Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 3:6 - ພຣະຄຳພີສັກສິ

6 ລີ້ນ​ກໍ​ເປັນ​ດັ່ງ​ໄຟ ມັນ​ເປັນ​ຄື​ໂລກ​ແຫ່ງ​ຄວາມ​ຊົ່ວຮ້າຍ ທີ່​ຄອບຄອງ​ຢູ່​ໃນ​ຮ່າງກາຍ​ຂອງ​ພວກເຮົາ ແລະ​ເຮັດ​ໃຫ້​ເປື້ອນເປິ​ໄປ​ທົ່ວ​ທັງ​ຮ່າງກາຍ, ມັນ​ເປັນ​ເຊື້ອໄຟ​ທີ່​ເຜົາ​ໄໝ້​ວົງ​ກະແສ​ແຫ່ງ​ຊີວິດ ແລະ​ມັນ​ເອງ​ກໍ​ເປັນ​ໄຟ​ມາ​ຈາກ​ນະຣົກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ລີ້ນ​ກໍ​ເປັນ​ດັ່ງ​ໄຟ, ເປັນ​ໂລກ​ແຫ່ງ​ຄວາມ​ຊົ່ວຮ້າຍ​ທີ່​ຢູ່​ໃນ​ທ່າມກາງ​ອະໄວຍະວະ​ທັງຫລາຍ​ຂອງ​ຮ່າງກາຍ. ມັນ​ເຮັດ​ໃຫ້​ຮ່າງກາຍ​ທັງໝົດ​ເສຍຫາຍ, ເຮັດ​ໃຫ້​ຊີວິດ​ທັງ​ຊີວິດ​ລຸກ​ເປັນ​ໄຟ ແລະ ໂຕ​ມັນ​ເອງ​ກໍ​ຖືກ​ເຜົາ​ໂດຍ​ໄຟ​ນະລົກ.

Uka jalj uñjjattʼäta Copia luraña




ຢາໂກໂບ 3:6
62 Jak'a apnaqawi uñst'ayäwi  

ແລ້ວ​ອັບຊາໂລມ​ກໍ​ຫັນ​ໜ້າ​ມາ​ເວົ້າ​ກັບ​ອາຮີໂຕເຟນ​ວ່າ, “ບັດນີ້ ພວກເຮົາ​ກໍ​ເຂົ້າ​ມາ​ຢູ່​ທີ່​ນີ້​ແລ້ວ; ຂໍ​ທ່ານ​ຈົ່ງ​ແນະນຳ​ພວກເຮົາ​ວ່າ​ຄວນ​ຈະ​ເຮັດ​ຢ່າງ​ໃດ?”


ຊາວ​ອິດສະຣາເອນ​ໄດ້ຕອບ​ປະຊາຊົນ​ຊາວ​ຢູດາ​ວ່າ, “ເຖິງ​ແມ່ນ​ກະສັດ​ດາວິດ​ເປັນ​ຍາດພີ່ນ້ອງ​ທີ່​ສະໜິດ​ໃນ​ພວກເຈົ້າ​ກໍຕາມ, ແຕ່​ພວກຂ້ອຍ​ກໍ​ມີ​ສ່ວນ​ໃນ​ເພິ່ນ​ຫລາຍກວ່າ​ພວກເຈົ້າ​ເຖິງ​ສິບ​ເທົ່າ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ດູຖູກ​ພວກຂ້ອຍ? ຢ່າ​ລືມ​ວ່າ​ແມ່ນ​ພວກຂ້ອຍ​ທີ່​ເປັນ​ພວກ​ທຳອິດ​ອອກ​ປາກ​ເຊີນ​ເອົາ​ກະສັດ​ກັບຄືນ​ມາ.” ແຕ່​ຄຳເວົ້າ​ຂອງ​ຊາວ​ຢູດາ​ມີ​ນໍ້າໜັກ​ແຮງກວ່າ​ຄຳເວົ້າ​ຂອງ​ຊາວ​ອິດສະຣາເອນ.


ອາບີຢາ​ແລະ​ກອງທັບ​ຂອງຕົນ​ໄດ້​ຕີ​ກອງທັບ​ອິດສະຣາເອນ​ໃຫ້​ພ່າຍແພ້​ຢ່າງ​ໜັກ ຄື​ທະຫານ​ທີ່​ເກັ່ງກ້າ​ຂອງ​ກອງທັບ​ອິດສະຣາເອນ ເຄິ່ງ​ລ້ານ​ຄົນ​ໄດ້​ຖືກ​ຂ້າ.


ລີ້ນ​ຂອງ​ພວກເຂົາ​ຂ້າ​ຄົນ​ໄດ້​ເໝືອນ​ດັ່ງ​ລີ້ນ​ງູ​ ຄຳເວົ້າ​ຂອງ​ພວກເຂົາ​ກໍ​ເປັນ​ດັ່ງ​ພິດ​ງູເຫົ່າ.


ພວກເຂົາ​ຝຶກຝົນ​ລີ້ນ​ໃຫ້​ແຫຼມຄົມ​ດັ່ງ​ດາບ ທັ່ງ​ຄຳເວົ້າ​ອອກ​ມາ​ດັ່ງ​ຍິງ​ໜ້າ​ລູກທະນູ.


ຄຳຕອບ​ອັນ​ອ່ອນຫວານ​ລະງັບ​ຄວາມໂກດ​ໄວ້, ແຕ່​ຄຳເວົ້າ​ຫຍາບຊ້າ​ຍົວະ​ໃຫ້​ໂມໂຫ.


ຄົນ​ຊົ່ວຮ້າຍ​ແຈກຈ່າຍ​ແນວ​ບໍ່​ດີ ລີ້ນ​ລາວ​ເປັນ​ດັ່ງ​ໄຟ​ທີ່​ລຸກ​ໄໝ້​ດ້ວຍ​ຄຳເວົ້າ​ອັນ​ຊົ່ວຊ້າ.


ຖ້ອຍຄຳ​ນັ້ນ​ຈະ​ຮັກສາ​ເຈົ້າ​ໄວ້ ບໍ່​ໃຫ້​ໄປ​ຫຍຸ້ງກ່ຽວ​ກັບ​ເມຍ​ຂອງ​ຄົນອື່ນ ແລະ​ຈາກ​ບັນດາ​ຜູ້ຍິງ​ທີ່​ປາກຫວານ​ໃຈ​ສົ້ມ.


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເບິ່ງ​ເຫັນໄດ້​ແຕ່​ໄກ. ໄຟ​ແລະ​ຄວັນ​ຈະ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ກ່າວ​ຈາ​ແລະ​ຖ້ອຍຄຳ​ນັ້ນ​ກໍ​ລຸກ​ໄໝ້​ຂຶ້ນ​ເປັນ​ໄຟ.


ສ່ວນ​ຜູ້​ທີ່​ວາງແຜນ​ຕໍ່ສູ້​ຄົນອື່ນ​ໃນ​ພວກເຈົ້າ​ທຸກຄົນ ກໍ​ຈະ​ຖືກ​ທຳລາຍ​ຍ້ອນ​ແຜນການ​ຂອງ​ພວກເຈົ້າ​ເອງ. ພຣະອົງ​ເອງ​ຈະ​ເຮັດ​ໃຫ້​ສິ່ງນີ້​ເກີດຂຶ້ນ​ມາ ພວກເຈົ້າ​ຈະ​ທົນ​ທຸກຢ່າງ​ເວດທະນາ​ເຫລືອລົ້ນ.


ຂ້ານ້ອຍ​ໄດ້ຍິນ​ຫລາຍໆ​ຄົນ​ຊີ່ມ​ໃສ່​ກັນ​ວ່າ, “ຄວາມ​ຕົກໃຈ​ຢ້ານກົວ​ມີ​ຢູ່​ທົ່ວ​ທຸກແຫ່ງ ຈົ່ງ​ຮີບ​ລາຍງານ​ສະພາບ​ການ​ໃໝ່​ໃຫ້​ເຈົ້າໜ້າທີ່​ຟັງ.” ແມ່ນແຕ່​ໝູ່ເພື່ອນ​ຜູ້​ໃກ້ຊິດ​ກໍ​ລໍເບິ່ງ​ຂ້ານ້ອຍ​ລົ້ມ. ພວກເຂົາ​ເວົ້າ​ວ່າ, “ບາງທີ​ການ​ທີ່​ພວກເຮົາ​ເວົ້າ​ໂຈມຕີ​ລາວ ອາດ​ເຮັດ​ໃຫ້​ພວກເຮົາ​ຈັບ​ລາວ​ມາ​ແກ້ແຄ້ນ​ກໍໄດ້.”


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ​ພຣະອົງ​ຈະ​ກຳຈັດ​ເຈົ້າ. ກ່ອນ​ໝົດ​ປີ​ນີ້ ເຈົ້າ​ຈະ​ຕາຍ​ເພາະ​ເຈົ້າ​ໄດ້​ບອກ​ປະຊາຊົນ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.”


ພວກ​ແມ່ຍິງ​ເຫຼົ່ານີ້​ໄດ້​ເຊີນ​ພວກເຂົາ​ເຂົ້າ​ຮ່ວມ ບຸນ​ສະຫລອງ​ພິທີ​ຖວາຍບູຊາ​ໃນ​ບ່ອນ​ຂາບໄຫວ້​ພະ​ຂອງ​ຊາວ​ໂມອາບ. ພວກເຂົາ​ໄດ້​ກິນ​ອາຫານ​ທີ່​ໄດ້​ບູຊາ​ແລ້ວ​ແລະ​ໄດ້​ນົບ​ຮູບ​ພະ​ທັງຫລາຍ​ຂອງ​ພວກເຂົາ


ບໍ່​ຈື່​ບໍ​ວ່າ​ແມ່ນ​ຍິງ​ມີດີອານ​ທີ່​ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງ​ບາລາອາມ ແລະ​ທີ່​ເປອໍ ໄດ້​ນຳພາ​ປະຊາຊົນ​ບໍ່​ໃຫ້​ສັດຊື່​ຕໍ່​ພຣະເຈົ້າຢາເວ. ເຫດ​ການ​ນັ້ນ​ເປັນ​ເຫດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຕ້ອງ​ລົ້ມ​ຕາຍ​ດ້ວຍ​ໂຣກ​ລະບາດ.


ພວກ​ຟາຣີຊາຍ​ໄດ້ຍິນ​ເຊັ່ນ​ນີ້​ແລ້ວ ພວກເຂົາ​ກໍ​ເວົ້າ​ວ່າ, “ຜູ້​ນີ້​ຂັບໄລ່​ຜີມານຮ້າຍ​ອອກ​ໂດຍ​ໃຊ້​ອຳນາດ​ຂອງ​ເບເອນເຊບູນ ຜູ້​ເປັນ​ນາຍ​ຜີມານຮ້າຍ​ທັງຫລາຍ.”


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຜູ້ໃດ​ທີ່​ໂກດຮ້າຍ​ເຄືອງໃຈ ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ ຈະ​ຖືກ​ນຳ​ຂຶ້ນ​ສານ​ເພື່ອ​ຕັດສິນ​ລົງໂທດ ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນໂງ່ຈ້າ’ ຈະ​ຖືກ​ນຳ​ຂຶ້ນ​ສານສູງ​ເພື່ອ​ຕັດສິນ​ລົງໂທດ ແລະ​ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນບ້າ’ ຜູ້ນັ້ນ​ຈະ​ຕົກ​ບຶງ​ໄຟ​ນະຣົກ.


ບໍ່ມີ​ສິ່ງໃດ​ທີ່​ຢູ່​ພາຍ​ນອກ ທີ່​ມະນຸດ​ກິນ​ເຂົ້າ​ໄປ​ພາຍ​ໃນ​ແລ້ວ ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ, ແຕ່​ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ໃຈ​ມະນຸດ​ນັ້ນ​ແຫຼະ ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ. [


ດັ່ງນັ້ນ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, ‘ອັບຣາຮາມ ພໍ່​ເອີຍ ໂຜດ​ເອັນດູ​ຂ້ານ້ອຍ​ແດ່ທ້ອນ ໂຜດ​ໃຊ້​ລາຊາໂຣ​ເອົາ​ປາຍ​ນິ້ວ​ມື​ຈຸ່ມ​ນໍ້າ ມາ​ແປະ​ໃສ່​ລິ້ນ​ຂອງ​ຂ້ານ້ອຍ​ໃຫ້​ຊຸ່ມ​ເຢັນ​ແດ່ທ້ອນ ເພາະ​ຂ້ານ້ອຍ​ທົນທຸກ​ທໍລະມານ​ເຫລືອຫລາຍ​ຢູ່​ໃນ​ແປວ​ໄຟ​ນີ້.’


ໃນ​ທ່າມກາງ​ພວກທ່ານ​ເອງ ຈະ​ມີ​ຄົນ​ເວົ້າ​ປີ້ນ​ຄວາມຈິງ ແລະ​ຊັກຊວນ​ເອົາ​ຄົນ​ທີ່ເຊື່ອ​ໃຫ້​ຫລົງ​ໄປ​ຕາມ​ພວກເຂົາ.


ດັ່ງນັ້ນ ເປໂຕ​ຈຶ່ງ​ຖາມ​ລາວ​ວ່າ, “ອານາເນຍ​ເອີຍ ດ້ວຍເຫດໃດ​ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ, ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານ​ບໍຣິສຸດເຈົ້າ ໂດຍ​ເອົາ​ເງິນ​ສ່ວນ​ໜຶ່ງ ຊຶ່ງ​ເປັນ​ຄ່າ​ຂາຍ​ທີ່ດິນ​ນັ້ນ​ມ້ຽນ​ໄວ້?


ແລ້ວ​ພວກເຂົາ​ກໍ​ນຳ​ພະຍານ​ບໍ່​ຈິງ​ມາ​ກ່າວ​ວ່າ, “ຊາຍ​ຄົນ​ນີ້​ເວົ້າ​ຕໍ່ສູ້​ພຣະວິຫານ​ອັນ​ສັກສິດ ແລະ​ກົດບັນຍັດ​ຢ່າງ​ບໍ່​ຢຸດຢັ້ງ.


ເຖິງ​ແມ່ນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກເຈົ້າ ຫລື​ລູກຊາຍ​ລູກສາວ ຫລື​ເມຍ​ທີ່​ຮັກ​ຫລື​ໝູ່​ເພື່ອນ​ທີ່​ສະໜິດ​ສະໜົມ ອາດ​ຊັກຊວນ​ພວກເຈົ້າ​ຢ່າງ​ລັບໆ​ໃຫ້​ຂາບໄຫວ້​ບັນດາ​ພະອື່ນ ຄື​ບັນດາ​ພະ​ຊຶ່ງ​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້.


ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່.


ບໍ່ແມ່ນ​ພວກເຂົາ​ນັ້ນ​ຫລື ທີ່​ເວົ້າ​ໝິ່ນປະໝາດ​ຕໍ່​ພຣະນາມ​ອັນ​ປະເສີດ ຊຶ່ງ​ພວກເຈົ້າ​ກໍ​ເປັນ​ຂອງ​ພຣະອົງ?


ມະນຸດ​ສາມາດ​ຝຶກແອບ​ສັດ​ທັງໝົດ​ໄດ້ ບໍ່​ວ່າ​ສັດປ່າ​ແລະ​ນົກ ສັດ​ເລືອຄານ​ແລະ​ປາ.


ກ່ອນ​ອື່ນ ຈົ່ງ​ຮູ້​ຂໍ້​ນີ້ ຄື​ຍຸກ​ສຸດທ້າຍ​ຈະ​ມີ​ຄົນ​ເຢາະເຢີ້ຍ​ມາ​ເວົ້າ​ສຽດສີ​ຕາມ​ໃຈ​ປາຖະໜາ​ຂອງຕົນ.


ເຫດສະນັ້ນ ຖ້າ​ເຮົາ​ມາ ເຮົາ​ຈະ​ເປີດເຜີຍ​ການ​ທີ່​ລາວ​ເຮັດ ຄື​ລາວ​ໄດ້​ກ່າວ​ໃສ່​ຮ້າຍ​ຕໍ່​ເຮົາ ດ້ວຍ​ຄວາມ​ບໍ່ມີ​ແກ່ນສານ ແລະ​ເທົ່ານັ້ນ​ຍັງ​ບໍ່​ສົມໃຈ ຊໍ້າ​ບໍ່​ໜຳ ລາວ​ຍັງ​ປະຕິເສດ ບໍ່​ຍອມ​ຮັບ​ຕ້ອນ​ຄຣິສຕຽນ​ເຫຼົ່ານັ້ນ ແລ້ວ​ຍັງ​ກີດກັ້ນ​ຄົນ​ທັງຫລາຍ​ທີ່​ຢາກ​ຮັບຕ້ອນ​ພວກເຂົາ ກັບ​ທັງ​ຕັດ​ພວກເຂົາ​ອອກ​ເສຍ​ຈາກ​ຄຣິສຕະຈັກ.


ພະຍານາກ​ໃຫຍ່ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ​ທີ່​ເຂົາ​ເອີ້ນ​ວ່າ ມານຮ້າຍ ແລະມານຊາຕານ ຜູ້​ຫລອກລວງ​ມະນຸດ​ທັງ​ໂລກ ກໍ​ຖືກ​ຊັດ​ຖິ້ມ​ລົງ​ເສຍ ມັນ​ກັບ​ບໍລິວານ​ຂອງ​ມັນ ກໍ​ຖືກ​ຊັດຖິ້ມ​ລົງ​ເທິງ​ແຜ່ນດິນ​ໂລກ.


ມັນ​ຫລອກລວງ​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ໂລກ​ດ້ວຍ​ໝາຍສຳຄັນ ທີ່​ຊົງ​ໃຫ້​ມັນ​ເຮັດ​ຕໍ່ໜ້າ​ສັດຮ້າຍ​ໂຕ​ເດີມ​ນັ້ນ ແລະ​ມັນ​ສັ່ງ​ໃຫ້​ເຂົາ​ສ້າງ​ຮູບ​ສັດຮ້າຍ ທີ່​ຖືກ​ຟັນ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.


ຈະ​ບໍ່ມີ​ແສງ​ໂຄມ​ສ່ອງ​ສະຫວ່າງ​ໃນ​ເຈົ້າ​ຕໍ່ໄປ​ອີກ, ຈະ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າບ່າວ ເຈົ້າສາວ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ, ເພາະວ່າ​ບັນດາ​ພໍ່ຄ້າ​ຂອງ​ເຈົ້າ ໄດ້​ເປັນ​ເຈົ້ານາຍ​ແຫ່ງ​ແຜ່ນດິນ​ໂລກ ແລະ​ບັນດາ​ປະຊາຊາດ​ໄດ້​ຖືກ​ຫລອກລວງ ດ້ວຍ​ເວດມົນ​ຄາຖາ​ຂອງ​ເຈົ້າ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka