Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 3:2 - ພຣະຄຳພີສັກສິ

2 ພວກເຮົາ​ທຸກຄົນ​ເຮັດ​ຜິດພາດ​ຢູ່​ເລື້ອຍໆ ຖ້າ​ຜູ້ໃດ​ບໍ່ໄດ້​ເຮັດ​ຜິດ​ທາງ​ວາຈາ ຜູ້ນັ້ນ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ແລະ​ສາມາດ​ບັງຄັບ​ທັງ​ຕົວ​ໄວ້​ໄດ້​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ຜິດພາດ​ໃນ​ຫລາຍ​ທາງ. ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຜິດ​ທາງ​ວາຈາ​ກໍ​ເປັນ​ຄົນ​ດີ​ຄົບຖ້ວນ ສາມາດ​ຄວບຄຸມ​ຮ່າງກາຍ​ທັງໝົດ​ຂອງ​ຕົນ​ໄດ້.

Uka jalj uñjjattʼäta Copia luraña




ຢາໂກໂບ 3:2
29 Jak'a apnaqawi uñst'ayäwi  

ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ເຮັດ​ບາບ​ຕໍ່ສູ້​ພຣະອົງ ເພາະ​ບໍ່ມີ​ຜູ້ໃດ​ທີ່​ບໍ່ໄດ້​ເຮັດ​ບາບ ແລ້ວ​ພຣະອົງ​ກໍໄດ້​ໂກດຮ້າຍ ຈຶ່ງ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ເອົາ​ຊະນະ​ພວກເຂົາ ແລະ​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ​ຢູ່​ໃນ​ດິນແດນ​ອື່ນ​ບາງ​ແຫ່ງ ເຖິງ​ແມ່ນ​ວ່າ​ດິນແດນ​ນັ້ນ​ຈະ​ຢູ່​ໄກ​ເທົ່າໃດ​ກໍຕາມ


ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ເຮັດ​ບາບ​ຕໍ່ສູ້​ພຣະອົງ ແລະ​ຕາມ​ຄວາມຈິງ​ແລ້ວ​ບໍ່ມີ​ຜູ້ໃດ​ເລີຍ​ທີ່​ບໍ່​ເຮັດ​ບາບ ໂດຍ​ຄວາມ​ໂກດຮ້າຍ​ພຣະອົງ​ໄດ້​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ເອົາ​ຊະນະ​ພວກເຂົາ ແລະ​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ແຫ່ງ​ອື່ນ ເຖິງ​ແມ່ນ​ວ່າ​ດິນແດນ​ນັ້ນ​ຈະ​ຫ່າງໄກ​ພຽງໃດ​ກໍຕາມ


ເມື່ອ​ເຈົ້າ​ມີ​ອາຣົມ​ຮ້າຍ​ໃສ່​ພຣະເຈົ້າ​ນັ້ນ​ນາ ເຈົ້າ​ກໍ​ລັ່ນ​ແຕ່​ວາຈາ​ປະນາມ​ພຣະອົງ​ທັງນັ້ນ.


ເຫດສະນັ້ນ ຈົ່ງ​ລະເວັ້ນ​ຈາກ​ການເວົ້າ​ຊົ່ວຊ້າ ຢ່າ​ໃຫ້​ຄຳເວົ້າ​ຕົວະ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ຈັກເທື່ອ.


ຂ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລະວັງ​ສິ່ງ​ທີ່​ຂ້ອຍ​ກະທຳ ແລະ​ຈະ​ບໍ່​ເວົ້າ​ສິ່ງໃດ ເມື່ອ​ຄົນຊົ່ວ​ຢູ່​ໃກ້.”


ຄົນ​ເວົ້າຫລາຍ​ກະຈາຍ​ຄວາມ​ຜິດພາດ, ແຕ່​ຄົນ​ສະຫລາດ​ງັບ​ປາກ​ຂອງຕົນ.


ຜູ້​ທີ່​ລະວັງ​ຄຳເວົ້າ​ກໍ​ຮັກສາ​ຊີວິດ​ໃຫ້​ປອດໄພ, ແຕ່​ຜູ້​ທີ່​ເວົ້າ​ບໍ່​ຄິດ​ກໍ​ທຳລາຍ​ຕົນເອງ​ຖິ້ມ.


ໃຜ​ບອກ​ໄດ້​ແທ້​ວ່າ​ຈິດສຳນຶກ​ຂອງຕົນ​ຜ່ອງໃສ ແລະ​ບາບ​ຂອງຕົນ​ກໍ​ຖືກ​ຊຳລະ​ແລ້ວ?


ຄົນ​ທີ່​ລະວັງ​ຄຳເວົ້າ ຄວາມ​ເດືອດຮ້ອນ​ບໍ່​ມາ​ຕຳ.


ຢູ່​ໃນ​ໂລກນີ້ ບໍ່ມີ​ຜູ້ໃດ​ທີ່​ເຮັດ​ຖືກຕ້ອງ​ສະເໝີ​ໄປ ໂດຍ​ບໍ່ໄດ້​ເຮັດ​ບາບ​ຈັກເທື່ອ.


ພວກ​ຂ້ານ້ອຍ​ທຸກຄົນ​ເປັນ​ຄົນບາບ​ໝົດ; ແມ່ນແຕ່​ການ​ເຮັດ​ທີ່ດີ​ທີ່ສຸດ​ຂອງ​ພວກ​ຂ້ານ້ອຍ​ກໍ​ຍັງ​ເປິເປື້ອນ. ເພາະ​ການບາບ ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ໃບໄມ້​ຫ່ຽວແຫ້ງ​ແລະ​ຖືກ​ລົມ​ພັດ​ໄປ.


ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ຜູ້ນັ້ນ. ຖ້າ​ຮອຍ​ຂາວ​ທີ່​ຜິວໜັງ​ນັ້ນ​ເປັນ​ສີ​ຂາວ​ໝົ່ນ ຮອຍ​ນັ້ນ​ກໍ​ເປັນ​ແຕ່​ພຽງ​ຂີ້ກ້ຽນ​ທີ່​ຟູ​ຂຶ້ນ​ຕາມ​ຜິວໜັງ​ເທົ່ານັ້ນ; ຄົນ​ນັ້ນ​ບໍ່ໄດ້​ເປັນມົນທິນ​ຕາມ​ກົດບັນຍັດ.


ພວກ​ຊາດ​ງູ​ຮ້າຍ​ເອີຍ, ພວກເຈົ້າ​ຈະ​ເວົ້າ​ຄວາມດີ​ໄດ້​ແນວ​ໃດ ເມື່ອ​ພວກເຈົ້າ​ເປັນ​ຄົນຊົ່ວ? ດ້ວຍວ່າ, ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.


ດ້ວຍ​ເຫດ​ທີ່​ເຈົ້າ​ຈະ​ພົ້ນ​ໂທດ​ໄດ້ ຫລື​ຈະ​ຕ້ອງ​ຖືກ​ໂທດ​ນັ້ນ ກໍ​ເພາະ​ດ້ວຍ​ຖ້ອຍຄຳ​ຂອງຕົນ.”


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບໍ່ມີ​ຄົນ​ຊອບທຳ ຈັກ​ຄົນ​ໜຶ່ງ​ຄົນ​ດຽວ.


ດັ່ງນັ້ນ ເຮົາ​ຈຶ່ງ​ຄົ້ນ​ພົບ​ກົດ​ຢ່າງ​ໜຶ່ງ ຄື​ເມື່ອ​ເຮົາ​ຢາກ​ເຮັດ​ໃນ​ສິ່ງ​ທີ່​ດີ ສິ່ງ​ທີ່​ຊົ່ວ​ກໍ​ມາ​ຕັນ​ເຮົາ​ໄວ້.


ແຕ່​ເຮົາ​ທຸບຕີ​ຮ່າງກາຍ​ຂອງເຮົາ​ໃຫ້​ມັນ​ແຂງ​ຢູ່​ຄາ​ມື ເພາະ​ຢ້ານ​ວ່າ​ເມື່ອ​ເຮົາ​ໄດ້​ປະກາດ​ແກ່​ຄົນອື່ນ​ແລ້ວ ເຮົາ​ເອງ​ຈະ​ຖືກ​ຂ້າ​ຊື່​ອອກ​ຈາກ​ການ​ແຂ່ງຂັນ​ນັ້ນ.


ແຕ່​ພຣະຄຳພີ​ໄດ້​ຮວບຮວມ​ສິ່ງ​ທັງໝົດ ໃຫ້​ເຂົ້າ​ຢູ່​ພາຍໃຕ້​ອຳນາດ​ຄວາມ​ຜິດບາບ ເພື່ອ​ວ່າ​ທຸກຄົນ​ທີ່​ເຊື່ອ​ຈະ​ໄດ້​ຮັບ​ຂອງ​ປະທານ​ຕາມ​ທີ່​ຊົງ​ສັນຍາ​ໄວ້ ຊຶ່ງ​ໄດ້​ຊົງ​ໂຜດ​ປະທານ ໂດຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ​ເປັນ​ຫລັກ.


ດ້ວຍວ່າ, ສັນດານ​ຕັນຫາ​ມະນຸດ​ກໍ​ຕໍ່ສູ້​ກັບ​ພຣະວິນຍານ ແລະ​ພຣະວິນຍານ​ກໍ​ຕໍ່ສູ້​ກັບ​ສັນດານ​ຕັນຫາ​ມະນຸດ ທັງສອງ​ຝ່າຍ​ເປັນ​ສັດຕູ​ກັນ. ດັ່ງນັ້ນ ສິ່ງ​ທີ່​ພວກເຈົ້າ​ຢາກ​ເຮັດ​ຈຶ່ງ​ເຮັດ​ບໍ່ໄດ້.


ພຣະອົງ​ນັ້ນ​ແຫຼະ ທີ່​ພວກເຮົາ​ປະກາດ​ໃຫ້​ແກ່​ທຸກຄົນ​ໂດຍ​ເຕືອນ​ສະຕິ ແລະ​ສັ່ງສອນ​ດ້ວຍ​ປັນຍາ​ທຸກຢ່າງ ເພື່ອ​ຈະ​ໄດ້​ຖວາຍ​ທຸກຄົນ​ຊ້ອງໜ້າ​ພຣະເຈົ້າ ເໝືອນ​ເປັນ​ຄົນ​ໃຫຍ່​ຄົບຖ້ວນ​ແລ້ວ​ໃນ​ພຣະຄຣິດ.


ເອປາ​ຟາ ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ ເພິ່ນ​ພາວັນນາ​ອະທິຖານ​ຢ່າງ​ຮ້ອນຮົນ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ໂດຍ​ຂໍ​ພຣະເຈົ້າ​ບັນດານ​ໃຫ້​ພວກເຈົ້າ​ຕັ້ງໝັ້ນ​ຢູ່ ເປັນ​ຜູ້​ໃຫຍ່​ຄົບຖ້ວນ ແລະ​ເປັນ​ຜູ້​ທີ່​ມີ​ຄວາມ​ໝັ້ນໃຈ ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


ຈົ່ງ​ຊົງ​ກະທຳ​ໃຫ້​ເຈົ້າ​ທັງຫລາຍ​ເປັນ​ຄົນ​ຄົບຖ້ວນ​ໃນ​ການ​ດີ​ທຸກຢ່າງ ເພື່ອ​ຈະ​ໄດ້​ປະຕິບັດ​ຕາມ​ພຣະໄທ​ພຣະອົງ ແລະ​ຊົງ​ທຳງານ​ພາຍໃນ​ເຈົ້າ​ທັງຫລາຍ ຕາມ​ທີ່​ຊອບ​ໃນ​ສາຍ​ພຣະເນດ​ຂອງ​ພຣະອົງ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ. ສະຫງ່າຣາສີ​ຈົ່ງ​ມີ​ແດ່​ພຣະຄຣິດ​ສືບໆໄປ​ເປັນນິດ ອາແມນ.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນ​ເປັນ​ຄົນ​ມີ​ທຳມະ ແຕ່​ບໍ່ໄດ້​ຫ້າມ​ລີ້ນ​ຂອງຕົນ​ແລ້ວ ທຳມະ​ຂອງ​ຜູ້ນັ້ນ​ກໍ​ບໍ່ມີ​ປະໂຫຍດ ແລະ​ເປັນ​ການ​ຫລອກລວງ​ຕົນເອງ​ເທົ່ານັ້ນ.


ຈົ່ງ​ໃຫ້​ຄວາມ​ໝັ້ນໃຈ​ຂອງ​ພວກເຈົ້າ​ນັ້ນ ຍືນຍົງ​ຕະຫລອດໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເປັນ​ຄົນ​ສຳເລັດ​ແລະ​ຄົບຖ້ວນ ໂດຍ​ບໍ່​ຂາດເຂີນ​ສິ່ງໃດ.


ຜູ້ໃດ​ທີ່​ຝ່າຝືນ​ກົດບັນຍັດ​ຂໍ້ໃດ​ຂໍ້ໜຶ່ງ ຜູ້ນັ້ນ​ກໍ​ຜິດ​ໃນ​ຖານ​ຝ່າຝືນ​ກົດບັນຍັດ​ທັງໝົດ.


ເພາະວ່າ “ຜູ້​ທີ່​ຢາກ​ຮັບ​ຊີວິດ​ອັນ​ດີ ແລະ ປາຖະໜາ​ທີ່​ຈະ​ເຫັນ​ວັນ​ສະໜຸກ ກໍ​ໃຫ້​ຜູ້ນັ້ນ​ຫ້າມ​ລີ້ນ​ຂອງຕົນ​ ບໍ່​ໃຫ້​ເວົ້າ​ຄວາມຊົ່ວ ແລະ ຫ້າມ​ປາກ​ບໍ່​ໃຫ້​ກ່າວ ຄຳ​ອຸບາຍ​ລໍ້ລວງ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka