Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:25 - ພຣະຄຳພີສັກສິ

25 ໃນທຳນອງ​ດຽວກັນ​ກັບ​ນາງ​ຣາຮາບ ຍິງໂສເພນີ​ໄດ້​ຮັບຕ້ອນ​ຜູ້​ສົ່ງ​ຂ່າວ ແລ້ວ​ໃຫ້​ພວກເພິ່ນ​ກັບ​ເມືອ​ເສຍ​ທາງ​ອື່ນ ກໍໄດ້​ຊົງ​ຖື​ວ່າ​ຊອບທຳ ເນື່ອງ​ດ້ວຍ​ການ​ປະຕິບັດ​ບໍ່ແມ່ນ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

25 ໃນ​ທຳນອງດຽວກັນ ແມ່ນ​ແຕ່​ນາງ​ຣາຮາບ​ຍິງໂສເພນີ​ຍັງ​ຖືກ​ນັບ​ວ່າ​ເປັນ​ຄົນຊອບທຳ​ເພາະ​ການປະຕິບັດ​ຂອງ​ນາງ​ໃນ​ເວລາ​ທີ່​ນາງ​ໃຫ້​ທີ່ພັກ​ແກ່​ພວກສອດແນມ ແລະ ຊ່ວຍ​ສົ່ງ​ພວກເຂົາ​ໄປ​ອີກ​ທາງ​ໜຶ່ງ​ບໍ່​ແມ່ນ​ບໍ?

Uka jalj uñjjattʼäta Copia luraña




ຢາໂກໂບ 2:25
15 Jak'a apnaqawi uñst'ayäwi  

ໃນ​ລູກ​ສອງ​ຄົນ​ນີ້​ຜູ້ໃດ​ເຮັດ​ຕາມໃຈ​ຂອງ​ພໍ່?” ພວກເຂົາ​ຕອບ​ວ່າ, “ແມ່ນ​ລູກກົກ.” ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຄົນ​ເກັບພາສີ​ແລະ​ຍິງ​ໂສເພນີ ກຳລັງ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກ່ອນ​ພວກເຈົ້າ.


ແລະ​ຢາຊົນ​ໄດ້​ຕ້ອນຮັບ​ພວກເຂົາ​ໄວ້​ໃນ​ເຮືອນ​ຂອງຕົນ, ພວກເຂົາ​ຝ່າຝືນ​ກົດໝາຍ​ຂອງ​ຈັກກະພັດ​ໂດຍ​ເວົ້າ​ວ່າ, ມີ​ກະສັດ​ອົງ​ອື່ນ​ອີກ​ຊື່​ວ່າ ເຢຊູ.”


ເພາະ​ມີ​ຄວາມເຊື່ອ​ແບບ​ນີ້ ຣາຮາບ​ຍິງໂສເພນີ ຈຶ່ງ​ບໍ່​ຈິບຫາຍ​ໄປ​ພ້ອມ​ກັບ​ຄົນ​ເຫຼົ່ານັ້ນ​ທີ່​ບໍ່​ເຊື່ອຟັງ ເພາະ​ນາງ​ໄດ້​ຕ້ອນຮັບ​ພວກ​ນັກສືບ​ສອດແນມ​ເປັນ​ຢ່າງດີ.


ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ຝ່າຍ​ເຈົ້າ ເຈົ້າ​ມີ​ຄວາມເຊື່ອ ແຕ່​ຝ່າຍ​ຂ້ອຍ​ມີ​ການ​ປະຕິບັດ.” ຈົ່ງ​ສະແດງ​ໃຫ້​ເຮົາ​ເຫັນ​ຄວາມເຊື່ອ​ຂອງ​ເຈົ້າ ຊຶ່ງ​ບໍ່ມີ​ການ​ປະຕິບັດ ແລະ​ຝ່າຍ​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ຄວາມເຊື່ອ​ຂອງເຮົາ ດ້ວຍ​ການ​ປະຕິບັດ​ຂອງເຮົາ​ນັ້ນ.


ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ ຄວາມເຊື່ອ​ກັບ​ການ​ປະຕິບັດ​ຂອງ​ເພິ່ນ ກໍ​ໄປ​ຄວບຄູ່​ກັນ, ຄວາມເຊື່ອ​ຂອງ​ເພິ່ນ​ຖືກ​ເຮັດ​ໃຫ້​ດີ​ຄົບຖ້ວນ​ໄດ້ ກໍ​ໂດຍ​ການ​ປະຕິບັດ,


ເຈົ້າ​ທັງຫລາຍ​ກໍ​ເຫັນ​ແລ້ວ​ວ່າ ຜູ້ໃດ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ກໍ​ເນື່ອງ​ດ້ວຍ​ຄວາມເຊື່ອ​ທີ່​ມີ​ການ​ປະຕິບັດ ແລະ​ບໍ່ແມ່ນ​ດ້ວຍ​ຄວາມເຊື່ອ​ພຽງ​ຢ່າງ​ດຽວ.


ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍໄດ້​ສົ່ງ​ສອດແນມ​ສອງ​ຄົນ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ພ້ອມ​ທັງ​ສັ່ງ​ໃຫ້​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ການາອານ​ຢ່າງ​ລັບໆ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕົວເມືອງ​ເຢຣິໂກ. ເມື່ອ​ມາ​ຮອດ​ເມືອງ​ເຢຣິໂກ​ແລ້ວ ສອດແນມ​ທັງສອງ​ຄົນ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຊື່​ວ່າ ຣາຮາບ.


ເນື່ອງ​ຈາກ​ນາງ​ຣາຮາບ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຕິດ​ກັບ​ກຳແພງ​ເມືອງ. ດັ່ງນັ້ນ ນາງ​ຈຶ່ງ​ໄດ້​ຢ່ອນ​ເຊືອກ​ໃຫ້​ຊາຍ​ທັງສອງ​ລົງ​ທາງ​ປ່ອງຢ້ຽມ ແລະ​ບອກ​ວ່າ, “ເພື່ອ​ບໍ່​ໃຫ້​ຄົນ​ຂອງ​ກະສັດ​ພົບ​ພວກເຈົ້າ


ຈົ່ງ​ຂຶ້ນ​ໄປ​ລີ້​ຢູ່​ເນີນພູ​ນັ້ນ ໃຫ້​ລີ້​ຢູ່​ທີ່​ນັ້ນ​ສາມ​ວັນ ຈົນກວ່າ​ພວກເຂົາ​ກັບຄືນ​ມາ. ຫລັງຈາກ​ນັ້ນ​ແລ້ວ ພວກເຈົ້າ​ຈຶ່ງ​ເດີນທາງ​ໄປ​ຕໍ່.”


ນາງ​ຣາຮາບ​ໄດ້​ເອົາ​ນັກສືບ​ສອດແນມ​ທັງສອງ​ໄປ​ເຊື່ອງ​ໄວ້​ເທິງ​ຫລັງຄາ​ພຽງ ໃນ​ກອງ​ລຳຕົ້ນ​ປ່ານ​ທີ່​ນາງ​ລຽນ​ໄວ້​ຢູ່​ຂ້າງ​ເທິງ​ນັ້ນ. ນາງ​ໄດ້​ຕອບ​ກະສັດ​ວ່າ, “ພວກເຂົາ​ມາ​ພັກ​ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ແທ້ຈິງ, ແຕ່​ຂ້ານ້ອຍ​ບໍ່​ຮູ້​ວ່າ​ພວກເຂົາ​ມາ​ຈາກ​ໃສ. ພວກເຂົາ​ອອກ​ໜີໄປ​ແລ້ວ​ແຕ່​ເວລາ​ມືດຊຸ້ມ​ກ່ອນ​ປະຕູ​ເມືອງ​ຖືກ​ອັດ. ຂ້ານ້ອຍ​ເອງ​ກໍ​ບໍ່ໄດ້​ຖາມ​ວ່າ​ພວກເຂົາ​ຈະ​ໄປ​ທາງ​ໃດ ແຕ່​ຖ້າ​ທ່ານ​ຟ້າວ​ອອກ​ຕິດຕາມ ທ່ານ​ອາດ​ຈະ​ຕາມ​ໄປ​ທັນ​ແລະ​ຈັບ​ພວກເຂົາ​ໄດ້.”


ຈົ່ງ​ທຳລາຍ​ເມືອງ​ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໃຫ້​ຈົນກ້ຽງ ເພື່ອ​ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ, ແຕ່​ໃຫ້​ໄວ້​ຊີວິດ​ນາງ​ຣາຮາບ ຍິງ​ໂສເພນີ​ພ້ອມ​ກັບ​ທຸກຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ ເພາະ​ນາງ​ໄດ້​ເຊື່ອງ​ນັກສືບ​ສອດແນມ​ສອງ​ຄົນ​ຂອງ​ພວກເຮົາ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka