ແລະ​ຂໍໃຫ້​ພຣະເຈົ້າຢາເວ​ມອບ​ພຣະວິນຍານ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ເທີ້ນ.”


ພຣະເຈົ້າ​ນັ້ນ​ບໍ່​ຄື​ມະນຸດ ຜູ້​ເວົ້າ​ຕົວະ​ເປັນ​ເດີ ພຣະອົງ​ບໍ່​ປ່ຽນ​ຄວາມ​ຄິດ​ເຫັນ ດັ່ງ​ມະນຸດ​ເຮົາ​ຈັກເທື່ອ. ເມື່ອ​ພຣະອົງ​ສັນຍາ​ເຮັດ​ສິ່ງໃດ​ແລ້ວ ພຣະອົງ​ກໍ​ເຮັດ​ສິ່ງ​ນັ້ນ​ທັນທີ ເມື່ອ​ພຣະອົງ​ກ່າວ​ຈາ ພຣະອົງ​ກໍ​ລົງ​ມື​ກະທຳ​ໂລດ.


ຖ້າ​ພຣະອົງ​ຊົງ​ເອີ້ນ​ຜູ້​ຮັບ​ພຣະທຳ​ຂອງ​ພຣະເຈົ້າ​ວ່າ​ເປັນ​ພຣະ ພຣະຄຳພີ​ນັ້ນ​ຈະ​ຖືກ​ລຶບລ້າງ​ເສຍ​ບໍ່ໄດ້.


ແລະ ຍັງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ຂໍ້​ໜຶ່ງ​ອີກ​ວ່າ, “ພວກເຂົາ​ຈະ​ຫລຽວ​ເບິ່ງ ຜູ້​ທີ່​ພວກເຂົາ​ໄດ້​ແທງ​ນັ້ນ.”


ພຣະຄຳພີ​ກ່າວ​ໄວ້​ວ່າ, “ພຣະຄຣິດ​ມາ​ຈາກ​ເຊື້ອວົງ​ຂອງ​ກະສັດ​ດາວິດ ແລະ​ຈະ​ເກີດ​ຢູ່​ໃນ​ເບັດເລເຮັມ ບ້ານເກີດ​ເມືອງນອນ​ຂອງ​ດາວິດ.”


ຍ້ອນ​ບັນພະບຸລຸດ​ເຫຼົ່ານັ້ນ ໄດ້​ອິດສາ​ໂຢເຊັບ​ນ້ອງຊາຍ​ຂອງ​ພວກ​ຕົນ ພວກເຂົາ​ຈຶ່ງ​ຂາຍ​ເພິ່ນ​ໄປ​ເປັນ​ທາດ​ທີ່​ປະເທດ​ເອຢິບ, ແຕ່​ພຣະເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ໂຢເຊັບ


ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວຊ້າ​ທຸກປະການ, ຄວາມ​ຮ້າຍກາດ, ຄວາມ​ໂລບມາກ ແລະ​ການ​ປອງຮ້າຍ, ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ, ການ​ຂ້າຟັນ, ການ​ສູ້ຮົບ​ຕົບຕີ, ການ​ຫລອກລວງ, ການ​ຜູກພະຍາບາດ, ພວກເຂົາ​ເວົ້າຂວັນ​ນິນທາ​ກັນ


ເພາະ​ພຣະຄຳພີ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ເປັນ​ກະສັດ ເພື່ອ​ໃຊ້​ເຈົ້າ​ໃຫ້​ສຳແດງ​ຣິດອຳນາດ​ຂອງເຮົາ ແລະ​ເພື່ອ​ນາມ​ຂອງເຮົາ​ຈະ​ປະກາດ​ແຜ່​ອອກ​ໄປ​ທົ່ວ​ໂລກ.”


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະເຈົ້າ ເຈົ້າ​ທັງຫລາຍ​ບໍ່ໄດ້​ເປັນ​ເຈົ້າຂອງ​ຕົວ​ເຈົ້າ​ເອງ.


ວິຫານ​ຂອງ​ພຣະເຈົ້າ​ຈະ​ຕົກລົງ​ກັບ​ຮູບເຄົາຣົບ​ໄດ້​ຢ່າງ​ໃດ? ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ຈະ​ດຳເນີນ​ຢູ່​ໃນ​ທ່າມກາງ​ພວກເຂົາ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ.”


ພຣະຄຳພີ​ໄດ້​ບອກ​ໃຫ້​ຮູ້​ລ່ວງໜ້າ​ວ່າ, ພຣະເຈົ້າ​ຈະ​ເຮັດ​ໃຫ້​ຄົນຕ່າງຊາດ​ເປັນ​ຜູ້​ຊອບທຳ ຕໍ່ໜ້າ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ. ຈຶ່ງ​ໄດ້​ປະກາດ​ຂ່າວປະເສີດ​ແຈ້ງ​ແກ່​ອັບຣາຮາມ​ກ່ອນ​ວ່າ, “ໂດຍ​ທາງ​ເຈົ້າ ພຣະເຈົ້າ​ຈະ​ອວຍພອນ​ຊົນຊາດ​ທັງຫລາຍ.”


ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka