Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 4:10 - ພຣະຄຳພີສັກສິ

10 ຈົ່ງ​ຖ່ອມຕົວ​ລົງ​ຊ້ອງ​ພຣະພັກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະອົງ​ຈະ​ຊົງ​ຍົກ​ພວກເຈົ້າ​ຂຶ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ພວກເຈົ້າ​ຈົ່ງ​ຖ່ອມໂຕລົງ​ຕໍ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ.

Uka jalj uñjjattʼäta Copia luraña




ຢາໂກໂບ 4:10
19 Jak'a apnaqawi uñst'ayäwi  

ຖ້າ​ປະຊາຊົນ​ຂອງ​ເຮົາ​ຜູ້​ທີ່​ພວກເຂົາ​ເອີ້ນກັນ​ໂດຍ​ຊື່​ຂອງ​ເຮົາ​ຖ່ອມ​ຕົວລົງ, ພາວັນນາ​ອະທິຖານ, ຊອກຫາ​ໜ້າ​ເຮົາ ພ້ອມ​ທັງ​ກັບໃຈ​ໃໝ່ ແລະ​ຫັນໜີ​ຈາກ​ຄວາມຊົ່ວ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່; ແລ້ວ​ທີ່​ສະຫວັນ ເຮົາ​ກໍ​ຈະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ, ໃຫ້​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮັດ​ໃຫ້​ດິນແດນ​ຂອງ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


ພຣະເຈົ້າ​ຂົ່ມ​ຄົນ​ຈອງຫອງ ໃຫ້​ພວກເຂົາ​ໄດ້​ຕົກຕໍ່າ ແລະ​ຊ່ວຍຊູ​ຄົນ​ຖ່ອມໃຈ​ໃຫ້​ຢູ່​ໄດ້​ຢ່າງ​ປອດໄພ.


ຖືກຕ້ອງ ແມ່ນ​ພຣະເຈົ້າ​ຊົງ​ຍົກ​ຜູ້​ທີ່​ຖ່ອມຕົວ​ລົງ ແລະ​ຜູ້​ທີ່​ໄວ້ທຸກ ພຣະອົງ​ກໍ​ປະທານ​ຄວາມ​ປອດໄພ​ໃຫ້.


ພຣະອົງ​ຍົກຍໍ​ຄົນທຸກ​ຂຶ້ນ​ຈາກ​ຂີ້ຝຸ່ນ​ດິນ ຍົກ​ຄົນ​ຂັດສົນ​ຈາກ​ຄວາມ​ທຸກ​ລຳບາກ


ພຣະເຈົ້າຢາເວ​ຍົກ​ຜູ້​ທີ່​ຖ່ອມຕົວ ສ່ວນ​ຄົນຊົ່ວຮ້າຍ​ທັງຫລາຍ ພຣະອົງ​ຢຽບຢໍ່າ​ລົງ​ແລະ​ທຳລາຍ​ຖິ້ມ.


ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ມີໄຊ​ເໜືອ​ເຫຼົ່າ​ສັດຕູ ທີ່​ພາກັນ​ລ້ອມ​ຂ້ານ້ອຍ​ຢູ່​ນັ້ນ. ຂ້ານ້ອຍ​ຈະ​ຖວາຍບູຊາ​ໃນ​ພຣະວິຫານ​ດ້ວຍ​ສຽງ​ໂຮຮ້ອງ​ຍິນດີ ທັງ​ຮ້ອງເພງ​ຖວາຍ​ສັນລະເສີນ​ພຣະເຈົ້າຢາເວ.


ຂໍ​ຊົງ​ໂຜດ​ຊ່ວຍ​ຄົນ​ຂອງ​ພຣະອົງ​ໃຫ້​ພົ້ນ ແລະ​ອວຍພອນ​ພວກ​ທີ່​ເປັນ​ຂອງ​ພຣະອົງ​ດ້ວຍ. ໂຜດ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ ແລະ​ຮັກສາ​ພວກເຂົາ​ໄວ້​ສືບໄປ​ແດ່ທ້ອນ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊ່ວຍ​ເອົາ​ຂ້ານ້ອຍ​ໄວ້ ພຣະອົງ​ໄດ້​ຮັກສາ​ຂ້ານ້ອຍ​ໄວ້​ຈາກ​ເຫຼົ່າ​ສັດຕູ ໂດຍ​ບໍ່​ໃຫ້​ພວກເຂົາ​ສົມນໍ້າໜ້າ​ຂ້ານ້ອຍ​ໄດ້.


ສະນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ກ່າວ​ວ່າ, ‘ເຈົ້າ​ຍັງ​ຈະ​ແຂງຂໍ້​ຕໍ່​ເຮົາ​ອີກ​ດົນນານ​ປານໃດ? ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ການ​ອວດດີ​ພາ​ໃຫ້​ຕົນ​ຕົກຕໍ່າ, ແຕ່​ການ​ຖ່ອມຕົວ​ນັ້ນ​ເຮັດ​ໃຫ້​ຄົນ​ນັບຖື.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ຈົ່ງ​ປົດ​ມົງກຸດ​ແລະ​ຜ້າ​ຄຽນ​ຫົວ​ຂອງ​ເຈົ້າ​ອອກ​ສາ. ບໍ່ມີ​ອັນໃດ​ຈະ​ເປັນ​ໄປ​ຄື​ເກົ່າ​ອີກ​ແລ້ວ. ຈົ່ງ​ຍົກ​ຄົນທຸກ​ລຳບາກ​ໃຫ້​ຂຶ້ນ​ກຳ​ອຳນາດ​ສາ ຈົ່ງ​ປົດ​ພວກ​ທີ່​ກຳລັງ​ປົກຄອງ​ລົງ.


ຜູ້ໃດ​ທີ່​ຍົກ​ຕົວ​ຂຶ້ນ ຜູ້​ນັ້ນ​ຈະ​ຖືກ​ລົດ​ໃຫ້​ນ້ອຍ​ລົງ ແລະ​ຜູ້ໃດ​ທີ່​ຖ່ອມຕົວ​ລົງ ຜູ້​ນັ້ນ​ຈະ​ຖືກ​ຍົກ​ຂຶ້ນ.”


ພຣະອົງ​ຊົງ​ປົດ​ຜູ້ປົກຄອງ​ຜູ້​ມີ​ອຳນາດ ລົງ​ຈາກ​ບ່ອນ​ນັ່ງ ແລະ​ໄດ້​ຊົງ​ຍົກ​ຜູ້​ຕໍ່າຕ້ອຍ​ຂຶ້ນ.


ເພາະວ່າ, ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ ຈະ​ຕ້ອງ​ຖືກ​ຖອຍລົງ ແລະ​ຜູ້​ທີ່​ຖ່ອມຕົວ​ລົງ ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ.”


ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ນີ້​ແຫຼະ ເມື່ອ​ກັບ​ລົງ​ໄປ​ທີ່​ເຮືອນ​ຂອງຕົນ​ກໍ​ຊົງ​ນັບ​ວ່າ ລາວ​ຊອບທຳ​ຫລາຍກວ່າ​ຄົນອື່ນ​ນັ້ນ ເພາະວ່າ​ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ​ຈະ​ຖືກ​ຖອຍ​ລົງ ແຕ່​ຜູ້ໃດ​ທີ່​ຖ່ອມຕົວ​ລົງ​ຈະ​ຖືກ​ຍົກ​ຂຶ້ນ.”


ດ້ວຍເຫດນັ້ນ ພວກເຈົ້າ​ຈົ່ງ​ຖ່ອມໃຈ​ລົງ ຢູ່​ໃຕ້​ພຣະຫັດ​ອັນ​ຊົງ​ຣິດ​ຂອງ​ພຣະເຈົ້າ ເພື່ອ​ພຣະອົງ​ຈະ​ຊົງ​ຍົກ​ພວກເຈົ້າ​ຂຶ້ນ ເມື່ອ​ເຖິງ​ເວລາ​ອັນ​ຄວນ.


ພຣະເຈົ້າຢາເວ​ໃຫ້​ບາງຄົນ​ລຳບາກ​ແລະ​ຄົນອື່ນ​ຮັ່ງມີ ພຣະອົງ​ໃຫ້​ບາງຄົນ​ຖ່ອມຕົວ ແລະ​ຄົນອື່ນ​ຍິ່ງໃຫຍ່.


ພຣະອົງ​ຄຸ້ມຄອງ​ຊີວິດ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ ສ່ວນ​ຄົນຊົ່ວຮ້າຍ​ຈະ​ຖືກ​ດັບສູນ​ໃນ​ທີ່​ມືດ; ມະນຸດ​ບໍ່​ຫ່ອນ​ໄຊຊະນະ​ໄດ້​ດ້ວຍ​ກຳລັງ ຄື​ໂດຍ​ກຳລັງ​ຂອງ​ຕົນເອງ​ທີ່​ມີ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka