11 ບໍ່ນໍ້າພຸຈະໃຫ້ນໍ້າຫວານແລະນໍ້າຂົມພຸ່ງອອກມາຈາກຮູດຽວກັນບໍ?
11 ທັງນ້ຳຈືດ ແລະ ນ້ຳເຄັມຈະໄຫລອອກມາຈາກບໍ່ນ້ຳດຽວກັນໄດ້ບໍ?
ນໍ້າສ້າງກັກນໍ້າຈືດໄວ້ສັນໃດ ນະຄອນເຢຣູຊາເລັມກໍກັກຄວາມຊົ່ວຊ້າຂອງຕົນໄວ້ສັນນັ້ນ. ເຮົາໄດ້ຍິນແຕ່ການຮຸນແຮງ ແລະການທຳລາຍດັງຂຶ້ນໃນຕົວເມືອງ; ເຮົາເຫັນແຕ່ຄົນບາດເຈັບ ແລະຄົນທົນທຸກ.
ຄຳສັນລະເສີນແລະຄຳປ້ອຍດ່າ ກໍອອກມາຈາກປາກອັນດຽວກັນ. ພີ່ນ້ອງທັງຫລາຍຂອງເຮົາເອີຍ, ບໍ່ຄວນໃຫ້ເປັນຢ່າງນີ້ເລີຍ.
ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຕົ້ນເດື່ອເທດຈະເກີດຜົນເປັນໝາກກອກໄດ້ບໍ? ຫລືເຄືອອະງຸ່ນຈະເກີດຜົນເປັນໝາກເດື່ອເທດໄດ້ບໍ? ດັ່ງນັ້ນ ນໍ້າເຄັມຈະເກີດເປັນນໍ້າຈືດກໍບໍ່ໄດ້.