Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:2 - ພຣະຄຳພີສັກສິ

2 ຖ້າ​ວ່າ​ມີ​ຄົນ​ຫນຶ່ງ​ຖື​ແຫວນ​ຄຳ ແລະ​ແຕ່ງຕົວ​ງົດງາມ​ເຂົ້າ​ມາ​ໃນ​ທີ່​ປະຊຸມ​ຂອງ​ພວກເຈົ້າ ແລະ​ມີ​ຄົນ​ທຸກຈົນ​ຜູ້ໜຶ່ງ​ນຸ່ງ​ເຄື່ອງ​ເປື້ອນເປິ​ເຂົ້າ​ມາ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ສົມມຸດ​ວ່າ​ມີ​ຊາຍ​ຄົນ​ໜຶ່ງ​ໃສ່ແຫວນຄຳ ແລະ ແຕ່ງກາຍ​ງົດງາມ​ເຂົ້າ​ມາ​ໃນ​ທີ່ປະຊຸມ​ຂອງ​ພວກເຈົ້າ ແລະ ມີ​ຄົນ​ທຸກຍາກ​ຄົນ​ໜຶ່ງ​ແຕ່ງກາຍ​ດ້ວຍ​ເຄື່ອງນຸ່ງ​ເກົ່າ​ເປື້ອນເປິ​ເຂົ້າ​ມາ​ໃນ​ທີ່ປະຊຸມ​ເໝືອນກັນ.

Uka jalj uñjjattʼäta Copia luraña




ຢາໂກໂບ 2:2
9 Jak'a apnaqawi uñst'ayäwi  

ແລ້ວ​ນາງ​ເຣເບກາ​ກໍ​ເອົາ​ເສື້ອ​ໂຕ​ດີທີ່ສຸດ​ຂອງ​ເອຊາວ​ທີ່​ມີ​ໃນ​ເຮືອນ​ມາ​ໃຫ້​ຢາໂຄບ​ໃສ່.


ກະສັດ​ຈຶ່ງ​ຖອດ​ແຫວນ​ຂອງ​ເພິ່ນ​ອອກ ຊຶ່ງ​ໃຊ້​ປະທັບ​ຂໍ້​ປະກາດ​ໃຫ້​ເປັນ​ທາງການ ແລະ​ໄດ້​ມອບ​ປະກາດ​ນັ້ນ​ໃຫ້​ສັດຕູ​ຂອງ​ຊາວຢິວ ຄື​ຮາມານ​ລູກຊາຍ​ຂອງ​ຮາມເມດາທາ ຜູ້​ເປັນ​ເຊື້ອສາຍ​ຂອງ​ອາກັກ.


ກະສັດ​ຈຶ່ງ​ຖອດ​ແຫວນ​ທີ່​ມີ​ກາປະທັບ​ມອບ​ໃຫ້​ມໍເດໄກ (ແຫວນ​ນີ້​ໄດ້​ເອົາ​ຄືນ​ມາ​ຈາກ​ຮາມານ). ຣາຊີນີ​ເອສະເທີ​ຍັງ​ໄດ້​ມອບ​ຊັບສິນ​ຂອງ​ຮາມານ​ໃຫ້​ມໍເດໄກ​ເປັນ​ຜູ້​ຮັບຜິດຊອບ.


ພວກ​ຂ້ານ້ອຍ​ທຸກຄົນ​ເປັນ​ຄົນບາບ​ໝົດ; ແມ່ນແຕ່​ການ​ເຮັດ​ທີ່ດີ​ທີ່ສຸດ​ຂອງ​ພວກ​ຂ້ານ້ອຍ​ກໍ​ຍັງ​ເປິເປື້ອນ. ເພາະ​ການບາບ ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ໃບໄມ້​ຫ່ຽວແຫ້ງ​ແລະ​ຖືກ​ລົມ​ພັດ​ໄປ.


ແຕ່​ຜູ້​ເປັນ​ພໍ່​ເອີ້ນ​ບັນດາ​ຄົນ​ຮັບໃຊ້​ຂອງຕົນ​ມາ ເພິ່ນ​ເວົ້າ​ວ່າ, ‘ໄວໆ ຟ້າວ​ເອົາ​ເຄື່ອງ​ຢ່າງດີ​ທີ່ສຸດ​ມາ​ໃຫ້​ລູກ​ຂອງເຮົາ​ນຸ່ງ ຈົ່ງ​ເອົາ​ແຫວນ​ມາ​ສວມ​ໃສ່​ນິ້ວ​ມື ແລະ​ສຸບ​ເກີບ​ໃສ່​ຕີນ​ໃຫ້​ລູກ​ຂອງເຮົາ.


ຝ່າຍ​ເຮໂຣດ​ກັບ​ທະຫານ​ຂອງຕົນ​ຕ່າງ​ກໍ​ເຢາະເຢີ້ຍ ແລະ​ດູໝິ່ນ​ພຣະອົງ ແລ້ວ​ພວກເຂົາ​ກໍ​ເອົາ​ເສື້ອ​ໂຕ​ທີ່​ງົດງາມ​ໃຫ້​ພຣະອົງ​ນຸ່ງ ແລະ​ສົ່ງ​ພຣະອົງ​ຄືນ​ໄປ​ຫາ​ປີລາດ.


ຖ້າ​ພວກເຈົ້າ​ຈະ​ສົນໃຈ​ໃນ​ຄົນ​ທີ່​ແຕ່ງຕົວ​ງົດງາມ​ນັ້ນ ແລະ​ທັງ​ກ່າວ​ທັກທາຍ​ປາໄສ​ຮັບຕ້ອນ​ຜູ້​ນັ້ນ​ວ່າ, “ເຊີນ​ນັ່ງ​ບ່ອນ​ເໝາະສົມ​ນີ້​ເທີ້ນ,” ແລະ​ໃນຂະນະ​ດຽວກັນ​ນັ້ນ ເຈົ້າ​ຈະ​ກ່າວ​ແກ່​ຄົນ​ທຸກຈົນ​ນັ້ນ​ວ່າ, “ໃຫ້​ເຈົ້າ​ຢືນ​ຢູ່​ຫັ້ນ,” ຫລື “ໃຫ້​ເຈົ້າ​ນັ່ງ​ທີ່​ຕັ່ງ​ຮອງ​ຕີນ​ເຮົາ​ນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka