Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:22 - ພຣະຄຳພີສັກສິ

22 ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ ຄວາມເຊື່ອ​ກັບ​ການ​ປະຕິບັດ​ຂອງ​ເພິ່ນ ກໍ​ໄປ​ຄວບຄູ່​ກັນ, ຄວາມເຊື່ອ​ຂອງ​ເພິ່ນ​ຖືກ​ເຮັດ​ໃຫ້​ດີ​ຄົບຖ້ວນ​ໄດ້ ກໍ​ໂດຍ​ການ​ປະຕິບັດ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ຄວາມເຊື່ອ ແລະ ການປະຕິບັດ​ຂອງ​ເພິ່ນ​ກໍ​ເຮັດ​ຄຽງຄູ່​ກັນ​ໄປ ແລະ ຄວາມເຊື່ອ​ຂອງ​ເພິ່ນ​ຄົບຖ້ວນ​ສົມບູນ​ໂດຍ​ສິ່ງ​ທີ່​ເພິ່ນ​ໄດ້​ປະຕິບັດ.

Uka jalj uñjjattʼäta Copia luraña




ຢາໂກໂບ 2:22
8 Jak'a apnaqawi uñst'ayäwi  

ແລະ​ພຣະອົງ​ໄດ້ກ່າວ​ວ່າ, “ຢ່າ​ທຳຮ້າຍ​ຫລື​ເຮັດ​ຫຍັງ​ແກ່​ເດັກຊາຍ​ນີ້​ເລີຍ. ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ ເຈົ້າ​ເຊື່ອຟັງ​ແລະ​ຢຳເກງ​ພຣະເຈົ້າ​ຢູ່​ສະເໝີ; ດ້ວຍວ່າ ເຈົ້າ​ບໍ່ໄດ້​ຫວງ​ລູກຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້​ຈາກ​ພຣະອົງ.”


ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ອັນ​ນີ້​ແມ່ນ​ງານ​ຂອງ​ພຣະເຈົ້າ ຄື​ໃຫ້​ເຈົ້າ​ທັງຫລາຍ​ໄດ້​ເຊື່ອ​ໃນ​ຜູ້​ທີ່​ພຣະເຈົ້າ​ໃຊ້​ມາ.”


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ໂດຍ​ບໍ່ໄດ້​ຢຸດຢັ້ງ​ໃນ​ການ​ລະນຶກເຖິງ​ກິດຈະການ​ຂອງ​ເຈົ້າ​ທັງຫລາຍ ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ​ກັບ​ທັງ​ການງານ​ອັນ​ໜັກໜ່ວງ ທີ່​ພວກເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມຮັກ ແລະ​ຄວາມ​ໝັ່ນພຽນ ອັນ​ມີ​ມາ​ຈາກ​ຄວາມ​ໄວ້ວາງໃຈ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ຝ່າຍ​ເຈົ້າ ເຈົ້າ​ມີ​ຄວາມເຊື່ອ ແຕ່​ຝ່າຍ​ຂ້ອຍ​ມີ​ການ​ປະຕິບັດ.” ຈົ່ງ​ສະແດງ​ໃຫ້​ເຮົາ​ເຫັນ​ຄວາມເຊື່ອ​ຂອງ​ເຈົ້າ ຊຶ່ງ​ບໍ່ມີ​ການ​ປະຕິບັດ ແລະ​ຝ່າຍ​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ຄວາມເຊື່ອ​ຂອງເຮົາ ດ້ວຍ​ການ​ປະຕິບັດ​ຂອງເຮົາ​ນັ້ນ.


ແຕ່​ຜູ້ໃດ​ກໍຕາມ ທີ່​ຖື​ຮັກສາ​ພຣະທຳ​ຂອງ​ພຣະອົງ, ຜູ້ນັ້ນ​ແຫຼະ ທີ່​ຮັກ​ພຣະເຈົ້າ​ຢ່າງ​ຄົບຖ້ວນ​ບໍຣິບູນ​ໂດຍ​ແທ້. ດ້ວຍເຫດນີ້ ເຮົາ​ທັງຫລາຍ​ຈຶ່ງ​ຮູ້ຈັກ​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka