Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 3:5 - ພຣະຄຳພີສັກສິ

5 ລີ້ນ​ກໍ​ຄື​ກັນ​ນັ້ນ​ແຫຼະ ເປັນ​ອະໄວຍະວະ​ສ່ວນ​ນ້ອຍໆ ແຕ່​ສາມາດ​ໂອ້ອວດ​ເຖິງ​ເລື່ອງ​ໃຫຍ່ໆ​ໄດ້. ແປວ​ໄຟ​ພຽງ​ເລັກນ້ອຍ ກໍ​ຍັງ​ສາມາດ​ເຜົາຜານ​ປ່າໄມ້​ໃຫຍ່​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ລີ້ນ​ກໍ​ເໝືອນກັນ, ເປັນ​ອະໄວຍະວະ​ນ້ອຍໆ​ຂອງ​ຮ່າງກາຍ, ແຕ່​ລິ້ນ​ກໍ​ມັກ​ເວົ້າ​ໂອ້ອວດ. ຈົ່ງ​ພິຈາລະນາ​ເບິ່ງ​ແປວໄຟ​ນ້ອຍໆ​ຍັງ​ສາມາດ​ເຜົາໄໝ້​ປ່າ​ໃຫຍ່​ໄດ້.

Uka jalj uñjjattʼäta Copia luraña




ຢາໂກໂບ 3:5
25 Jak'a apnaqawi uñst'ayäwi  

ຄົນ​ປະຖິ້ມ​ພຣະເຈົ້າ​ກໍ​ເປັນ​ເຊັ່ນນີ້ແຫລະ ແລະ​ຄິດວ່າ​ພຣະອົງ​ຈະ​ເຮັດ​ຫຍັງ​ໃຫ້​ພວກເຂົາ​ບໍ່ໄດ້.


ຄົນຊົ່ວຮ້າຍ​ອວດອ້າງ​ຈອງຫອງ​ໃນ​ການ​ເຮັດ​ຊົ່ວ​ຂອງຕົນ ຄົນ​ມັກໂລບ​ກໍ​ສາບແຊ່ງ​ແລະ​ປະຕິເສດ​ພຣະເຈົ້າຢາເວ.


ສັດຕູ​ຜູ້​ໝາຍປອງ​ຂ້າ​ກໍ​ອ້ອມຂ້າງ​ຂ້ານ້ອຍ​ຢູ່ ພວກເຂົາ​ບໍ່ມີ​ຄວາມ​ເມດຕາ​ແລະ​ເວົ້າ​ໂອ້ອວດ​ຈອງຫອງ.


ຂ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລະວັງ​ສິ່ງ​ທີ່​ຂ້ອຍ​ກະທຳ ແລະ​ຈະ​ບໍ່​ເວົ້າ​ສິ່ງໃດ ເມື່ອ​ຄົນຊົ່ວ​ຢູ່​ໃກ້.”


ສັດຕູ​ເວົ້າ​ວ່າ, ‘ຂ້ອຍ​ຈະ​ຕາມລ່າ​ຈັບ​ກຸມ​ເອົາ​ພວກເຂົາ ຂ້ອຍ​ຈະ​ແບ່ງປັນ​ຊັບສິນ​ຂອງ​ພວກເຂົາ​ໃຫ້​ໄດ້; ແລະ​ຢຶດເອົາ​ສິ່ງ​ທີ່​ຂ້ອຍ​ຕ້ອງການ​ທັງໝົດ​ໄປ ຂ້ອຍ​ຈະ​ຊັກ​ດາບ​ແລະ​ຢຶດ​ສິ່ງ​ຂອງ​ທີ່​ພວກເຂົາ​ມີ​ນັ້ນ.’


ກະສັດ​ຟາໂຣ​ຖາມ​ວ່າ, “ພຣະເຈົ້າຢາເວ​ແມ່ນ​ໃຜ? ເປັນຫຍັງ​ເຮົາ​ຈະ​ຕ້ອງ​ຟັງ ແລະ​ປ່ອຍ​ປະຊາຊົນ​ພວກ​ນີ້​ໄປ? ເຮົາ​ບໍ່​ຮູ້ຈັກ​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ບໍ່​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ.”


ຄຳເວົ້າ​ທີ່​ບໍ່​ຄິດ ເຮັດ​ໃຫ້​ເຈັບຊໍ້າ​ດັ່ງ​ດາບ​ແທງ, ແຕ່​ຄຳເວົ້າ​ທີ່​ມີ​ປັນຍາ ປົວແປງ​ໃຫ້​ດີ​ໄດ້.


ສົບປາກ​ຂອງ​ຄົນ​ມີ​ປັນຍາ​ແຈກຈ່າຍ​ຄວາມຮູ້​ທີ່​ຈັບໃຈ, ແຕ່​ປາກ​ຂອງ​ຄົນໂງ່ຈ້າ​ພັດ​ເຜີຍ​ຄວາມ​ໂງ່ງ່າວ​ຂອງຕົນ​ອອກ​ມາ.


ຄຳ​ປາກ​ຊີ້ຂາດ​ຊີວິດ​ວ່າ​ຈະ​ຢູ່​ຫລື​ຕາຍ ຄົນ​ປາກ​ບອນ​ກໍ​ຮັບ​ກຳ​ຍ້ອນ​ຄຳ​ປາກ.


ບໍ່ມີ​ຟືນ​ໄຟ​ກໍ​ມອດ ບໍ່ມີ​ຄົນ​ປາກ​ບອນ​ກໍ​ບໍ່ມີ​ການ​ຜິດຖຽງກັນ.


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


“ມະນຸດ​ເອີຍ ຈົ່ງ​ບອກ​ຜູ້ປົກຄອງ​ນະຄອນ​ຕີເຣ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ລາວ​ວ່າ, ‘ເພາະ​ເຈົ້າ​ອວດຕົວ​ຂຶ້ນ ເຈົ້າ​ຈຶ່ງ​ອ້າງ​ຕົນເອງ​ວ່າ​ເປັນ​ພະ. ເຈົ້າ​ກ່າວ​ວ່າ​ເຈົ້າ​ເປັນ​ດັ່ງ​ພະ​ຕົນ​ໜຶ່ງ​ທີ່​ນັ່ງ​ເທິງ​ບັນລັງ ຊຶ່ງ​ມີ​ທະເລ​ທັງຫລາຍ​ອ້ອມ​ລ້ອມ​ເຈົ້າ​ໄວ້. ເຈົ້າ​ທຳ​ຕົນ​ເປັນ​ພະ​ບໍ່ໄດ້​ດອກ ເພາະ​ເຈົ້າ​ເປັນ​ມະນຸດ​ແຕ່​ບໍ່ແມ່ນ​ພະ.


ຈົ່ງ​ບອກ​ວ່າ ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, ‘ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ, ເຈົ້າ​ເປັນ​ແຂ້​ຕົວ​ຮ້າຍກາດ​ທີ່​ກຳລັງ​ນອນ​ຢູ່​ໃນ​ນໍ້າ. ເຈົ້າ​ກ່າວ​ວ່າ​ນໍ້ານິນ​ເປັນ​ຂອງເຈົ້າ​ແລະ​ເຈົ້າ​ສ້າງ​ມັນ​ຂຶ້ນ​ມາ.


ແຕ່​ບັດນີ້ ພໍ​ພວກເຈົ້າ​ໄດ້ຍິນ​ສຽງ​ແກ, ສຽງ​ປີ່, ສຽງ​ພິນໃຫຍ່, ສຽງ​ກະຈັບປີ່, ສຽງ​ພິນນ້ອຍ ແລະ​ສຽງດົນຕຼີ​ອື່ນໆ​ດັງ​ຂຶ້ນ ໃຫ້​ພາກັນ​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ນັ້ນ. ຖ້າ​ພວກເຈົ້າ​ບໍ່​ຂາບໄຫວ້ ພວກເຈົ້າ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ເຕົາໄຟ​ອັນ​ຮ້ອນ​ທັນທີ. ພວກເຈົ້າ​ຄິດວ່າ ຈະ​ມີ​ພະ​ອົງໃດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້​ຊັ້ນບໍ?”


ເພິ່ນ​ໄດ້​ກ່າວ​ວ່າ, “ເບິ່ງດູ ນະຄອນ​ບາບີໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ໃຫ້​ເປັນ​ເມືອງ​ຫລວງ​ຂອງເຮົາ ເພື່ອ​ສະແດງ​ເຖິງ​ອຳນາດ ແລະ​ຄວາມ​ຍິ່ງໃຫຍ່ ກຽດຕິຍົດ ແລະ​ສະຫງ່າຣາສີ​ຂອງເຮົາ.”


ເບິ່ງແມ! ເຮືອ​ກໍ​ເໝືອນກັນ ຈະ​ລຳ​ໃຫຍ່​ພຽງ​ໃດ​ກໍຕາມ ເມື່ອ​ຖືກ​ລົມ​ແຮງ​ພັດ ມັນ​ກໍ​ຍັງ​ຫັນ​ໄປມາ​ໂດຍ​ອາໄສ​ໄມ້​ຂັດ​ທ້າຍ​ເຮືອ​ອັນ​ນ້ອຍໆ ຕາມ​ຄວາມ​ຕ້ອງການ​ຂອງ​ນາຍ​ທ້າຍ​ເຮືອ.


ເພາະວ່າ ພວກເຂົາ​ມັກ​ກ່າວ​ຄຳ​ອວດອ້າງ​ອັນ​ເປົ່າໆ ແລະ​ໃຊ້​ຄວາມ​ປາຖະໜາ​ຊົ່ວ​ທາງ​ກາຍ ຫລອກລວງ​ຄົນ​ທັງຫລາຍ ທີ່​ກຳລັງ​ໜີ​ພົ້ນ​ຈາກ ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ການ​ຫລົງ​ຜິດ.


ຄົນ​ເຫຼົ່ານີ້ ເປັນ​ຄົນ​ມັກຈົ່ມ​ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka