Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:23 - ພຣະຄຳພີສັກສິ

23 ແລະ​ກໍ​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ​ຍ້ອນ​ຄວາມເຊື່ອ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.” ດັ່ງນັ້ນ ພຣະອົງ​ຈຶ່ງ​ເອີ້ນ​ອັບຣາຮາມ​ວ່າ, “ສະຫາຍ​ຂອງ​ພຣະເຈົ້າ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

23 ແລະ ເປັນ​ຈິງ​ຕາມ​ພຣະຄຳພີ​ທີ່​ກ່າວ​ວ່າ, “ອັບຣາຮາມ​ເຊື່ອ​ພຣະເຈົ້າ ແລະ ເພາະ​ຄວາມເຊື່ອ​ນີ້​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ” ແລະ ເພິ່ນ​ໄດ້​ຖືກ​ເອີ້ນ​ວ່າ​ເປັນ​ສະຫາຍ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ຢາໂກໂບ 2:23
22 Jak'a apnaqawi uñst'ayäwi  

ອັບຣາມ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ດ້ວຍເຫດນັ້ນ ພຣະອົງ​ຈຶ່ງ​ພໍໃຈ​ແລະ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.


ອາຊາຣີຢາ ລູກຊາຍ​ຂອງ​ນາທານ​ເປັນ​ຫົວໜ້າ​ຜູ້ປົກຄອງ​ແຂວງ​ຕ່າງໆ. ປະໂຣຫິດ​ຊາບຸດ ລູກຊາຍ​ຂອງ​ນາທານ​ເປັນ​ທີ່ປຶກສາ​ຂອງ​ກະສັດ.


ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ເມື່ອ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ​ໄດ້​ຍ້າຍ​ເຂົ້າ​ມາ​ໃນ​ດິນແດນ​ນີ້ ພຣະອົງ​ໄດ້​ຂັບໄລ່​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນີ້​ອອກ​ໄປ ແລະ​ໄດ້​ມອບ​ດິນແດນ​ໃຫ້​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ ມິດ​ສະຫາຍ​ຂອງ​ພຣະອົງ ໃຫ້​ເປັນ​ມໍຣະດົກ​ຂອງ​ພວກເພິ່ນ​ຕະຫລອດໄປ.


ຂ້ອຍ​ຢາກ​ໃຫ້​ມີ​ຄົນກາງ​ຜູ້ໜຶ່ງ ຮ້ອງຂໍ​ຕໍ່​ພຣະເຈົ້າ​ເດ ແມ່ນ​ຜູ້ໜຶ່ງ​ທີ່​ຈະ​ສູ້​ຄະດີ​ໃຫ້​ເພື່ອນ​ຂອງຕົນ​ໄດ້.


ພຣະເຈົ້າຢາເວ​ກ່າວ​ແກ່​ໂມເຊ​ໜ້າ​ຕໍ່ໜ້າ ດັ່ງ​ຄົນ​ໜຶ່ງ​ທີ່​ກ່າວ​ຕໍ່​ເພື່ອນ​ຂອງຕົນ. ແລ້ວ​ໂມເຊ​ກໍ​ກັບຄືນ​ເມືອ​ຄ້າຍພັກ, ສ່ວນ​ໂຢຊວຍ​ລູກຊາຍ​ຂອງ​ນູນ ຜູ້ຮັບໃຊ້​ທີ່​ໜຸ່ມແໜ້ນ​ຂອງເພິ່ນ​ໄດ້​ປະຈຳ​ຢູ່​ໃນ​ຫໍເຕັນ.


ແຕ່​ສຳລັບ​ພວກເຈົ້າ​ນັ້ນ​ແມ່ນ​ຊາດ​ອິດສະຣາເອນ ເປັນ​ພວກ​ທີ່​ອຸທິດຕົວ​ເພື່ອ​ການ​ບົວລະບັດ​ຮັບໃຊ້ ແມ່ນ​ປະຊາຊົນ​ພວກ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກເອົາ ຄື​ເຊື້ອສາຍ​ອັບຣາຮາມ​ມິດ​ສະຫາຍ​ຂອງເຮົາ​ນັ້ນ.


ແນ່ນອນ​ພວກເຈົ້າ​ຍັງ​ບໍ່ໄດ້​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ, ‘ຫີນ​ທີ່​ນາຍຊ່າງ​ກໍ່​ໄດ້​ໂຍນ​ຖິ້ມ​ແລ້ວ ຫີນ​ນັ້ນ​ແຫຼະ ກາຍເປັນ​ຫີນ​ເສົາ​ເອກ ສຳຄັນ​ກວ່າ​ໝູ່​ໝົດ.


ພວກເຂົາ​ຍັງ​ໄດ້​ຄຶງ​ໂຈນ​ສອງ​ຄົນ​ໄວ້​ພ້ອມ​ກັບ​ພຣະອົງ ເບື້ອງຂວາ​ຄົນ​ໜຶ່ງ ແລະ ເບື້ອງຊ້າຍ​ຄົນ​ໜຶ່ງ. [


ແລະ ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະທຳ​ຕອນ​ນີ້​ໄດ້​ສຳເລັດ​ເປັນ​ຈິງ​ໃນວັນນີ້ ຕາມ​ທີ່​ພວກເຈົ້າ​ໄດ້ຍິນ​ນັ້ນ​ແຫຼະ.”


“ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ້ຄວາມ​ໃນ​ພຣະຄຳພີ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ໄວ້​ລ່ວງໜ້າ ໂດຍ​ຜ່ານ​ທາງ​ກະສັດ​ດາວິດ​ຕ້ອງ​ສຳເລັດ​ເປັນ​ຈິງ, ຂໍ້ຄວາມ​ນັ້ນ​ເວົ້າ​ເຖິງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ.


ພຣະເຈົ້າ​ບໍ່ໄດ້​ປະຖິ້ມ​ໄພ່ພົນ​ຂອງ​ພຣະອົງ ທີ່​ພຣະອົງ​ໄດ້​ຊົງ​ຮັບຮູ້​ເລືອກ​ໄວ້​ຕັ້ງແຕ່​ກ່ອນ​ແລ້ວ ເຈົ້າ​ທັງຫຼາຍ​ບໍ່​ຮູ້ຈັກ​ເລື່ອງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ທີ່​ກ່າວ​ເຖິງ​ເອລີຢາ​ນັ້ນ​ບໍ? ເມື່ອ​ເພິ່ນ​ໄດ້​ກາບທູນ​ກ່າວຟ້ອງ​ພວກ​ອິດສະຣາເອນ​ຕໍ່​ພຣະເຈົ້າ​ວ່າ,


ເພາະ​ພຣະຄຳພີ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ເປັນ​ກະສັດ ເພື່ອ​ໃຊ້​ເຈົ້າ​ໃຫ້​ສຳແດງ​ຣິດອຳນາດ​ຂອງເຮົາ ແລະ​ເພື່ອ​ນາມ​ຂອງເຮົາ​ຈະ​ປະກາດ​ແຜ່​ອອກ​ໄປ​ທົ່ວ​ໂລກ.”


ແຕ່​ພຣະຄຳພີ​ໄດ້​ຮວບຮວມ​ສິ່ງ​ທັງໝົດ ໃຫ້​ເຂົ້າ​ຢູ່​ພາຍໃຕ້​ອຳນາດ​ຄວາມ​ຜິດບາບ ເພື່ອ​ວ່າ​ທຸກຄົນ​ທີ່​ເຊື່ອ​ຈະ​ໄດ້​ຮັບ​ຂອງ​ປະທານ​ຕາມ​ທີ່​ຊົງ​ສັນຍາ​ໄວ້ ຊຶ່ງ​ໄດ້​ຊົງ​ໂຜດ​ປະທານ ໂດຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ​ເປັນ​ຫລັກ.


ຈົ່ງ​ພິຈາລະນາ​ເບິ່ງ​ອັບຣາຮາມ​ວ່າ, “ເພິ່ນ​ໄດ້​ເຊື່ອ​ພຣະເຈົ້າ ແລະ​ເພາະ​ຄວາມເຊື່ອ​ນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.”


ພຣະຄຳພີ​ທຸກ​ຕອນ​ໄດ້​ຮັບ​ການ​ຊົງ​ບັນດົນໃຈ​ຈາກ​ພຣະເຈົ້າ ແລະ​ເປັນ​ປະໂຫຍດ ໃນ​ການ​ສອນ, ການ​ກ່າວ​ຕັກເຕືອນ​ວ່າ​ກ່າວ, ການ​ປັບປຸງ​ແກ້ໄຂ​ໃຫ້​ຖືກຕ້ອງ ແລະ​ການ​ອົບຮົມ​ໃນ​ທາງ​ຊອບທຳ,


ເຈົ້າ​ທັງຫລາຍ​ກໍ​ເຫັນ​ແລ້ວ​ວ່າ ຜູ້ໃດ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ກໍ​ເນື່ອງ​ດ້ວຍ​ຄວາມເຊື່ອ​ທີ່​ມີ​ການ​ປະຕິບັດ ແລະ​ບໍ່ແມ່ນ​ດ້ວຍ​ຄວາມເຊື່ອ​ພຽງ​ຢ່າງ​ດຽວ.


ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເບິ່ງແມ! ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ລົງ ໃນ​ເມືອງ​ຊີໂອນ ເປັນ​ຫີນ​ເສົາ​ເອກ​ທີ່​ເລືອກ​ໄວ້​ແລ້ວ, ແລະ​ເປັນ​ຫີນ​ທີ່​ມີຄ່າ​ອັນ​ປະເສີດ ຜູ້​ທີ່​ວາງໃຈ​ໃນ​ຫີນ​ນັ້ນ ກໍ​ຈະ​ບໍ່ໄດ້​ຮັບ​ ຄວາມ​ອັບອາຍ​ຈັກເທື່ອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka