Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 4:13 - ພຣະຄຳພີສັກສິ

13 ດັ່ງນັ້ນ ເຈົ້າ​ທັງຫລາຍ​ທີ່​ເຄີຍ​ເວົ້າ​ວ່າ, “ມື້ນີ້​ຫລື​ມື້ອື່ນ ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ເມືອງນັ້ນ​ເມືອງນີ້ ຈະ​ພັກ​ຢູ່​ທີ່​ນັ້ນ​ປີ​ໜຶ່ງ ແລະ​ຈະ​ຄ້າຂາຍ​ເອົາ​ກຳໄລ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ບັດນີ້​ຈົ່ງ​ຟັງ, ພວກເຈົ້າ​ທີ່​ເວົ້າ​ວ່າ, “ວັນນີ້ ຫລື ມື້ອື່ນ​ພວກເຮົາ​ຈະ​ໄປ​ເມືອງ​ນັ້ນ ຫລື ເມືອງ​ນີ້, ຈະ​ຢູ່​ທີ່​ນັ້ນ​ໜຶ່ງ​ປີ, ຈະ​ເຮັດ​ທຸລະກິດ ແລະ ສະສົມ​ເງິນ​ໄວ້”.

Uka jalj uñjjattʼäta Copia luraña




ຢາໂກໂບ 4:13
11 Jak'a apnaqawi uñst'ayäwi  

ສະນັ້ນ ພວກເຮົາ​ຕ້ອງ​ລົງ​ໄປ​ເຮັດ​ໃຫ້​ພາສາ​ຂອງ​ເຂົາ​ສັບສົນ​ແຕກຕ່າງ​ກັນ ແລະ​ພວກເຂົາ​ຈະ​ເວົ້າ​ບໍ່​ເຂົ້າໃຈ​ກັນ.”


ຢ່າ​ອວດ​ເຖິງ​ເລື່ອງ​ຂອງ​ມື້ອື່ນ ເພາະ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແຕ່ລະວັນ.


ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ເຮັດ​ໃຫ້​ຕົນເອງ​ມີ​ຄວາມ​ພໍໃຈ ແລະ​ຊອກຫາ​ວ່າ​ຄວາມສຸກ​ນັ້ນ​ຄື​ຫຍັງ. ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ເລື່ອງ​ນີ້​ກໍ​ອະນິຈັງ​ເໝືອນກັນ.


ທຸກຄົນ​ຈະ​ໄດ້​ຮັບ​ຊາຕາກຳ​ຢ່າງ​ດຽວກັນ​ເຊັ່ນ: ປະໂຣຫິດ​ແລະ​ປະຊາຊົນ, ທາດຮັບໃຊ້​ແລະ​ນາຍ, ຜູ້ຂາຍ​ແລະ​ຜູ້ຊື້, ຜູ້ຢືມ​ກັບ​ຜູ້​ໃຫ້ຢືມ, ຄົນຮັ່ງມີ​ກັບ​ຄົນ​ຍາກຈົນ.


ບັດນີ້ ຂ້ອຍ​ຈະ​ເຮັດ​ກັບ​ສວນອະງຸ່ນ​ຂອງຂ້ອຍ​ດັ່ງນີ້: ຈະ​ຮື້​ໜາມ​ແລະ​ມ້າງ​ຮົ້ວ​ທີ່​ລ້ອມ​ມັນ​ນັ້ນ​ອອກ ແລະ​ປ່ອຍ​ໃຫ້​ສັດປ່າ​ມາ​ກິນ​ແລະ​ຢຽບຢໍ່າ​ມັນ​ຖິ້ມ.


ເວລາ​ນັ້ນ​ກຳລັງ​ມາ. ເວລາ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ການ​ຊື້ຂາຍ​ຈະ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ເພາະ​ການລົງໂທດ​ຈະ​ຕົກ​ຖືກ​ທຸກໆຄົນ​ຄືກັນ.


ໃຫ້​ຜູ້​ທີ່​ຮ້ອງໄຫ້​ເປັນ​ເໝືອນ​ບໍ່​ຮ້ອງໄຫ້ ໃຫ້​ຜູ້​ທີ່​ຊົມຊື່ນ​ຍິນດີ ເປັນ​ເໝືອນ​ບໍ່​ຊົມຊື່ນ​ຍິນດີ ໃຫ້​ຜູ້​ທີ່​ຊື້ ເປັນ​ເໝືອນ​ບໍ່ໄດ້​ສິ່ງໃດ​ເລີຍ;


ບັດນີ້​ຄົນ​ຮັ່ງມີ​ເອີຍ, ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ຍ້ອນ​ຄວາມ​ທຸກ​ລຳບາກ ທີ່​ຈະ​ມາ​ຖືກ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka