Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:3 - ພຣະຄຳພີສັກສິ

3 ຖ້າ​ພວກເຈົ້າ​ຈະ​ສົນໃຈ​ໃນ​ຄົນ​ທີ່​ແຕ່ງຕົວ​ງົດງາມ​ນັ້ນ ແລະ​ທັງ​ກ່າວ​ທັກທາຍ​ປາໄສ​ຮັບຕ້ອນ​ຜູ້​ນັ້ນ​ວ່າ, “ເຊີນ​ນັ່ງ​ບ່ອນ​ເໝາະສົມ​ນີ້​ເທີ້ນ,” ແລະ​ໃນຂະນະ​ດຽວກັນ​ນັ້ນ ເຈົ້າ​ຈະ​ກ່າວ​ແກ່​ຄົນ​ທຸກຈົນ​ນັ້ນ​ວ່າ, “ໃຫ້​ເຈົ້າ​ຢືນ​ຢູ່​ຫັ້ນ,” ຫລື “ໃຫ້​ເຈົ້າ​ນັ່ງ​ທີ່​ຕັ່ງ​ຮອງ​ຕີນ​ເຮົາ​ນີ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຖ້າ​ພວກເຈົ້າ​ໃຫ້​ຄວາມສົນໃຈ​ແກ່​ຄົນ​ທີ່​ແຕ່ງກາຍ​ງົດງາມ​ເປັນ​ພິເສດ ແລະ ກ່າວ​ວ່າ, “ນີ້​ເປັນ​ບ່ອນນັ່ງ​ທີ່​ດີ​ສຳລັບ​ທ່ານ” ແຕ່​ກ່າວ​ກັບ​ຄົນ​ທຸກຍາກ​ນັ້ນ​ວ່າ, “ເຈົ້າ​ຈົ່ງ​ຢືນ​ຢູ່​ບ່ອນ​ນີ້” ຫລື ກ່າວ​ວ່າ, “ຈົ່ງ​ນັ່ງ​ທີ່​ພື້ນ​ໃກ້​ຕີນ​ຂອງ​ເຮົາ”

Uka jalj uñjjattʼäta Copia luraña




ຢາໂກໂບ 2:3
8 Jak'a apnaqawi uñst'ayäwi  

ຄົນ​ທຸກຈົນ​ອ້ອນວອນ​ຂໍ​ຄວາມ​ເມດຕາ, ແຕ່​ຄົນຮັ່ງມີ​ຕອບຄືນ​ມາ​ຢ່າງ​ຫຍາບຊ້າ.


ແລ້ວ​ພວກເຂົາ​ກໍ​ເວົ້າ​ກັບ​ຄົນອື່ນ​ວ່າ ‘ຫຍັບໜີ​ຈາກ​ພວກເຮົາ​ເດີ ພວກເຮົາ​ເປັນ​ຜູ້​ບໍຣິສຸດ​ທີ່​ພວກເຈົ້າ​ຈະ​ແຕະຕ້ອງ​ບໍ່ໄດ້’ ເຮົາ​ທົນ​ຕໍ່​ຄົນ​ຢ່າງນັ້ນ​ບໍ່​ໄຫວ​ແລ້ວ; ດັ່ງນັ້ນ ເຮົາ​ຈຶ່ງ​ໂກດຮ້າຍ​ພວກເຂົາ​ດັ່ງ​ໄຟ​ລຸກໄໝ້​ທີ່​ມອດ​ບໍ່​ເປັນ​ຈັກເທື່ອ.


ຝ່າຍ​ເຮໂຣດ​ກັບ​ທະຫານ​ຂອງຕົນ​ຕ່າງ​ກໍ​ເຢາະເຢີ້ຍ ແລະ​ດູໝິ່ນ​ພຣະອົງ ແລ້ວ​ພວກເຂົາ​ກໍ​ເອົາ​ເສື້ອ​ໂຕ​ທີ່​ງົດງາມ​ໃຫ້​ພຣະອົງ​ນຸ່ງ ແລະ​ສົ່ງ​ພຣະອົງ​ຄືນ​ໄປ​ຫາ​ປີລາດ.


ເພາະວ່າ ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ແລ້ວ​ວ່າ ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຮັ່ງມີ ພຣະອົງ​ກໍ​ຍັງ​ຊົງ​ຍອມ​ກາຍເປັນ​ຄົນ​ຍາກຈົນ ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ກາຍເປັນ​ຄົນ​ຮັ່ງມີ ເນື່ອງ​ຈາກ​ຄວາມ​ຍາກຈົນ​ຂອງ​ພຣະອົງ.


ຖ້າ​ວ່າ​ມີ​ຄົນ​ຫນຶ່ງ​ຖື​ແຫວນ​ຄຳ ແລະ​ແຕ່ງຕົວ​ງົດງາມ​ເຂົ້າ​ມາ​ໃນ​ທີ່​ປະຊຸມ​ຂອງ​ພວກເຈົ້າ ແລະ​ມີ​ຄົນ​ທຸກຈົນ​ຜູ້ໜຶ່ງ​ນຸ່ງ​ເຄື່ອງ​ເປື້ອນເປິ​ເຂົ້າ​ມາ​ເໝືອນກັນ.


ແຕ່​ພວກເຈົ້າ​ໄດ້​ໝິ່ນປະໝາດ​ຄົນ​ທຸກຈົນ ແມ່ນ​ຜູ້ໃດ​ທີ່​ໄດ້​ກົດຂີ່​ພວກເຈົ້າ ແລະ​ຈັບ​ພວກເຈົ້າ​ຂຶ້ນ​ສານ ບໍ່ແມ່ນ​ຄົນ​ຮັ່ງມີ​ນັ້ນ​ບໍ?


ຄົນ​ເຫຼົ່ານີ້ ເປັນ​ຄົນ​ມັກຈົ່ມ​ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka