Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 3:12 - ພຣະຄຳພີສັກສິ

12 ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຕົ້ນ​ເດື່ອເທດ​ຈະ​ເກີດຜົນ​ເປັນ​ໝາກກອກ​ໄດ້​ບໍ? ຫລື​ເຄືອ​ອະງຸ່ນ​ຈະ​ເກີດຜົນ​ເປັນ​ໝາກ​ເດື່ອເທດ​ໄດ້​ບໍ? ດັ່ງນັ້ນ ນໍ້າເຄັມ​ຈະ​ເກີດ​ເປັນ​ນໍ້າຈືດ​ກໍ​ບໍ່ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຕົ້ນໝາກເດື່ອ​ຈະ​ເກີດໝາກ​ເປັນ​ໝາກກອກ ຫລື ເຄືອອະງຸ່ນ​ຈະ​ເກີດໝາກ​ເປັນ​ໝາກເດື່ອ​ໄດ້​ບໍ? ເຊັ່ນ​ດຽວ​ກັນ ບໍ່ນ້ຳ​ເຄັມ​ກໍ​ບໍ່​ສາມາດ​ຜະລິດ​ນ້ຳຈືດ​ໄດ້.

Uka jalj uñjjattʼäta Copia luraña




ຢາໂກໂບ 3:12
11 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ປູກ​ເຈົ້າ​ໄວ້​ດັ່ງ​ປູກ​ຕົ້ນອະງຸ່ນ​ພັນ​ດີ ໂດຍ​ເລືອກເຟັ້ນ​ເອົາ​ມາ​ຈາກ​ພັນ​ດີທີ່ສຸດ​ດ້ວຍ. ແຕ່​ເບິ່ງແມ! ເຈົ້າ​ກາຍເປັນຫຍັງ​ໄປ​ແລ້ວ​ຮູ້​ບໍ ເຈົ້າ​ເປັນ​ດັ່ງ​ຕົ້ນອະງຸ່ນ​ເໜົ່າ​ຫາ​ຄຸນຄ່າ​ບໍ່ໄດ້.


“ຕ້ອງ​ມີ​ຕົ້ນໄມ້​ດີ​ໝາກ​ມັນ​ຈຶ່ງ​ຈະ​ດີ ຖ້າ​ຕົ້ນໄມ້​ບໍ່​ດີ ໝາກ​ມັນ​ກໍ​ບໍ່​ດີ ເພາະວ່າ​ຈະ​ໄດ້​ຮູ້ຈັກ​ຕົ້ນໄມ້​ດ້ວຍ​ໝາກ​ຂອງ​ມັນ.


ເມື່ອ​ພຣະອົງ​ເຫັນ​ຕົ້ນ​ເດື່ອເທດ​ກົກ​ໜຶ່ງ ຢູ່​ແຄມ​ທາງ​ຈຶ່ງ​ຍ່າງ​ໄປ​ທີ່​ຕົ້ນໄມ້​ນັ້ນ ແລະ​ເຫັນ​ວ່າ​ບໍ່ມີ​ໝາກ ມີ​ແຕ່​ໃບ​ເທົ່ານັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ເດື່ອເທດ​ວ່າ, “ມຶງ​ຢ່າ​ໄດ້​ເກີດ​ໝາກ​ອີກ​ຕໍ່ໄປ​ຈັກເທື່ອ” ໃນ​ທັນໃດນັ້ນ ຕົ້ນ​ເດື່ອເທດ​ກໍ​ຫ່ຽວແຫ້ງ​ລົງ.


ບໍ່​ນໍ້າພຸ​ຈະ​ໃຫ້​ນໍ້າຫວານ​ແລະ​ນໍ້າຂົມ​ພຸ່ງ​ອອກ​ມາ​ຈາກ​ຮູ​ດຽວກັນ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka