ຢາໂກໂບ 4:2 - ພຣະຄຳພີສັກສິ2 ເຈົ້າທັງຫລາຍຢາກໄດ້ແຕ່ບໍ່ໄດ້, ພວກເຈົ້າຂ້າກັນ ພວກເຈົ້າເຫິງສາກັນແຕ່ບໍ່ສາມາດຈະໄດ້, ພວກເຈົ້າຜິດຖຽງ ແລະທະເລາະວິວາດກັນ ພວກເຈົ້າບໍ່ມີເພາະບໍ່ໄດ້ຂໍ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ພວກເຈົ້າປາຖະໜາຫາແຕ່ບໍ່ໄດ້, ດັ່ງນັ້ນພວກເຈົ້າຈຶ່ງຂ້າກັນ. ພວກເຈົ້າຢາກໄດ້ແຕ່ບໍ່ໄດ້ໃນສິ່ງທີ່ພວກເຈົ້າຕ້ອງການ ດັ່ງນັ້ນພວກເຈົ້າຈຶ່ງຜິດຖຽງກັນ ແລະ ຕໍ່ສູ້ກັນ. ພວກເຈົ້າບໍ່ມີເພາະພວກເຈົ້າບໍ່ໄດ້ຂໍພຣະເຈົ້າ. Uka jalj uñjjattʼäta |
ຢູ່ໃຕ້ດວງຕາເວັນມີຊາຍຄົນໜຶ່ງທີ່ຢູ່ຜູ້ດຽວ. ລາວບໍ່ມີລູກແລະບໍ່ມີອ້າຍເອື້ອຍນ້ອງ; ເຖິງປານນັ້ນ ລາວກໍເຮັດວຽກຢູ່ບໍ່ເຊົາໂດຍຍັງບໍ່ພໍໃຈກັບຊັບສິນທີ່ຕົນມີຢູ່ນັ້ນ. ລາວເຮັດວຽກຢ່າງໜັກເພື່ອຜູ້ໃດ ໂດຍບໍ່ຍອມແມ່ນແຕ່ເຮັດໃຫ້ຕົນເອງສະໜຸກຈັກດີ້? ອັນນີ້ກໍອະນິຈັງຄືກັນ ເພາະເປັນການໃຊ້ຊີວິດຢູ່ຢ່າງຍາກລຳບາກ.