Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:19 - ພຣະຄຳພີສັກສິ

19 ຝ່າຍ​ພວກເຈົ້າ​ທີ່​ເຊື່ອ​ວ່າ ມີ​ພຣະເຈົ້າ​ແຕ່​ອົງ​ດຽວ​ນັ້ນ​ກໍດີ​ຢູ່​ແລ້ວ, ສ່ວນ​ພວກ​ຜີມານຮ້າຍ​ກໍ​ເຊື່ອ​ເໝືອນກັນ ແລະ​ມັນ​ກໍ​ຢ້ານ​ຈົນ​ຕົວ​ສັ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ເຈົ້າ​ເຊື່ອ​ວ່າ​ມີ​ພຣະເຈົ້າ​ອົງ​ດຽວ​ກໍ​ດີ​ແລ້ວ! ແມ່ນແຕ່​ພວກ​ຜີມານຮ້າຍ​ກໍ​ຍັງ​ເຊື່ອ​ຢ່າງ​ນັ້ນ ແລະ ຢ້ານ​ຈົນ​ໂຕສັ່ນ.

Uka jalj uñjjattʼäta Copia luraña




ຢາໂກໂບ 2:19
31 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ ເຈົ້າ​ທັງຫລາຍ​ເປັນ​ພະຍານ​ຂອງເຮົາ ເຮົາ​ໄດ້​ເລືອກ​ພວກເຈົ້າ​ໃຫ້​ມາ​ເປັນ​ຜູ້ຮັບໃຊ້ ເພື່ອ​ວ່າ​ຈະ​ໄດ້​ຮູ້ ແລະ​ຈະ​ໄດ້​ເຊື່ອ​ໃນ​ເຮົາ ເຂົ້າໃຈ​ວ່າ​ເຮົາ​ແຕ່​ຜູ້ດຽວ​ຊົງ​ເປັນ​ພຣະເຈົ້າ. ນອກຈາກ​ເຮົາ​ແລ້ວ ບໍ່ມີ​ພະ​ຕົນອື່ນ​ອີກ​ເລີຍ ບໍ່ເຄີຍ​ມີ​ມາ​ແຕ່​ໃດໆ ແລະ​ຈະ​ບໍ່ມີ​ຈັກເທື່ອ.


ພຣະເຈົ້າຢາເວ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແລະ​ອົງ​ພຣະຜູ້ໄຖ່​ຂອງ​ເຂົາ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ດັ່ງນີ້: “ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ ບໍ່ມີ​ພຣະເຈົ້າ​ອື່ນໃດ ນອກເໜືອ​ຈາກ​ເຮົາ​ແລ້ວ.


ພວກເຈົ້າ​ຢ່າ​ສູ່ຢ້ານ ປະຊາຊົນ​ຂອງເຮົາ​ເອີຍ ພວກເຈົ້າ​ຮູ້​ແຕ່​ດຶກດຳບັນ​ຈົນເຖິງ​ປັດຈຸບັນ​ນີ້ ເຮົາ​ໄດ້​ບອກ​ລ່ວງໜ້າ​ເຖິງ​ທຸກສິ່ງ​ທີ່​ຈະ​ເກີດ​ມາ ພວກເຈົ້າ​ກໍ​ເປັນ​ພະຍານ​ຫຼັກຖານ​ໃຫ້​ເຮົາ​ໄດ້. ນອກຈາກ​ເຮົາ​ແລ້ວ ມີ​ພຣະເຈົ້າ​ອົງ​ໃດ​ແດ່? ຊຶ່ງ​ມີ​ຣິດອຳນາດ​ທີ່​ເຮົາ​ໄດ້ຍິນ​ມາ?”


ເຮົາ​ເຮັດ​ສິ່ງ​ນີ້​ກໍ​ເພື່ອ​ວ່າ​ທຸກໆ​ຄົນ ຈາກ​ສົ້ນ​ໜຶ່ງ​ຫາ​ອີກ​ສົ້ນ​ໜຶ່ງ​ຂອງ​ແຜ່ນດິນ​ໂລກ ຈະ​ໄດ້​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ຮູ້​ວ່າ​ໃນ​ໂລກນີ້​ບໍ່ມີ​ພຣະເຈົ້າ​ອົງ​ອື່ນ​ອີກ.


ຈົ່ງ​ຈົດຈຳ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແຕ່​ດົນນານ ຈົ່ງ​ຮັບຮູ້​ວ່າ​ເຮົາ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ແລະ​ຮັບຮູ້​ວ່າ​ນອກຈາກ​ເຮົາ​ແລ້ວ​ບໍ່ມີ​ຜູ້ໃດ ເພາະ​ແມ່ນ​ເຮົາ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ.


ແຕ່​ພຣະເຈົ້າຢາເວ​ຕອບ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໂກດຮ້າຍ?”


ແຕ່​ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂຢນາ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໂກດຮ້າຍ​ໃຫ້​ຕົ້ນໄມ້​ນີ້?” ໂຢນາ​ຕອບ​ພຣະເຈົ້າ​ວ່າ, “ຂ້ານ້ອຍ​ມີ​ສິດ​ທຸກຢ່າງ​ທີ່​ຈະ​ໂກດຮ້າຍ ໂກດຮ້າຍ​ຈົນ​ຂ້ານ້ອຍ​ຕາຍໄປ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເປັນ​ກະສັດ ປົກຄອງ​ແຜ່ນດິນ​ໂລກ​ນີ້​ທັງໝົດ; ໃນວັນນັ້ນ ຈະ​ມີ​ພຣະເຈົ້າຢາເວ​ແຕ່​ອົງດຽວ ແລະ​ມີ​ນາມຊື່​ຂອງ​ພຣະອົງ​ແຕ່​ນາມດຽວ​ເທົ່ານັ້ນ.


ໃນ​ທັນໃດນັ້ນ ມັນ​ກໍ​ແຜດ​ສຽງ​ວ່າ, “ໂອ ບຸດ​ພຣະເຈົ້າ​ເອີຍ ທ່ານ​ຕ້ອງການ​ຫຍັງ​ຈາກ​ພວກ​ຂ້ານ້ອຍ? ທ່ານ​ຈະ​ມາ​ລົງໂທດ​ພວກ​ຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ຊັ້ນບໍ?”


“ເຢຊູ​ໄທ​ນາຊາເຣັດ​ເອີຍ ທ່ານ​ມາ​ຫຍຸ້ງກ່ຽວ​ນຳ​ພວກເຮົາ​ເຮັດ​ຫຍັງ? ທ່ານ​ມາ​ທີ່​ນີ້​ເພື່ອ​ທຳລາຍ​ພວກເຮົາ​ບໍ? ພວກເຮົາ​ຮູ້​ແລ້ວ​ວ່າ​ທ່ານ​ເປັນ​ຜູ້ໃດ ກໍ​ເປັນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ.”


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ກົດບັນຍັດ​ຂໍ້​ສຳຄັນ​ທີ່ສຸດ ຄື​ດັ່ງນີ້ ‘ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເທີ້ນ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແມ່ນ​ພຣະເຈົ້າ​ແຕ່​ອົງ​ດຽວ.


ແລະ ຮ້ອງ​ດ້ວຍ​ສຽງດັງ​ວ່າ, “ເຢຊູ​ບຸດ​ພຣະເຈົ້າ​ຜູ້​ສູງສຸດ​ເອີຍ, ທ່ານ​ມາ​ຫຍຸ້ງກ່ຽວ​ຫຍັງ​ກັບ​ຂ້ານ້ອຍ? ຂ້ານ້ອຍ​ຂໍຮ້ອງ​ທ່ານ​ສັນຍາ​ໃນ​ພຣະນາມ​ພຣະເຈົ້າ​ວ່າ ຈະ​ບໍ່​ທໍລະມານ​ຂ້ານ້ອຍ” (


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່ໄປ​ວ່າ, “ເກີນ​ວ່າ​ດີ​ແທ້​ນໍ ທີ່​ເຈົ້າ​ທັງຫລາຍ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະເຈົ້າ ເພື່ອ​ໄປ​ຢຶດຖື​ຄຳສັ່ງສອນ​ຂອງ​ພວກເຈົ້າ​ເອງ.


“ເຢຊູ​ໄທ​ນາຊາເຣັດ​ເອີຍ, ທ່ານ​ມາ​ຫຍຸ້ງກ່ຽວ​ກັບ​ພວກເຮົາ​ເຮັດ​ຫຍັງ? ທ່ານ​ມາ​ທຳລາຍ​ພວກເຮົາ​ຊັ້ນບໍ? ພວກເຮົາ​ຮູ້​ແລ້ວ​ວ່າ​ທ່ານ​ແມ່ນ​ຜູ້ໃດ ກໍ​ແມ່ນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ.”


ນີ້​ແມ່ນ​ຊີວິດ​ນິຣັນດອນ ຄື​ໃຫ້​ພວກເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ​ຮູ້ຈັກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ທີ່​ພຣະອົງ​ໃຊ້​ມາ.


ຍິງ​ນັ້ນ​ໄດ້​ຕິດຕາມ​ໂປໂລ ແລະ​ພວກເຮົາ​ໄປ ໂດຍ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫຼົ່ານີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ ໄດ້​ມາ​ປະກາດ​ເລື່ອງ​ທາງ​ຄວາມ​ພົ້ນ​ໃຫ້​ແກ່​ພວກເຈົ້າ.”


ແຕ່​ຜີຊົ່ວຮ້າຍ​ທີ່​ເຂົ້າ​ສິງ​ໄດ້​ຕອບ​ຄົນ​ເຫຼົ່ານັ້ນ​ວ່າ, “ພຣະເຢຊູເຈົ້າ ເຮົາ​ກໍ​ລຶ້ງເຄີຍ ແລະ​ໂປໂລ ເຮົາ​ກໍ​ຮູ້ຈັກ​ເໝືອນກັນ, ແຕ່​ພວກສູ​ແມ່ນ​ຜູ້ໃດ?”


ຂະນະທີ່​ໂປໂລ​ອ້າງ​ເຖິງ​ຄວາມ​ຍຸດຕິທຳ, ການ​ຄວບຄຸມ​ຕົນເອງ ແລະ​ການ​ພິພາກສາ​ທີ່​ຈະ​ມາ​ເຖິງ​ໃນ​ພາຍໜ້າ​ນັ້ນ, ຝ່າຍ​ເຟລິກ​ກໍ​ສະດຸ້ງ​ຕົກໃຈ​ຢ້ານ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ເຈົ້າ​ອອກ​ໄປ​ໄດ້​ແລ້ວ ເຮົາ​ຈະ​ເອີ້ນ​ເຈົ້າ​ມາ​ອີກ ເມື່ອ​ເຮົາ​ມີ​ໂອກາດ.”


ດ້ວຍວ່າ, ມີ​ພຣະເຈົ້າ​ພຽງແຕ່​ອົງ​ດຽວ ພຣະອົງ​ຈະ​ໃຫ້​ຄົນ​ຢິວ​ເປັນ​ຄົນ​ຊອບທຳ​ໂດຍ​ຄວາມເຊື່ອ​ຂອງ​ພວກເຂົາ ແລະ​ໃຫ້​ຄົນຕ່າງຊາດ​ເປັນ​ຄົນ​ຊອບທຳ ໂດຍ​ຄວາມເຊື່ອ​ຂອງ​ພວກເຂົາ​ເໝືອນກັນ.


ເລື່ອງ​ການ​ກິນ​ອາຫານ ທີ່​ເຂົາ​ເອົາ​ບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພະທຽມ​ນັ້ນ ບໍ່​ເປັນ​ຂອງ​ແທ້” ແລະ “ມີ​ພຣະເຈົ້າ​ແທ້​ແຕ່​ອົງ​ດຽວ.”


ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ​ສິ່ງສາລະພັດ​ທັງປວງ​ເກີດ​ມາ​ຈາກ​ພຣະອົງ ແລະ​ພວກເຮົາ​ເປັນ​ມາ​ເພື່ອ​ພຣະອົງ ແລະ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ ແລະ ສິ່ງສາລະພັດ​ກໍ​ເກີດຂຶ້ນ​ໂດຍ​ພຣະອົງ ແລະ​ເຮົາ​ກໍ​ເປັນ​ມາ​ໂດຍ​ພຣະອົງ.


ເມື່ອ​ມີ​ຝ່າຍ​ດຽວ ກໍ​ບໍ່​ຕ້ອງການ​ຄົນ​ກາງ ແລະ​ພຣະເຈົ້າ​ຊົງ​ເປັນ​ຝ່າຍ​ດຽວ​ນັ້ນ.


ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເຖີດ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ເປັນ​ພຣະເຈົ້າຢາເວ​ແຕ່​ອົງ​ດຽວ.


ດ້ວຍວ່າ, ມີ​ພຣະເຈົ້າ​ອົງ​ດຽວ ແລະ​ມີ​ຜູ້​ກາງ​ແຕ່​ຜູ້​ດຽວ ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ ຄື​ພຣະຄຣິດເຈົ້າ​ເຢຊູ​ຜູ້​ຊົງ​ສະພາບ​ເປັນ​ມະນຸດ,


ຖ້າ​ເຈົ້າ​ທັງຫລາຍ​ເຮັດ​ຕາມ​ພຣະ​ຣາຊບັນຍັດ​ໂດຍ​ຄົບຖ້ວນ​ຕາມ​ພຣະຄຳພີ ຂໍ້​ທີ່​ວ່າ, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.” ພວກເຈົ້າ​ກໍ​ເຮັດ​ຖືກຕ້ອງ​ແລ້ວ.


ດ້ວຍວ່າ, ມີ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ບາງຄົນ​ໄດ້​ແອບແຝງ​ເຂົ້າ​ມາ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເປັນ​ບຸກຄົນ​ທີ່​ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ເປັນ​ຊ່ອງທາງ​ໃຫ້​ຕົນ​ເຮັດ​ຕາມ​ກິເລດ​ຕັນຫາ ແລະ​ເປັນ​ຜູ້​ທີ່​ປະຕິເສດ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ເຈົ້ານາຍ ແລະ​ເປັນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ແຕ່​ອົງ​ດຽວ​ຂອງ​ພວກເຮົາ. ພຣະຄຳພີ​ໄດ້​ກຳນົດ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ ເຖິງ​ການ​ຕັດສິນ​ລົງໂທດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ.


ຈົ່ງ​ຈົດຈຳ​ບັນດາ​ເທວະດາ ທີ່​ບໍ່​ຢູ່​ໃນ​ຂອບເຂດ​ແຫ່ງ​ສິດ​ອຳນາດ​ຂອງຕົນ, ແຕ່​ໄດ້​ປະຖິ້ມ​ບ່ອນ​ຢູ່​ອາໄສ​ຂອງ​ຕົນເອງ ພວກເຂົາ​ໄດ້​ຖືກ​ປະ​ໄວ້​ໃນ​ຄວາມມືດ​ເບື້ອງ​ລຸ່ມ, ຖືກ​ລ່າມໂສ້​ໄວ້​ຕະຫລອດໄປ​ສຳລັບ​ວັນ​ຍິ່ງໃຫຍ່​ທີ່​ຈະ​ມີ​ການ​ຕັດສິນ​ລົງໂທດ.


ສ່ວນ​ມານຮ້າຍ​ທີ່​ຫລອກລວງ​ຄົນ​ເຫຼົ່ານັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ​ປົນ​ກັບ​ມາດ​ບ່ອນ​ທີ່​ສັດຮ້າຍ ແລະ​ຜູ້​ປະກາດ​ພຣະທຳ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ໄປ​ແລ້ວ​ນັ້ນ ແລະ​ພວກ​ມັນ​ຈະ​ຕ້ອງ​ຖືກ​ທົນທຸກ​ທໍລະມານ ທັງ​ກາງເວັນ​ແລະ​ກາງຄືນ ຢູ່​ຕະຫລອດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka