Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 3:16 - ພຣະຄຳພີສັກສິ

16 ບ່ອນ​ໃດ​ທີ່​ມີ​ຄວາມ​ອິດສາ​ແລະ​ການ​ເຫັນແກ່​ຕົວ ບ່ອນ​ນັ້ນ​ກໍ​ມີ​ການ​ວຸ້ນວາຍ​ແລະ​ມີ​ການ​ຊົ່ວຮ້າຍ​ທຸກ​ຊະນິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ເພາະ​ທີ່​ໃດ​ມີ​ຄວາມອິດສາ ແລະ ຄວາມທະເຍີທະຍານ​ຢ່າງ​ເຫັນແກ່ໂຕ, ທີ່​ນັ້ນ​ກໍ​ມີ​ຄວາມວຸ້ນວາຍ ແລະ ມີ​ການກະທຳ​ທີ່​ຊົ່ວຮ້າຍ​ທຸກຊະນິດ.

Uka jalj uñjjattʼäta Copia luraña




ຢາໂກໂບ 3:16
11 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເຂົາ​ໄດ້​ໃສ່​ຊື່​ສະຖານທີ່​ນັ້ນ​ວ່າ, “ບາເບນ” ເພາະ​ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພາສາ​ຂອງ​ບັນດາ​ປະຊາຊາດ​ແຕກຕ່າງ​ກັນ ແລະ​ຈາກ​ທີ່​ນັ້ນ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ພັດພາກ​ຈາກ​ກັນ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກ.


ແຕ່​ໂອນານ​ຮູ້​ວ່າ ເດັກນ້ອຍ​ທີ່​ຈະ​ເກີດ​ມາ​ນັ້ນ​ບໍ່ແມ່ນ​ລູກ​ຂອງຕົນ. ດັ່ງນັ້ນ ເມື່ອ​ລາວ​ນອນ​ກັບ​ເມຍ​ຂອງ​ອ້າຍ​ເທື່ອໃດ ລາວ​ກໍ​ເຮັດ​ໃຫ້​ນໍ້າກາມ​ຕົກ​ເຮ່ຍ​ເທື່ອນັ້ນ ເພື່ອ​ວ່າ​ລາວ​ຈະ​ບໍ່ໄດ້​ມີ​ລູກ​ສືບ​ເຊື້ອສາຍ​ໃຫ້​ອ້າຍ​ຂອງຕົນ.


ແລະ​ຖ້າ​ຄົນ​ໃນ​ຄອບຄົວ​ໃດ​ເກີດ​ແຕກແຍກ​ກັນ ຄອບຄົວ​ນັ້ນ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ບໍ່ໄດ້.


ແລ້ວ​ຄວາມ​ວຸ້ນວາຍ​ກໍໄດ້​ລາມ​ໄປ​ທົ່ວ​ທັງ​ເມືອງ ປະຊາຊົນ​ເຫຼົ່ານັ້ນ​ໄດ້​ຈັບ​ເອົາ​ຊາວ​ມາເກໂດເນຍ​ສອງ​ຄົນ ທີ່​ເປັນ​ເພື່ອນ​ເດີນທາງ​ຮ່ວມ​ກັບ​ໂປໂລ ຄື​ໄຄໂຢ ແລະ ອາຣິດຕາໂຂ ແລະ​ລາກ​ພວກເພິ່ນ​ເຂົ້າ​ໄປ​ໃນ​ສະໜາມ​ລະຄອນ.


ແຕ່​ພຣະອົງ​ຈະ​ຊົງ​ສຳແດງ​ຄວາມ​ໂກດຮ້າຍ​ອັນ​ເຜັດຮ້ອນ​ແກ່​ຄົນ​ທັງຫລາຍ​ທີ່​ຄິດ​ໃຫຍ່​ໃຝ່ສູງ ແລະ​ແກ່​ຜູ້​ທີ່​ບໍ່​ເຊື່ອ​ວາງ​ໃຈ​ໃນ​ຄວາມຈິງ ແຕ່​ຍອມ​ເຮັດ​ຕາມ​ຄວາມຊົ່ວ.


ເພາະວ່າ​ພຣະເຈົ້າ​ບໍ່ໄດ້​ເປັນ​ຜູ້​ກໍ່​ເຫດ​ຄວາມ​ວຸ້ນວາຍ, ແຕ່​ຊົງ​ໃຫ້​ເກີດ​ຄວາມ​ສະຫງົບສຸກ.


ເພາະວ່າ ພວກເຈົ້າ​ຍັງ​ຢູ່​ຝ່າຍ​ມະນຸດ​ທຳມະດາ, ພວກເຈົ້າ​ຍັງ​ອິດສາ​ກັນ ແລະ​ຜິດຂ້ອງ​ຕ້ອງຖຽງ​ກັນ​ຢູ່ ພວກເຈົ້າ​ຢູ່​ຝ່າຍ​ມະນຸດ​ທຳມະດາ ແລະ​ບໍ່​ດຳເນີນ​ຊີວິດ​ຕາມ​ມະນຸດ​ທຳມະດາ​ບໍ?


ເພາະ​ເຮົາ​ຄິດ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ອາດ​ຈະ​ບໍ່​ເຫັນ​ພວກເຈົ້າ ເໝືອນ​ຢ່າງ​ທີ່​ເຮົາ​ຢາກ​ເຫັນ ແລະ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ເໝືອນ​ຢ່າງ​ທີ່​ພວກເຈົ້າ​ຢາກ​ເຫັນ ຄື​ຢ້ານ​ວ່າ ບໍ່​ເຫດໃດ​ກໍ​ເຫດໜຶ່ງ ຈະ​ມີ​ການ​ຜິດຖຽງ​ກັນ ການ​ອິດສາ​ກັນ ການ​ຄຽດ​ກັນ ການ​ຄິດ​ໃຫຍ່​ໃຝ່ສູງ​ຕໍ່​ກັນ ການ​ນິນທາ​ກັນ ການ​ຊຸບຊີບ​ສຽດສີ​ກັນ ການ​ຂີ້ອວດ​ຈອງຫອງ ແລະ​ການ​ເກະກະ​ວຸ້ນວາຍ​ກັນ.


ການ​ຂາບໄຫວ້​ຮູບເຄົາຣົບ, ການ​ເຊື່ອ​ເວດມົນ​ຄາຖາ, ການ​ເປັນ​ສັດຕູ​ກັນ, ການ​ວິວາດ​ຜິດຖຽງ​ກັນ, ການ​ເຫິງສາ​ກັນ, ການ​ຄຽດແຄ້ນ​ກັນ ແລະ ການ​ມັກໃຫຍ່​ໃຝ່ສູງ​ຕໍ່​ກັນ, ການ​ແຕກແຍກ​ກັນ, ການ​ຖືພັກ​ຖືພວກ,


ແຕ່​ຖ້າ​ພວກເຈົ້າ​ມີ​ໃຈ​ເຫິງສາ​ອັນ​ຂົມຂື່ນ​ແລະ​ມັກໃຫຍ່​ໃຝ່ສູງ ກໍ​ຢ່າ​ໂອ້ອວດ​ແລະ​ຢ່າ​ທໍລະຍົດ​ຕໍ່​ຄວາມຈິງ.


ຢ່າ​ໃຫ້​ເປັນ​ເໝືອນ​ກາອິນ ຜູ້​ມາ​ຈາກ​ມານຊົ່ວຮ້າຍ ແລະ​ໄດ້​ຂ້າ​ນ້ອງຊາຍ​ຂອງຕົນ​ເສຍ. ດ້ວຍເຫດໃດ​ລາວ​ຈຶ່ງ​ຂ້າ​ນ້ອງ ກໍ​ເພາະ​ການ​ເຮັດ​ຂອງຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ​ນ້ອງ​ນັ້ນ​ຊອບທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka