Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:4 - ພຣະຄຳພີສັກສິ

4 ຖ້າ​ເຮັດ​ດັ່ງນັ້ນ ພວກເຈົ້າ​ເປັນ​ຜູ້​ແບ່ງຊັ້ນ​ວັນນະ ແລະ​ກາຍເປັນ​ຜູ້ຕັດສິນ​ຄົນ ດ້ວຍ​ຄວາມ​ຄິດ​ອັນ​ຊົ່ວ​ບໍ່ແມ່ນ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ພວກເຈົ້າ​ກໍ​ມີ​ການຈຳແນກ​ໃນ​ທ່າມກາງ​ພວກເຈົ້າ​ເອງ ແລະ ກາຍເປັນ​ຜູ້ຕັດສິນ​ຄົນ​ດ້ວຍ​ຄວາມຄິດ​ຊົ່ວ​ບໍ່ແມ່ນ​ບໍ?

Uka jalj uñjjattʼäta Copia luraña




ຢາໂກໂບ 2:4
12 Jak'a apnaqawi uñst'ayäwi  

ຈົ່ງ​ລະວັງ​ໄວ້ ຂ້ອຍ​ຮູ້​ຄວາມຄິດ​ພວກເຈົ້າ​ທັງໝົດ ຄື​ຄວາມຄິດ​ເຕັມແຕ່​ອຸບາຍ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ.


ພຣະອົງ​ບໍ່ໄດ້​ເຂົ້າຂ້າງ​ພວກ​ນັກປົກຄອງ​ເລີຍ ທັງ​ບໍ່ເຄີຍ​ເຫັນດີ​ນຳ​ຄົນ​ຮັ່ງມີ​ດ້ວຍ ຄື​ຄົນ​ຮັ່ງມີ​ທີ່​ເອົາປຽບ​ຄົນຍາກຈົນ ເພາະ​ທຸກໆ​ຄົນ​ແມ່ນ​ພຣະອົງ​ໄດ້​ສ້າງ.


ເພາະ​ພຣະອົງ​ປົກປ້ອງ​ຄຸ້ມຄອງ​ຄົນ​ຍາກ​ຄົນຈົນ ແລະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ຢາກ​ຂ້າ​ພວກເຂົາ​ນັ້ນ.


ທ່ານ​ຕັດສິນໃຈ​ຖືກຕ້ອງ​ຫລື​ບໍ່? ບັນດາ​ຜູ້ປົກຄອງ​ເອີຍ ທ່ານ​ຕັດສິນ​ທຸກຄົນ​ຢ່າງ​ເປັນທຳ​ຫລືບໍ່?


“ພວກທ່ານ​ຕ້ອງ​ຢຸດຕິ​ການຕັດສິນ​ອັນ​ບໍ່​ຍຸດຕິທຳ ແລະ​ຕ້ອງ​ເຊົາ​ເປັນ​ພັກພວກ​ຂອງ​ຄົນຊົ່ວຮ້າຍ


“ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ເຮັດ​ໃຫ້​ປະຊາຊົນ​ອິດສະຣາເອນ​ໝິ່ນປະໝາດ​ພວກເຈົ້າ​ຄືນ ຍ້ອນ​ພວກເຈົ້າ​ບໍ່ໄດ້​ປະຕິບັດ​ຕາມ​ຄວາມປະສົງ​ຂອງເຮົາ ແລະ​ເມື່ອ​ພວກເຈົ້າ​ສັ່ງສອນ​ປະຊາຊົນ​ຂອງເຮົາ ພວກເຈົ້າ​ກໍ​ບໍ່ໄດ້​ປະຕິບັດ​ຕໍ່​ທຸກຄົນ​ໃຫ້​ສະເໝີ​ພາບ​ກັນ.”


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຈົ່ງ​ຟັງ​ຄຳ​ຕຸລາການ ຜູ້​ບໍ່​ຍຸດຕິທຳ​ຄົນ​ນີ້​ເວົ້າ.


ຢ່າ​ຕັດສິນ​ຕາມ​ທີ່​ເຫັນ​ພາຍ​ນອກ ແຕ່​ຈົ່ງ​ຕັດສິນ​ຕາມ​ທາງ​ຍຸດຕິທຳ.”


ແຕ່​ປັນຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ໝົດ​ກໍ​ບໍຣິສຸດ ແລະ​ປະກອບ​ດ້ວຍ​ຄວາມ​ສະຫງົບສຸກ ຄວາມ​ສຸພາບ​ອ່ອນໂຍນ ຄວາມ​ເປັນ​ມິດ ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ໜ້າ​ຄົນ​ແລະ​ບໍ່​ໜ້າຊື່​ໃຈຄົດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ເວົ້າ​ນິນທາ​ຊຶ່ງກັນແລະກັນ ຜູ້​ທີ່​ເວົ້າ​ນິນທາ​ພີ່ນ້ອງ ຫລື​ກ່າວໂທດ​ໃສ່​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ເວົ້າ​ນິນທາ​ຕໍ່​ກົດບັນຍັດ ແລະ​ກ່າວໂທດ​ຕໍ່​ກົດບັນຍັດ​ນັ້ນ, ແຕ່​ຖ້າ​ເຈົ້າ​ກ່າວໂທດ​ຕໍ່​ກົດບັນຍັດ ເຈົ້າ​ກໍ​ບໍ່​ເປັນ​ຜູ້​ທີ່​ຮັກສາ​ກົດບັນຍັດ, ແຕ່​ເປັນ​ຜູ້ຕັດສິນ​ກົດບັນຍັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka