Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 3:18 - ພຣະຄຳພີສັກສິ

18 ຜູ້​ທີ່​ສ້າງ​ສັນຕິສຸກ ກໍ​ຫວ່ານ​ຢ່າງ​ສັນຕິສຸກ ແລະ​ໝາກ​ຜົນ​ທີ່​ເກັບກ່ຽວ​ນັ້ນ ກໍ​ຄື​ຄວາມ​ຊອບທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ຜູ້ສ້າງສັນຕິສຸກ​ກໍ​ຫວ່ານ​ໃນ​ສັນຕິສຸກ ຍ່ອມ​ເກັບກ່ຽວ​ຜົນ​ແຫ່ງ​ຄວາມຊອບທຳ.

Uka jalj uñjjattʼäta Copia luraña




ຢາໂກໂບ 3:18
13 Jak'a apnaqawi uñst'ayäwi  

ເມື່ອ​ອາຍຸ​ແກ່​ກໍ​ຍັງ​ເກີດ​ໝາກ​ຢ່າງ​ຫລວງຫລາຍ ໃບ​ກໍ​ຍັງ​ຂຽວ​ງາມດີ​ທັງ​ແຂງແຮງ​ຢູ່ເລື້ອຍ.


ຄົນ​ຊົ່ວຮ້າຍ​ບໍ່ໄດ້​ຮັບ​ສິ່ງໃດສິ່ງໜຶ່ງ​ເລີຍ, ແຕ່​ຄົນ​ທີ່​ຫວ່ານ​ຄວາມ​ຊອບທຳ ຍ່ອມ​ໄດ້​ຮັບ​ບຳເໜັດ​ເປັນ​ແນ່ແທ້.


ຜູ້​ທີ່​ເພິ່ງ​ໃນ​ຊັບສົມບັດ​ຂອງຕົນ​ນັ້ນ ຈະ​ຖືກ​ທຳລາຍ​ດັ່ງ​ໃບໄມ້​ຫລົ່ນ​ໃນ​ລະດູຮ້ອນ ແຕ່​ຜູ້​ທີ່​ຊອບທຳ​ຈະ​ຈະເລີນ​ຮຸ່ງເຮືອງ​ດັ່ງ​ໃບໄມ້​ຂຽວ​ອຸ່ມຊຸ່ມ.


ຄວາມ​ຊອບທຳ ໃຫ້​ມີ​ຊີວິດ​ສັນໃດ ຄວາມ​ຮຸນແຮງ ກໍ​ເອົາ​ຊີວິດ​ໄປ​ສັນນັ້ນ.


ເຮົາ​ກ່າວ​ວ່າ, ‘ຈົ່ງ​ໄຖ​ດິນ​ຕອນ​ໃໝ່​ສຳລັບ​ເຈົ້າເອງ ຈົ່ງ​ຫວ່ານ​ຄວາມ​ຊອບທຳ ແລະ​ເກັບກ່ຽວ​ເອົາ​ພຣະພອນ​ຈາກ​ການ​ອຸທິດຕົວ​ຂອງເຈົ້າ​ທີ່​ມີ​ຕໍ່​ເຮົາ. ເຖິງ​ເວລາ​ແລ້ວ​ທີ່​ເຈົ້າ​ຈະ​ສະແຫວງຫາ​ພຣະເຈົ້າຢາເວ ແລ້ວ​ເຮົາ​ກໍ​ຈະ​ມາ ແລະ​ຖອກ​ເທ​ພອນ​ເທິງ​ເຈົ້າ.’


ຝູງມ້າ​ແລ່ນ​ຂຶ້ນ​ໜ້າຜາ​ບໍ? ຄົນ​ເອົາ​ງົວ​ໄປ​ໄຖ​ນໍ້າ​ທະເລ​ບໍ? ແຕ່​ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ປ່ຽນ​ຄວາມ​ຍຸດຕິທຳ​ມາ​ເປັນ​ຢາເບື່ອ ແລະ​ເຮັດ​ໃຫ້​ສິ່ງ​ທີ່​ຖືກຕ້ອງ​ກາຍເປັນ​ສິ່ງ​ທີ່​ຜິດ.


ຜູ້ໃດ​ສ້າງ​ຄວາມ​ສະຫງົບສຸກ​ກໍ​ເປັນ​ສຸກ, ເພາະວ່າ​ພຣະເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ ເປັນ​ບຸດ


ຜູ້​ທີ່​ກ່ຽວເຂົ້າ​ກໍ​ກຳລັງ​ຮັບ​ຄ່າຈ້າງ ແລະ​ຮວບຮວມ​ເອົາ​ຜົນລະປູກ​ໄວ້​ສຳລັບ​ຊີວິດ​ນິຣັນດອນ ເພື່ອ​ທັງ​ຜູ້​ຫວ່ານ ແລະ​ຜູ້​ເກັບກ່ຽວ​ຈະ​ຊົມຊື່ນ​ຍິນດີ​ນຳກັນ.


ຜູ້​ທີ່​ຫວ່ານ​ຕາມ​ຕັນຫາ​ຂອງ​ສັນດານ​ມະນຸດ ກໍ​ຈະ​ໄດ້​ເກັບກ່ຽວ​ຄວາມ​ເປື່ອຍເນົ່າ​ຕາມ​ຕັນຫາ​ນັ້ນ, ແຕ່​ຜູ້​ທີ່​ຫວ່ານ​ຕາມ​ພຣະວິນຍານ ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ແຫ່ງ​ຊີວິດ​ນິຣັນດອນ.


ຈະ​ໄດ້​ເປັນ​ຜູ້​ບໍຣິສຸດ​ດ້ວຍ​ຜົນ​ຂອງ​ຄວາມ​ຊອບທຳ ຊຶ່ງ​ເກີດຂຶ້ນ​ດ້ວຍ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ຖວາຍ​ພຣະ​ກຽດ ແລະ​ຄຳ​ຍ້ອງຍໍ​ສັນລະເສີນ​ແດ່​ພຣະເຈົ້າ.


ໃນ​ຂະນະທີ່​ມີ​ການ​ຕີສອນ​ນັ້ນ ບໍ່​ເປັນ​ໜ້າ​ຊື່ນໃຈ​ເລີຍ ມີ​ແຕ່​ເລື່ອງ​ເສົ້າໃຈ, ແຕ່​ຕໍ່ມາ​ພາຍຫລັງ​ຈະ​ກໍ່​ໃຫ້​ເກີດຜົນ ຄື​ຄວາມສຸກ​ສຳລານ​ແລະ​ຄວາມ​ຊອບທຳ ແກ່​ບັນດາ​ຄົນ​ທີ່​ຖືກ​ແອບສອນ​ແລ້ວ​ນັ້ນ.


ເພາະ​ຄວາມຮ້າຍ​ຂອງ​ມະນຸດ ບໍ່ໄດ້​ເຮັດ​ໃຫ້​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ​ເກີດ​ມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka