Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 4:15 - ພຣະຄຳພີສັກສິ

15 ແທນ​ທີ່​ຈະ​ເວົ້າ​ດັ່ງນັ້ນ ພວກເຈົ້າ​ຄວນ​ເວົ້າ​ດັ່ງນີ້, “ຖ້າ​ພຣະເຈົ້າ​ພໍພຣະໄທ ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່ ແລະ​ຈະ​ເຮັດ​ສິ່ງນັ້ນ ຫຼື​ສິ່ງນີ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ແທນທີ່​ຈະ​ກ່າວ​ຢ່າງ​ນັ້ນ ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ, “ຖ້າ​ເປັນ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ, ພວກເຮົາ​ຈະ​ມີຊີວິດ​ຢູ່​ເພື່ອ​ເຮັດ​ສິ່ງ​ນີ້ ຫລື ສິ່ງ​ນັ້ນ”.

Uka jalj uñjjattʼäta Copia luraña




ຢາໂກໂບ 4:15
10 Jak'a apnaqawi uñst'ayäwi  

ມະນຸດ​ວາງແຜນ​ໄວ້​ຫລາຍໆ​ຢ່າງ, ແຕ່​ພຣະປະສົງ​ຂອງ​ພຣະເຈົ້າຢາເວ​ຈະ​ດີເດັ່ນ​ກວ່າ.


ບໍ່ມີ​ຜູ້ໃດ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ໄດ້​ເລີຍ ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ບໍ່​ປະສົງ​ໃຫ້​ເຮັດ.


ແຕ່​ເພິ່ນ​ຊໍ້າພັດ​ອຳລາ​ພວກເຂົາ​ໄປ​ໂດຍ​ກ່າວ​ວ່າ, “ຖ້າ​ແມ່ນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ເຮົາ​ຈະ​ກັບ​ມາ​ຫາ​ພວກເຈົ້າ​ອີກ.” ແລ້ວ​ໂປໂລ​ກໍ​ລົງ​ເຮືອ​ໄປ​ຈາກ​ເມືອງ​ເອເຟໂຊ.


ທຸກ​ຄັ້ງ​ທີ່​ເຮົາ​ພາວັນນາ​ອະທິຖານ ເຮົາ​ຂໍ​ກັບ​ພຣະເຈົ້າ​ວ່າ ຖ້າ​ເປັນ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ​ແລ້ວ ໃນ​ໂອກາດ​ສຸດທ້າຍ​ນີ້ ໃຫ້​ເຮົາ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ​ດ້ວຍ​ວິທີ​ໃດ​ວິທີ​ໜຶ່ງ.


ເພື່ອ​ເຮົາ​ຈະ​ໄດ້​ມາ​ຫາ​ພວກເຈົ້າ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ເຕັມລົ້ນ ແລະ​ດ້ວຍ​ຄວາມ​ສົດຊື່ນ​ເບີກບານ​ໃຈ ເມື່ອ​ໄດ້​ພົບ​ພວກເຈົ້າ.


ເຮົາ​ຢາກ​ພົບ​ພວກເຈົ້າ ບໍ່ແມ່ນ​ພຽງແຕ່​ເມື່ອ​ຜ່ານ​ໄປ​ເທົ່ານັ້ນ ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ເຫັນຊອບ ເຮົາ​ຫວັງ​ທີ່​ຈະ​ພັກ​ຢູ່​ກັບ​ພວກເຈົ້າ​ເປັນ​ເວລາ​ເຫິງ​ສົມຄວນ.


ແຕ່​ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ພໍພຣະໄທ ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ແລະ​ເຮົາ​ຈະ​ໄດ້​ຢັ່ງຮູ້ ບໍ່ແມ່ນ​ຄຳເວົ້າ​ຂອງ​ຄົນ​ອວດຕົວ​ຂຶ້ນ​ເທົ່ານັ້ນ, ແຕ່​ທັງ​ຣິດອຳນາດ​ຂອງ​ເຂົາ​ດ້ວຍ.


ສິ່ງ​ນີ້​ແຫຼະ ພວກເຮົາ​ຈະ​ກະທຳ ຖ້າ​ພຣະເຈົ້າ​ຊົງ​ໂຜດ​ອະນຸຍາດ.


ແຕ່​ວ່າ​ດຽວ​ນີ້ ເຈົ້າ​ທັງຫລາຍ​ໂອ້ອວດ​ດ້ວຍ​ຄວາມ​ຖື​ຕົວ, ການ​ໂອ້ອວດ​ຢ່າງ​ນີ້ ກໍ​ລ້ວນແຕ່​ເປັນ​ຄວາມຊົ່ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka