Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:6 - ພຣະຄຳພີສັກສິ

6 ແຕ່​ພວກເຈົ້າ​ໄດ້​ໝິ່ນປະໝາດ​ຄົນ​ທຸກຈົນ ແມ່ນ​ຜູ້ໃດ​ທີ່​ໄດ້​ກົດຂີ່​ພວກເຈົ້າ ແລະ​ຈັບ​ພວກເຈົ້າ​ຂຶ້ນ​ສານ ບໍ່ແມ່ນ​ຄົນ​ຮັ່ງມີ​ນັ້ນ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ແຕ່​ພວກເຈົ້າ​ບໍ່​ໃຫ້​ກຽດ​ຄົນຍາກຈົນ. ບໍ່​ແມ່ນ​ຄົນຮັ່ງມີ​ບໍ​ທີ່​ຂູດຮີດ​ພວກເຈົ້າ? ບໍ່​ແມ່ນ​ພວກເຂົາ​ນີ້​ບໍ​ທີ່​ລາກ​ພວກເຈົ້າ​ໄປ​ຂຶ້ນ​ສານ?

Uka jalj uñjjattʼäta Copia luraña




ຢາໂກໂບ 2:6
38 Jak'a apnaqawi uñst'ayäwi  

ເພາະ​ພວກເຂົາ​ຂູດຮີດ ແລະ​ລະເລີຍ​ຕໍ່​ຄົນ​ຍາກຈົນ ທັງ​ບຽດຢຶດ​ເຮືອນ​ຄົນ ທີ່​ຕົນ​ບໍ່ໄດ້​ສ້າງ​ມາ​ນັ້ນ.


ຄົນ​ຂາດ​ທີ່​ເພິ່ງ​ກໍ​ຖືກ​ຕີ​ລົ້ມ​ຕາຍ​ລົງ ພວກເຂົາ​ລົ້ມລົງ​ດ້ວຍ​ກຳລັງ​ຂອງ​ຄົນຊົ່ວ​ນັ້ນ.


ແຕ່​ພຣະອົງ​ເຫັນ ທັງ​ສັງເກດ​ເບິ່ງ​ຄວາມ​ເດືອດຮ້ອນ ຄວາມ​ທໍລະມານ ແລະ​ພ້ອມ​ສະເໝີ​ທີ່​ຈະ​ຊ່ວຍເຫລືອ ຄົນ​ຂາດ​ທີ່ເພິ່ງ​ກໍ​ມອບ​ຕົວ​ໄວ້​ກັບ​ພຣະອົງ ອົງ​ຊົງ​ຊ່ວຍເຫລືອ​ຄົນ​ຂັດສົນ​ຢູ່​ສະເໝີ.


ຄົນຊົ່ວຮ້າຍ​ຂົ່ມເຫັງ​ຄົນ​ຍາກຈົນ​ຢ່າງ​ຈອງຫອງ ຈົ່ງ​ຈັບ​ພວກເຂົາ​ໃສ່​ແຮ້ວ​ທີ່​ພວກເຂົາ​ຫ້າງ​ເອງ​ນັ້ນ.


ພວກເຂົາ​ຜົກຈອບ​ຢູ່​ຕາມ​ໝູ່ບ້ານ​ນ້ອຍໆ ພວກເຂົາ​ຄອຍ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ພວກເຂົາ​ຄິດ​ປອງຮ້າຍ​ຄົນ​ທີ່​ຂາດ​ທີ່​ເພິ່ງ.


ພຣະເຈົ້າຢາເວ​ກ່າວ​ໂຕ້ຕອບ​ອອກ​ໄປ​ວ່າ, “ບັດນີ້ ເຮົາ​ຈະ​ລຸກ​ຂຶ້ນ​ຍ້ອນ​ຄົນ​ຂັດສົນ​ຖືກ​ກົດຂີ່ ຄົນ​ຖືກ​ຂົ່ມເຫັງ​ກໍ​ຄວນຄາງ​ຢ່າງ​ເຈັບປວດ​ໜັກ ເຮົາ​ຈະ​ໃຫ້​ພວກເຂົາ​ປອດໄພ​ຢ່າງ​ຖາວອນ​ຕາມ​ທີ່​ພວກເຂົາ​ປາຖະໜາ.”


ຄົນຊົ່ວ​ຂັດຂວາງ​ແຜນການ​ຂອງ​ຄົນ​ຖ່ອມຕົວ ແຕ່​ພຣະເຈົ້າຢາເວ​ຊົງ​ຄຸ້ມຄອງ​ຄົນ​ຖ່ອມຕົວ​ໄວ້.


ຜູ້​ທີ່​ຂົ່ມເຫັງ​ຄົນທຸກ​ກໍ​ດູຖູກ​ພຣະເຈົ້າ​ຜູ້​ຊົງສ້າງ​ເຂົາ​ມາ, ແຕ່​ຜູ້​ທີ່​ເມດຕາ​ເຂົາ​ກໍ​ໃຫ້ກຽດ​ພຣະເຈົ້າ.


ຜູ້​ທີ່​ຫົວຂວັນ​ຄົນທຸກ ກໍ​ໝິ່ນປະໝາດ​ພຣະເຈົ້າ​ຜູ້​ສ້າງ​ເຂົາ​ມາ ຜູ້​ທີ່​ຊໍ້າ​ຕື່ມ​ຄົນ​ໄດ້​ຮັບ​ເຄາະກຳ​ກໍ​ຈະ​ໄດ້​ຮັບ​ໂທດ.


ຄົນ​ທຸກຈົນ​ອ້ອນວອນ​ຂໍ​ຄວາມ​ເມດຕາ, ແຕ່​ຄົນຮັ່ງມີ​ຕອບຄືນ​ມາ​ຢ່າງ​ຫຍາບຊ້າ.


ຜູ້​ທີ່​ຂົ່ມເຫັງ​ຄົນທຸກ ກໍ​ເທົ່າກັບ​ໃຫ້​ລາວ​ໄດ້ປຽບ​ໃນ​ທີ່ສຸດ ຜູ້​ທີ່​ເອົາ​ຂອງຂວັນ​ໃຫ້​ຄົນຮັ່ງມີ ກໍ​ເທົ່າກັບ​ເຮັດ​ໃຫ້​ຕົນ​ທຸກຈົນ​ລົງ​ເທົ່ານັ້ນ.


ຄົນ​ຮັ່ງມີ​ປົກຄອງ​ເໜືອ​ຄົນ​ທຸກຈົນ ແລະ​ການ​ເປັນ​ໜີ້ຄົນ​ຍ່ອມ​ເຮັດ​ໃຫ້​ຕົນ​ເປັນ​ທາດຮັບໃຊ້​ໄດ້.


ຖ້າ​ເຈົ້າ​ເຫັນ​ຄົນ​ຍາກຈົນ​ໃນ​ເມືອງ​ຖືກ​ຂົ່ມເຫັງ ທັງ​ຄວາມ​ຍຸດຕິທຳ ແລະ​ຄວາມ​ທ່ຽງທຳ​ເອົາ​ໄປ​ເສຍ​ຈາກ​ພວກເຂົາ ຢ່າ​ປະຫລາດ​ໃຈ​ເລີຍ. ດ້ວຍວ່າ, ຍັງ​ມີ​ນາຍ​ເໜືອ​ພວກເຂົາ​ຄອຍ​ຈັບຕາ​ເບິ່ງ​ພວກເຂົາ​ຢູ່ ແລະ​ຜູ້​ເປັນ​ນາຍເໜືອ​ພວກເຂົາ​ນັ້ນ ກໍ​ຍັງ​ມີ​ນາຍ​ຊັ້ນ​ຜູ້ໃຫຍ່​ກວ່າ​ອີກ​ຈັບຕາ​ເບິ່ງ​ພວກເຂົາ.


ພວກເຮົາ​ດູໝິ່ນ​ປະໝາດ​ແລະ​ປະຖິ້ມ​ທ່ານ​ໄປ ທ່ານ​ໄດ້​ທົນທຸກ​ນາໆ ແລະ​ທົນ​ຕໍ່​ຄວາມ​ເຈັບປວດ. ບໍ່ມີ​ຜູ້ໃດ​ແມ່ນແຕ່​ຈະ​ຫລຽວແລ​ເບິ່ງ​ທ່ານ​ເລີຍ ຕ່າງ​ກໍ​ເມີນເສີຍ​ດັ່ງ​ເພິ່ນ​ບໍ່ມີ​ຫຍັງ​ຈັກດີ້.


ພວກເຈົ້າ ຍິງ​ຊາວ​ຊາມາເຣຍ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ອ້ວນພີ​ເໝືອນ​ດັ່ງ​ງົວແມ່​ທີ່​ລ້ຽງ​ໄວ້​ຢ່າງດີ​ໃນ​ບາຊານ ພວກເຈົ້າ​ປະຕິບັດ​ບໍ່​ຖືກຕ້ອງ​ຕໍ່​ຜູ້​ຂັດສົນ ພວກເຈົ້າ​ກົດຂີ່​ຄົນ​ຍາກຈົນ ແລະ​ຂໍຮ້ອງ​ຜົວ​ໃຫ້​ຂົນ​ເອົາ​ເຫຼົ້າ​ມາ​ໃຫ້​ພວກເຈົ້າ​ດື່ມ​ຢູ່​ບໍ່​ຂາດ


ພວກເຈົ້າ​ຂົ່ມເຫັງ​ຄົນ​ຍາກຈົນ ແລະ​ລັກ​ເອົາ​ເຂົ້າຂອງ​ຂອງ​ພວກເຂົາ. ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ຫລັງ​ງາມໆ​ທີ່​ພວກເຈົ້າ​ສ້າງ​ຂຶ້ນ​ມາ​ດ້ວຍ​ຫີນ ຫລື​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ອັນ​ສວຍງາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້.


ລູກທະນູ​ພຣະອົງ​ທະລຸ​ຜູ້​ບັນຊາການ​ທັບ​ຂອງ​ພວກເຂົາ ເມື່ອ​ມັນ​ຖືກ​ຍິງ​ມາ​ເໝືອນ​ລົມພະຍຸ​ກ້າ ແລະ​ເຮັດ​ໃຫ້​ແຕກ​ກະຈັດ​ກະຈາຍ​ໄປ ດັ່ງ​ນັກ​ກົດຂີ່​ກືນກິນ​ຄົນ​ຍາກຈົນ​ຢ່າງ​ປິດລັບ.


ຢ່າ​ຂົ່ມເຫັງ​ແມ່ໝ້າຍ, ລູກກຳພ້າ, ຄົນຕ່າງດ້າວ ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຫລື​ຄົນອື່ນໆ​ທີ່​ຢູ່​ໃນ​ຄວາມ​ຂັດສົນ. ແລະ​ຢ່າ​ວາງ​ແຜນການ​ປະຫັດ​ປະຫານ​ຊຶ່ງກັນແລະກັນ.’


ພຣະເຢຊູເຈົ້າ​ໄດ້ຕອບ​ວ່າ, “ເຮົາ​ບໍ່ມີ​ຜີມານຮ້າຍ​ສິງ​ດອກ ເພາະ​ເຮົາ​ຖວາຍ​ກຽດ​ແກ່​ພຣະບິດາເຈົ້າ​ຂອງເຮົາ, ແຕ່​ພວກເຈົ້າ​ເວົ້າ​ໝິ່ນປະໝາດ​ເຮົາ.


ແຕ່​ພວກ​ຢິວ​ໄດ້​ຍົວະຍົງ​ພວກ​ແມ່ຍິງ​ທີ່​ມີ​ກຽດ​ສູງ​ໃນ​ສັງຄົມ​ທີ່​ຢຳເກງ​ພຣະເຈົ້າ ແລະ​ພວກ​ຜູ້ຊາຍ​ຄົນ​ສຳຄັນ​ໃນ​ເມືອງ​ນີ້ ໄດ້​ກໍ່​ການ​ຂົ່ມເຫັງ​ໂປໂລ ແລະ ບາຣະນາບາ ແລະ​ຂັບໄລ່​ທ່ານ​ທັງສອງ​ໃຫ້​ອອກ​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.


ແຕ່​ເມື່ອ​ບໍ່​ພົບ ພວກເຂົາ​ຈຶ່ງ​ລາກ​ຢາຊົນ​ກັບ​ຜູ້​ທີ່​ເຊື່ອ​ບາງຄົນ​ໄປ​ຫາ​ຜູ້ປົກຄອງ ແລະ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫຼົ່ານີ້​ເປັນ​ພວກ​ຂວໍ້າໂລກ​ມະນຸດ ໄດ້​ມາ​ທີ່​ນີ້​ແລ້ວ


ເມື່ອ​ຄາລີໂອ​ໄດ້​ຮັບ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ​ແຂວງ​ອະຂາຢາ ພວກ​ຢິວ​ກໍ​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ​ນຳ​ເພິ່ນ​ໄປ​ຂຶ້ນ​ສານ.


ສ່ວນ​ໂຊໂລ​ນັ້ນ​ໄດ້​ພະຍາຍາມ​ທຳລາຍ​ຄຣິສຕະຈັກ​ຢ່າງ​ຮຸນແຮງ ໂດຍ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ ລາກ​ເອົາ​ບາງຄົນ​ທີ່​ເຊື່ອ​ທັງ​ຊາຍ​ທັງ​ຍິງ​ອອກ​ມາ ແລະ​ນຳ​ໄປ​ຂັງ​ໄວ້​ໃນ​ຄຸກ.


ພວກເຈົ້າ​ບໍ່ມີ​ເຮືອນ​ຂອງ​ພວກເຈົ້າ​ເອງ ເພື່ອ​ໃຊ້​ເປັນ​ບ່ອນ​ກິນ​ແລະ​ດື່ມ​ບໍ? ຫລື​ພວກເຈົ້າ​ຢາກ​ດູໝິ່ນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ແລະ​ດູຖູກ​ຄົນ​ທີ່​ຂັດສົນ​ຊັ້ນບໍ? ກ່ຽວກັບ​ເລື່ອງ​ນີ້ ຢາກ​ໃຫ້​ເຮົາ​ເວົ້າ​ຕໍ່​ພວກເຈົ້າ​ຢ່າງ​ໃດ? ໃນ​ການ​ນີ້ ເຮົາ​ບໍ່​ຊົມເຊີຍ​ພວກເຈົ້າ​ດອກ.


ຖ້າ​ພວກເຈົ້າ​ຈະ​ສົນໃຈ​ໃນ​ຄົນ​ທີ່​ແຕ່ງຕົວ​ງົດງາມ​ນັ້ນ ແລະ​ທັງ​ກ່າວ​ທັກທາຍ​ປາໄສ​ຮັບຕ້ອນ​ຜູ້​ນັ້ນ​ວ່າ, “ເຊີນ​ນັ່ງ​ບ່ອນ​ເໝາະສົມ​ນີ້​ເທີ້ນ,” ແລະ​ໃນຂະນະ​ດຽວກັນ​ນັ້ນ ເຈົ້າ​ຈະ​ກ່າວ​ແກ່​ຄົນ​ທຸກຈົນ​ນັ້ນ​ວ່າ, “ໃຫ້​ເຈົ້າ​ຢືນ​ຢູ່​ຫັ້ນ,” ຫລື “ໃຫ້​ເຈົ້າ​ນັ່ງ​ທີ່​ຕັ່ງ​ຮອງ​ຕີນ​ເຮົາ​ນີ້.”


ເບິ່ງແມ! ຄ່າຈ້າງ​ຂອງ​ຄົນ​ທີ່​ໄດ້​ກ່ຽວເຂົ້າ​ໃນ​ນາ​ຂອງ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ສໍ້ໂກງ​ໄວ້​ນັ້ນ​ກໍ​ຮ້ອງຟ້ອງ​ຂຶ້ນ ແລະ​ສຽງ​ຮ້ອງທຸກ​ຂອງ​ຄົນ​ທີ່​ກ່ຽວເຂົ້າ​ນັ້ນ ກໍໄດ້​ຊົງ​ຊາບ​ແລ້ວ ເຖິງ​ຫູ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ.


ພວກເຈົ້າ​ໄດ້​ຕັດສິນ​ລົງໂທດ​ແລະ​ໄດ້​ຂ້າ​ຄົນ​ຊອບທຳ​ເສຍ ເຂົາ​ກໍ​ບໍ່ໄດ້​ຕໍ່ສູ້​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka