Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 4:11 - ພຣະຄຳພີສັກສິ

11 ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ເວົ້າ​ນິນທາ​ຊຶ່ງກັນແລະກັນ ຜູ້​ທີ່​ເວົ້າ​ນິນທາ​ພີ່ນ້ອງ ຫລື​ກ່າວໂທດ​ໃສ່​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ເວົ້າ​ນິນທາ​ຕໍ່​ກົດບັນຍັດ ແລະ​ກ່າວໂທດ​ຕໍ່​ກົດບັນຍັດ​ນັ້ນ, ແຕ່​ຖ້າ​ເຈົ້າ​ກ່າວໂທດ​ຕໍ່​ກົດບັນຍັດ ເຈົ້າ​ກໍ​ບໍ່​ເປັນ​ຜູ້​ທີ່​ຮັກສາ​ກົດບັນຍັດ, ແຕ່​ເປັນ​ຜູ້ຕັດສິນ​ກົດບັນຍັດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃສ່ຮ້າຍປ້າຍສີ​ກັນ, ຜູ້ໃດ​ທີ່​ກ່າວ​ຕໍ່ຕ້ານ​ພີ່ນ້ອງ ຫລື ຕັດສິນ​ພວກເຂົາ​ກໍ​ກ່າວ​ຕໍ່ຕ້ານ ແລະ ຕັດສິນ​ກົດບັນຍັດ. ເມື່ອ​ພວກເຈົ້າ​ຕັດສິນ​ກົດບັນຍັດ ພວກເຈົ້າ​ກໍ​ບໍ່​ໄດ້​ຖືຮັກສາ​ກົດບັນຍັດ​ນັ້ນ, ແຕ່​ຕັ້ງ​ຕົນເອງ​ເປັນ​ຜູ້ຕັດສິນ​ກົດບັນຍັດ.

Uka jalj uñjjattʼäta Copia luraña




ຢາໂກໂບ 4:11
24 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ຜູ້​ທີ່​ໃສ່ຮ້າຍ​ປ້າຍສີ​ຄົນອື່ນ​ຢ່າ​ໄດ້​ເຮັດ​ສຳເລັດຜົນ ຂໍ​ໃຫ້​ສິ່ງ​ຊົ່ວຮ້າຍ​ຕິດຕາມ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.


“ຢ່າ​ຕັດສິນ​ຄົນອື່ນ ແລະ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ ຢ່າ​ກ່າວໂທດ​ຄົນອື່ນ​ເພື່ອ​ພຣະເຈົ້າ​ຈະ​ບໍ່​ກ່າວໂທດ​ພວກເຈົ້າ ຈົ່ງ​ຍົກໂທດ​ໃຫ້​ຄົນອື່ນ​ເພື່ອ​ພຣະເຈົ້າ​ຈະ​ຍົກໂທດ​ໃຫ້​ພວກເຈົ້າ.


ເຫດສະນັ້ນ ມະນຸດ​ເອີຍ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຜູ້ໃດ​ກໍຕາມ ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ, ເຈົ້າ​ບໍ່ມີ​ຂໍ້​ທີ່​ຈະ​ແກ້​ຕົວ​ໄດ້. ດ້ວຍວ່າ, ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ ແລະ​ຍັງ​ເຮັດ​ຢ່າງ​ດຽວ​ກັບ​ພວກເຂົາ ເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນເອງ.


ດ້ວຍວ່າ, ບໍ່ແມ່ນ​ພວກ​ຄົນ​ທີ່​ຟັງ​ກົດບັນຍັດ​ຈະ​ເປັນ​ຜູ້​ຊອບທຳ​ຕໍ່​ພຣະພັກ​ພຣະເຈົ້າ, ແຕ່​ແມ່ນ​ຜູ້​ທີ່​ໄດ້​ເຮັດ​ຕາມ​ກົດບັນຍັດ​ເທົ່ານັ້ນ ທີ່​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ.


ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ກົດບັນຍັດ​ຄື​ບາບ​ຊັ້ນບໍ? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ແມ່ນ​ກົດບັນຍັດ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ອັນ​ໃດ​ຄື​ບາບ, ຖ້າ​ກົດບັນຍັດ​ບໍ່ໄດ້​ຫ້າມ​ວ່າ, “ຢ່າ​ໂລບ” ເຮົາ​ກໍ​ບໍ່​ຮູ້​ວ່າ​ຄວາມ​ໂລບ​ນັ້ນ​ຄື​ອັນ​ໃດ.


ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ຄວນ​ຕັດສິນ​ຄົນ​ໃດ​ຄົນ​ໜຶ່ງ ກ່ອນ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້ ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ປາກົດ ພຣະອົງ​ຈະ​ຊົງ​ເປີດເຜີຍ​ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ຄວາມມືດ​ນັ້ນ​ໃຫ້​ແຈ່ມແຈ້ງ ແລະ​ພຣະອົງ​ຈະ​ເປີດເຜີຍ​ຄວາມ​ນຶກຄິດ​ອັນ​ເລິກລັບ​ໃນ​ໃຈ​ມະນຸດ, ເມື່ອນັ້ນ​ແຫຼະ ແຕ່ລະຄົນ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ ຕາມ​ທີ່​ຕົນ​ສົມຄວນ​ໄດ້​ຮັບ.


ເພາະ​ເຮົາ​ຄິດ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ອາດ​ຈະ​ບໍ່​ເຫັນ​ພວກເຈົ້າ ເໝືອນ​ຢ່າງ​ທີ່​ເຮົາ​ຢາກ​ເຫັນ ແລະ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ເໝືອນ​ຢ່າງ​ທີ່​ພວກເຈົ້າ​ຢາກ​ເຫັນ ຄື​ຢ້ານ​ວ່າ ບໍ່​ເຫດໃດ​ກໍ​ເຫດໜຶ່ງ ຈະ​ມີ​ການ​ຜິດຖຽງ​ກັນ ການ​ອິດສາ​ກັນ ການ​ຄຽດ​ກັນ ການ​ຄິດ​ໃຫຍ່​ໃຝ່ສູງ​ຕໍ່​ກັນ ການ​ນິນທາ​ກັນ ການ​ຊຸບຊີບ​ສຽດສີ​ກັນ ການ​ຂີ້ອວດ​ຈອງຫອງ ແລະ​ການ​ເກະກະ​ວຸ້ນວາຍ​ກັນ.


ສ່ວນ​ໃຈ​ຂົມຂື່ນ, ໃຈ​ໂມໂຫ​ໂທໂສ, ໃຈ​ຄຽດຮ້າຍ​ນັ້ນ ຢ່າ​ສູ່​ໃຫ້​ຢູ່​ໃກ້​ພວກເຈົ້າ ການ​ອຶກກະທຶກ​ຜິດຖຽງ​ກັນ ແລະ​ການ​ກ່າວ​ສຽດສີ​ກັນ​ກໍ​ຢ່າ​ໃຫ້​ມີ ຈົ່ງ​ຫລີກເວັ້ນ​ຈາກ​ການ​ປອງຮ້າຍ​ທຸກ​ຮູບແບບ.


ຝ່າຍ​ພວກ​ແມ່ຍິງ​ກໍ​ເໝືອນກັນ ຕ້ອງ​ເປັນ​ຄົນ​ເອົາການ​ເອົາງານ ຕ້ອງ​ມີ​ຄຸນສົມບັດ​ດີ ແລະ​ຕ້ອງ​ບໍ່​ເວົ້າ​ໃສ່ຮ້າຍ​ປ້າຍສີ​ນິນທາ​ຄົນອື່ນ ຕ້ອງ​ເປັນ​ຜູ້​ຮູ້ຈັກ​ບັງຄັບ​ຕົນ ແລະ​ເປັນ​ຄົນ​ສັດຊື່​ໃນ​ທຸກສິ່ງ.


ເປັນ​ຄົນ​ຂາດ​ມະນຸດ​ສະທຳ, ບໍ່​ຍອມ​ຜ່ອນຜັນ​ຜູ້ໃດ, ໃສ່ຮ້າຍ​ປ້າຍສີ​ກັນ, ບໍ່​ຮູ້ຈັກ​ບັງຄັບ​ຕົນ, ມີ​ໃຈ​ໂຫດຮ້າຍ, ເປັນ​ຄົນ​ບໍ່​ຮັກ​ການ​ດີ,


ໃນທຳນອງ​ດຽວກັນ ຈົ່ງ​ແນະນຳ​ພວກ​ແມ່ຍິງ​ທີ່​ອາວຸໂສ ໃຫ້​ປະພຶດ​ຕົນ​ສົມກັບ​ເປັນ​ຄົນ​ຂອງ​ພຣະເຈົ້າ ພວກເຂົາ​ຕ້ອງ​ບໍ່​ເປັນ​ຄົນ​ມັກ​ກ່າວ​ນິນທາ​ໃສ່ຮ້າຍ​ປ້າຍສີ ຫລື​ຕິດເຫລົ້າ​ເມົາ​ສຸຣາ ພວກເຂົາ​ຕ້ອງ​ເປັນ​ຜູ້​ສັ່ງສອນ​ຄຸນງາມ​ຄວາມດີ


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ໄດ້​ຫລົງ​ຜິດ​ໄປ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຈົດຈຳ​ຂໍ້​ນີ້​ໄວ້ ຄື​ໃຫ້​ທຸກຄົນ​ວ່ອງໄວ​ໃນ​ການ​ຟັງ, ຊ້າ​ໃນ​ການ​ເວົ້າ, ຊ້າ​ໃນ​ການ​ຄຽດຮ້າຍ,


ແຕ່​ຜູ້ໃດ​ທີ່​ພິຈາລະນາ​ເບິ່ງ​ຢ່າງ​ລະມັດ​ລະວັງ ໃນ​ກົດບັນຍັດ​ອັນ​ຄົບຖ້ວນ ຊຶ່ງ​ເຮັດ​ໃຫ້​ມີ​ອິດສະຫລະ​ພາບ ແລະ​ຕັ້ງໝັ້ນ​ຢູ່​ໃນ​ກົດບັນຍັດ​ນັ້ນ ຜູ້​ນັ້ນ​ກໍ​ບໍ່ແມ່ນ​ຜູ້​ທີ່​ໄດ້ຍິນ​ແລ້ວ​ລືມ​ໄປ, ແຕ່​ເປັນ​ຜູ້​ປະຕິບັດ​ຕາມ ຄົນ​ນັ້ນ​ແຫຼະ ຈະ​ໄດ້​ຮັບ​ພຣະພອນ​ຈາກ​ພຣະເຈົ້າ ໃນ​ສິ່ງ​ທີ່​ຕົນ​ກະທຳ.


ຖ້າ​ເຈົ້າ​ທັງຫລາຍ​ເຮັດ​ຕາມ​ພຣະ​ຣາຊບັນຍັດ​ໂດຍ​ຄົບຖ້ວນ​ຕາມ​ພຣະຄຳພີ ຂໍ້​ທີ່​ວ່າ, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.” ພວກເຈົ້າ​ກໍ​ເຮັດ​ຖືກຕ້ອງ​ແລ້ວ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ເອົາ​ແບບຢ່າງ​ໃນ​ການ​ທົນທຸກ ແລະ​ຄວາມ​ພາກພຽນ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ ຜູ້​ໄດ້​ກ່າວ​ຄວາມ​ໃນ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ. ຈົ່ງ​ເບິ່ງ​ຊາວ​ປູກຝັງ​ທີ່​ລໍຄອຍ​ຜົນ​ອັນ​ມີຄ່າ ທີ່​ຈະ​ໄດ້​ຮັບ​ຈາກ​ແຜ່ນດິນ ເຂົາ​ພຽນ​ຄອຍ​ຈົນກວ່າ​ມີ​ຝົນ​ຕົ້ນ​ລະດູ​ແລະ​ຝົນ​ປາຍ​ລະດູ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ ເພື່ອ​ວ່າ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ ຜູ້ຕັດສິນ​ກໍ​ຢູ່​ໃກ້​ແລະ​ພ້ອມ​ທີ່​ຈະ​ມາ​ປາກົດ.


ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ລະຖິ້ມ​ຄວາມ​ຄິດ​ຮ້າຍ​ທັງປວງ ກົນອຸບາຍ​ທຸກຢ່າງ ການ​ໜ້າຊື່​ໃຈຄົດ ຄວາມ​ອິດສາ ແລະ​ຄຳ​ເວົ້າ​ນິນທາ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka