Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 3:9 - ພຣະຄຳພີສັກສິ

9 ພວກເຮົາ​ໃຊ້​ລີ້ນ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ​ຄື ພຣະບິດາເຈົ້າ, ທັງ​ໃຊ້​ລີ້ນ​ປ້ອຍດ່າ​ເພື່ອນ​ມະນຸດ​ດ້ວຍ​ກັນ ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ສ້າງ​ຕາມ​ພຣະ​ລັກສະນະ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ພວກເຮົາ​ທັງຫລາຍ​ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພວກເຮົາ​ດ້ວຍ​ລີ້ນ ແລະ ພວກເຮົາ​ກໍ​ໃຊ້​ລີ້ນ​ນັ້ນ​ປ້ອຍດ່າ​ມະນຸດ​ຜູ້​ທີ່​ຖືກ​ສ້າງ​ຂຶ້ນ​ຕາມ​ແບບ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ຢາໂກໂບ 3:9
34 Jak'a apnaqawi uñst'ayäwi  

ຕໍ່ໄປນີ້ ແມ່ນ​ລາຍຊື່​ປະຫວັດ​ເຊື້ອສາຍ​ຂອງ​ອາດາມ. (ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ນັ້ນ ພຣະອົງ​ໄດ້​ສ້າງ​ເຂົາ​ໃຫ້​ມີ​ຮູບ​ລັກສະນະ​ຄື​ພຣະອົງ.


ມະນຸດ​ໄດ້​ຖືກ​ສ້າງ​ໃຫ້​ມີ​ຮູບລັກສະນະ​ຂອງ​ພຣະເຈົ້າ; ສະນັ້ນ ຜູ້ໃດ​ກໍຕາມ​ທີ່​ຂ້າ​ເພື່ອນ​ມະນຸດ ກໍ​ຈະ​ຖືກ​ເພື່ອນ​ມະນຸດ​ຄົນອື່ນ​ຂ້າ​ເໝືອນກັນ.


ເມື່ອ​ກະສັດ​ດາວິດ​ໄປ​ຮອດ​ເມືອງ​ບາຮູຣິມ​ພີ່ນ້ອງ​ຄົນ​ໜຶ່ງ​ຂອງ​ກະສັດ​ໂຊນ ຊີເມອີ​ລູກຊາຍ​ຂອງ​ເກຣາ ກໍ​ອອກ​ມາ​ພົບ​ກະສັດ​ດາວິດ​ພ້ອມ​ທັງ​ປ້ອຍດ່າ​ເພິ່ນ.


ອາບີໄຊ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ເວົ້າ​ວ່າ, “ຊີເມອີ​ຄວນ​ຖືກ​ປະຫານ​ຊີວິດ ເພາະ​ລາວ​ໄດ້​ປ້ອຍດ່າ​ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ຫົດສົງ.”


ກະສັດ​ດາວິດ​ໄດ້​ສັນລະເສີນ​ພຣະເຈົ້າຢາເວ​ຕໍ່​ໜ້າທີ່​ປະຊຸມ​ທັງຫລາຍ. ເພິ່ນ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ບັນພະບຸລຸດ​ຂອງ​ຂ້ານ້ອຍ ຂໍ​ໃຫ້​ພຣະອົງ​ຈົ່ງ​ໄດ້​ຮັບ​ຄຳ​ຍົກຍໍ​ສັນລະເສີນ​ຕະຫລອດໄປ​ເທີ້ນ


ແລ້ວ​ກະສັດ​ດາວິດ​ກໍໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ” ແລະ​ທີ່​ປະຊຸມ​ທັງໝົດ​ກໍ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກເຂົາ ພ້ອມທັງ​ໄດ້​ຂາບລົງ ແລະ​ຍ້ອງຍໍ​ໃຫ້ກຽດ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ກະສັດ​ຂອງ​ພວກຕົນ.


ຄຳເວົ້າ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຄຳສາບແຊ່ງ ມີ​ທັງ​ຄຳຕົວະ​ແລະ​ຄຳ​ຂູ່ເຂັນ​ດ້ວຍ ລີ້ນ​ຂອງ​ພວກເຂົາ​ມັກ​ເວົ້າ​ໃນ​ສິ່ງ​ທີ່​ບໍ່​ດີ ເປັນ​ຖ້ອຍຄຳ​ທີ່​ໜ້າ​ກຽດ​ຊັງ​ແລະ​ຊົ່ວຮ້າຍ​ທັງສິ້ນ.


ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ເຊື່ອວາງໃຈ​ໃນ​ພຣະອົງ​ຢ່າງ​ຄົບຖ້ວນ ຂ້ານ້ອຍ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະອົງ


ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າ​ແລະ​ກະສັດ​ຂອງ​ຂ້ານ້ອຍ​ເອີຍ. ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ສືບໄປ​ເປັນນິດ.


ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢູ່​ສະເໝີ ຄື​ຈະ​ສັນລະເສີນ​ພຣະເຈົ້າຢາເວ​ຢູ່​ເລື້ອຍໆ. ຂໍ​ໃຫ້​ທຸກສິ່ງ​ທີ່​ຖືກ​ສ້າງ​ມາ ຈົ່ງ​ຍ້ອງຍໍ​ສັນລະເສີນ ພຣະນາມ​ອັນ​ບໍຣິສຸດ​ຂອງ​ພຣະອົງ​ຕະຫລອດໄປ​ເຖີດ.


ດ້ວຍເຫດນັ້ນ ຈິດໃຈ​ຂອງ​ຂ້ານ້ອຍ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ຊົມຊື່ນ​ຍິນດີ ແລະ​ຮູ້ສຶກ​ມີ​ຄວາມ​ປອດໄພ​ຢ່າງ​ຄົບຖ້ວນ​ບໍຣິບູນ


ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ບໍ່​ມິດງຽບ​ຢູ່​ຕໍ່ໄປ ແຕ່​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ຖວາຍ​ແດ່​ພຣະອົງ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຕະຫລອດ​ໄປ​ເປັນນິດ.


ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ຢູ່​ຕະຫລອດ​ເວລາ ແລະ​ຈະ​ບໍ່​ຢຸດ​ເຊົາ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຈັກເທື່ອ.


ແລ້ວ​ຂ້ານ້ອຍ​ກໍ​ຈະ​ປະກາດ​ວ່າ, “ພຣະອົງ​ຊອບທຳ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ທຸກ​ວັນ​ຕະຫຼອດໄປ.”


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ແລະ​ຊ່ວຍ​ໃຫ້​ພົ້ນ​ໄພ ແລະ​ຂ້ານ້ອຍ​ກໍ​ຈະ​ຊື່ນໃຈ​ເຖິງ​ຄວາມ​ຊອບທຳ​ນັ້ນ.


ຈິດວິນຍານ​ຂອງຂ້ອຍ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ເຖີດ ກິດຕາ​ແລະ​ກະຈັບປີ່ ຂອງຂ້ອຍ ພິນໃຫຍ່​ແລະ​ພິນນ້ອຍ ຈົ່ງ​ຕື່ນ​ຂຶ້ນ​ມາ ຈົ່ງ​ຂຶ້ນ​ມາ​ບັນເລງ​ເພງ ຂ້ອຍ​ຈະ​ປຸກ​ຕາເວັນ​ໃຫ້​ລຸກ​ຂຶ້ນ.


ຄຳເວົ້າ​ທຸກ​ຄຳ​ຂອງ​ພວກເຂົາ​ລ້ວນແຕ່​ເປັນ​ບາບ​ໝົດ ເພາະ​ບາບ​ອາໄສ​ຢູ່​ໃນ​ສົບປາກ​ຂອງ​ເຂົາເຈົ້າ; ໃນ​ຄວາມ​ຈອງຫອງ​ນັ້ນ ຂໍ​ໃຫ້​ພວກເຂົາ​ຖືກ​ຈັບ​ໄປ ເພາະວ່າ​ພວກເຂົາ​ມັກ​ສາບແຊ່ງ​ແລະ​ຂີ້ຕົວະ


ພວກເຈົ້າ​ມີ​ແຕ່​ຢາກ​ໃຫ້​ລາວ​ຕົກ​ຈາກ​ຕຳແໜ່ງ​ສູງ ພວກເຈົ້າ​ພໍໃຈ​ຫລາຍ​ແທ້​ທີ່​ໄດ້​ຕົວະ. ພວກເຈົ້າ​ກ່າວ​ຄຳຕ່າງໆ ເປັນ​ຄຳອວຍພອນ ພາຍ​ໃນໃຈ​ພັດ​ເຕັມແຕ່​ຄຳສາບແຊ່ງ.


ຕາບໃດ​ທີ່​ມີ​ຊີວິດ​ຢູ່ ຂ້ານ້ອຍ​ຈະ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ​ພຣະອົງ ຂ້ານ້ອຍ​ຈະ​ຍົກ​ມື​ຂຶ້ນ​ຫາ​ພຣະອົງ ພ້ອມ​ກັບ​ຄຳ​ພາວັນນາ​ອະທິຖານ​ຮ້ອງຫາ​ພຣະອົງ.


ຂ້ານ້ອຍ​ຈະ​ເວົ້າ​ເຖິງ ຄວາມ​ຊອບທຳ​ຂອງ​ພຣະອົງ​ຕະຫລອດ​ວັນ ເພາະ​ຜູ້​ທີ່​ພະຍາຍາມ​ທຳຮ້າຍ​ຂ້ານ້ອຍ ໄດ້​ພ່າຍແພ້​ແລະ​ເສຍກຽດ​ແລ້ວ.


ແລະ​ເຈົ້າ​ຮູ້​ວ່າ ເຈົ້າເອງ​ກໍ​ເຄີຍ​ໄດ້​ປ້ອຍດ່າ​ຄົນອື່ນ​ຕັ້ງ​ຫລາຍເທື່ອ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ແລ້ວ​ເປໂຕ​ໄດ້​ຕັ້ງຕົ້ນ​ສາບແຊ່ງ​ຕົນເອງ ແລະ​ສາບານ​ຕໍ່​ພວກເຂົາ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຊາຍ​ຄົນ​ນັ້ນ.” ໃນ​ທັນໃດນັ້ນ ໄກ່​ກໍ​ຂັນ


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ເຈົ້າ ແລະ​ພາວັນນາ​ອະທິຖານ​ເພື່ອ​ຜູ້​ທີ່​ຂົ່ມເຫັງ​ເຈົ້າ,


ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ເຕັມ​ໄປ​ດ້ວຍ ຄວາມ​ປິຕິ​ຍິນດີ ເມື່ອ​ຂ້ານ້ອຍ​ເວົ້າຈາ ແລະ​ລິ້ນ​ຂອງ​ຂ້ານ້ອຍ​ຈຶ່ງ​ຮ້ອງ​ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ. ສຳລັບ​ຂ້ານ້ອຍ​ແລ້ວ ເນື້ອກາຍ​ຂອງ​ຂ້ານ້ອຍ ກໍ​ຈະ​ພັກຜ່ອນ​ດ້ວຍ​ຄວາມຫວັງ ດ້ວຍ​ຄວາມ​ໝັ້ນໃຈ​ໃນ​ພັນທະສັນຍາ​ ຂອງ​ພຣະເຈົ້າ


“ປາກ​ຂອງ​ພວກເຂົາ​ເຕັມໄປດ້ວຍ ຄຳ​ປ້ອຍດ່າ ແລະ ຄຳ​ຂົມຂື່ນ”


ຜູ້ຊາຍ​ບໍ່​ຈຳເປັນ​ຕ້ອງ​ປົກ​ຫົວ​ຂອງຕົນ ເພາະ​ຜູ້ຊາຍ​ເປັນ​ແບບ​ລັກສະນະ ແລະ​ພຣະ​ກຽດຕິຍົດ​ຂອງ​ພຣະເຈົ້າ ແຕ່​ແມ່ຍິງ​ນັ້ນ​ເປັນ​ກຽດຕິຍົດ​ຂອງ​ຜູ້ຊາຍ.


ສາທຸການ​ແດ່​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ໂຜດ​ປະທານ​ພຣະພອນ​ທຸກປະການ​ຝ່າຍ​ວິນຍານ ໃຫ້​ແກ່​ເຮົາ​ທັງຫລາຍ​ໃນ​ສະຫວັນ​ສະຖານ​ໂດຍ​ພຣະຄຣິດ.


ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.


ຄຳ​ສັນລະເສີນ​ແລະ​ຄຳ​ປ້ອຍດ່າ ກໍ​ອອກ​ມາ​ຈາກ​ປາກ​ອັນ​ດຽວກັນ. ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ບໍ່ຄວນ​ໃຫ້​ເປັນ​ຢ່າງ​ນີ້​ເລີຍ.


ສາທຸການ​ແດ່​ພຣະເຈົ້າ ພຣະບິດາເຈົ້າ​ແຫ່ງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ພຣະ​ມະຫາ​ກະລຸນາ​ແກ່​ພວກເຮົາ ຊົງ​ໂຜດ​ໃຫ້​ພວກເຮົາ​ບັງເກີດ​ໃໝ່ ເຂົ້າ​ສູ່​ຄວາມຫວັງ​ໃຈ​ອັນ​ມີ​ຊີວິດ​ຢູ່​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະເຢຊູ​ຄຣິດເຈົ້າ,


ພວກເຂົາ​ພາກັນ​ອອກ​ໄປ​ທີ່​ສວນອະງຸ່ນ ເພື່ອ​ເກັບ​ເອົາ​ໝາກອະງຸ່ນ​ມາ​ເຮັດ​ເຫຼົ້າ ແລະ​ຈັດ​ງານ​ກິນລ້ຽງ​ຂຶ້ນ​ໃນ​ວັດ​ຂອງ​ພວກເຂົາ. ພວກເຂົາ​ກິນ​ແລະ​ດື່ມ​ທັງ​ເວົ້າ​ເຍາະເຍີ້ຍ​ສຽດສີ​ອາບີເມເຫຼັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka