Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:18 - ພຣະຄຳພີສັກສິ

18 ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ຝ່າຍ​ເຈົ້າ ເຈົ້າ​ມີ​ຄວາມເຊື່ອ ແຕ່​ຝ່າຍ​ຂ້ອຍ​ມີ​ການ​ປະຕິບັດ.” ຈົ່ງ​ສະແດງ​ໃຫ້​ເຮົາ​ເຫັນ​ຄວາມເຊື່ອ​ຂອງ​ເຈົ້າ ຊຶ່ງ​ບໍ່ມີ​ການ​ປະຕິບັດ ແລະ​ຝ່າຍ​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ຄວາມເຊື່ອ​ຂອງເຮົາ ດ້ວຍ​ການ​ປະຕິບັດ​ຂອງເຮົາ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ແຕ່​ບາງຄົນ​ຈະ​ກ່າວ​ວ່າ, “ເຈົ້າ​ມີ​ຄວາມເຊື່ອ ສ່ວນ​ຂ້ອຍ​ມີ​ການປະຕິບັດ”. ຈົ່ງ​ສະແດງ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ບໍ່​ມີ​ການປະຕິບັດ​ມາ ແລ້ວ​ເຮົາ​ຈະ​ສະແດງ​ຄວາມເຊື່ອ​ຂອງ​ເຮົາ​ດ້ວຍ​ການປະຕິບັດ​ຂອງ​ເຮົາ.

Uka jalj uñjjattʼäta Copia luraña




ຢາໂກໂບ 2:18
20 Jak'a apnaqawi uñst'ayäwi  

ແຕ່​ຜູ້​ທີ່​ສົງໄສ​ໃນ​ສິ່ງ​ທີ່​ຕົນເອງ​ກິນ ຖ້າ​ຍັງ​ຂືນ​ກິນ ກໍ​ຖື​ວ່າ​ຜິດ ເພາະ​ລາວ​ບໍ່ໄດ້​ກິນ​ຕາມ​ທີ່​ຕົນ​ເຊື່ອ ເພາະວ່າ​ສິ່ງໃດ​ທີ່​ເຮັດ​ໄປ​ໂດຍ​ບໍ່​ເກີດ​ຈາກ​ຄວາມ​ເຊື່ອໝັ້ນ ກໍ​ເປັນ​ບາບ​ທັງສິ້ນ.


ໂດຍ​ພວກເຮົາ​ເຫັນ​ວ່າ ຄົນ​ໜຶ່ງ​ຄົນ​ໃດ​ຈະ​ຖື​ວ່າ​ຊອບທຳ​ໄດ້ ກໍ​ຕ້ອງ​ອາໄສ​ຄວາມເຊື່ອ ນອກຈາກ​ການ​ປະຕິບັດ​ຕາມ​ກົດບັນຍັດ.


ກະສັດ​ດາວິດ​ໄດ້​ເວົ້າ​ເຖິງ​ຄວາມສຸກ​ຂອງ​ຜູ້​ທີ່​ພຣະເຈົ້າ​ຮັບ​ວ່າ ເປັນ​ຄົນ​ຊອບທຳ​ໂດຍ​ບໍ່ໄດ້​ອາໄສ​ການ​ປະຕິບັດ​ວ່າ,


ບັດນີ້ ການ​ລົງໂທດ​ຈຶ່ງ​ບໍ່ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ.


ແລ້ວ​ເຈົ້າ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ຍັງ​ຊົງ​ຕິຕຽນ​ຢູ່? ຜູ້ໃດ​ຈະ​ຂັດຂືນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ໄດ້?”


ເຖິງ​ແມ່ນ​ເຮົາ​ຈະ​ປະກາດ​ພຣະທຳ​ໄດ້​ ແລະ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ​ທັງປວງ ແລະ​ມີ​ຄວາມຮູ້​ທັງ​ສິ້ນ ແລະ​ມີ​ຄວາມເຊື່ອ​ຢ່າງ​ຄົບຖ້ວນ ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນທີ່​ໄປ​ໄດ້, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ບໍ່ມີ​ຄ່າ​ອັນ​ໃດ.


ເຫດສະນັ້ນ, ຖ້າ​ຜູ້ໃດ​ຢູ່​ໃນ​ພຣະຄຣິດ ຜູ້ນັ້ນ​ກໍ​ເປັນ​ຄົນ​ທີ່​ຖືກ​ຊົງ​ສ້າງ​ຂຶ້ນ​ໃໝ່​ແລ້ວ ຖານະ​ເກົ່າ​ເຫຼົ່ານັ້ນ​ກໍ​ລ່ວງ​ໄປ​ແລ້ວ ເບິ່ງແມ! ກາຍເປັນ​ສິ່ງ​ໃໝ່​ທັງ​ນັ້ນ.


ບັນດາ​ເພື່ອນ​ທີ່​ຮັກ​ຂອງເຮົາ​ເອີຍ, ເມື່ອ​ພວກເຮົາ​ມີ​ພຣະສັນຍາ​ໃໝ່​ດັ່ງນີ້​ແລ້ວ ຈົ່ງ​ໃຫ້​ພວກເຮົາ​ຊຳລະ​ຕົວ​ຈາກ​ທຸກສິ່ງ ທີ່​ເຮັດ​ໃຫ້​ຮ່າງກາຍ​ແລະ​ຈິດ​ວິນຍານ​ເປັນ​ມົນທິນ ແລະ​ຈົ່ງ​ເຮັດ​ໃຫ້​ມີ​ຄວາມ​ບໍຣິສຸດ​ຢ່າງ​ຄົບຖ້ວນ ໂດຍ​ຄວາມ​ຢຳເກງ​ພຣະເຈົ້າ.


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ຈຸດປະສົງ​ຂອງ​ຄຳສັ່ງ​ນີ້ ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມຮັກ​ຈາກ​ໃຈ​ບໍຣິສຸດ ຈາກ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ແລະ​ຈາກ​ຄວາມເຊື່ອ​ອັນ​ຈິງໃຈ.


ຝ່າຍ​ເຈົ້າ​ນັ້ນ ຈົ່ງ​ເປັນ​ແບບຢ່າງ​ໃນ​ການ​ກະທຳ​ດີ​ທຸກ​ປະການ ຈົ່ງ​ເປັນ​ຄົນ​ຈິງໃຈ ແລະ​ໜັກແໜ້ນ​ໃນ​ຄຳສັ່ງສອນ.


ເພາະ​ມີ​ຄວາມເຊື່ອ​ແບບ​ນີ້ ຣາຮາບ​ຍິງໂສເພນີ ຈຶ່ງ​ບໍ່​ຈິບຫາຍ​ໄປ​ພ້ອມ​ກັບ​ຄົນ​ເຫຼົ່ານັ້ນ​ທີ່​ບໍ່​ເຊື່ອຟັງ ເພາະ​ນາງ​ໄດ້​ຕ້ອນຮັບ​ພວກ​ນັກສືບ​ສອດແນມ​ເປັນ​ຢ່າງດີ.


ເພາະ​ຄົນ​ເຫຼົ່ານີ້​ມີ​ຄວາມເຊື່ອ ພວກເພິ່ນ​ຈຶ່ງ​ໄດ້​ໄຊຊະນະ​ທົ່ວ​ທັງ​ດິນແດນ ພວກເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້, ໄດ້​ງັບ​ປາກ​ສິງ,


ແຕ່​ຖ້າ​ບໍ່ມີ​ຄວາມເຊື່ອ​ແລ້ວ ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ບໍ່ໄດ້. ດ້ວຍວ່າ, ຜູ້​ທີ່​ເຂົ້າ​ມາ​ເຝົ້າ​ພຣະເຈົ້າ​ໄດ້​ນັ້ນ ຕ້ອງ​ເຊື່ອ​ວ່າ​ພຣະອົງ​ຊົງພຣະຊົນ​ຢູ່ ແລະ​ພຣະອົງ​ຊົງ​ເປັນ​ຜູ້​ປະທານ​ລາງວັນ ໃຫ້​ແກ່​ຜູ້​ທີ່​ສະແຫວງ​ຫາ​ພຣະອົງ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຖ້າ​ຄົນ​ໜຶ່ງ​ເວົ້າ​ວ່າ​ຕົນ​ມີ​ຄວາມເຊື່ອ ແຕ່​ບໍ່ມີ​ການ​ປະຕິບັດ ຈະ​ມີ​ປະໂຫຍດ​ຫຍັງ? ຄວາມເຊື່ອ​ແບບ​ນັ້ນ ຈະ​ເຮັດ​ໃຫ້​ລາວ​ພົ້ນ​ໄດ້​ບໍ?


ໃນ​ທ່າມກາງ​ພວກເຈົ້າ ຜູ້ໃດ​ທີ່​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ ກໍ​ໃຫ້​ຜູ້ນັ້ນ​ພິສູດ​ໃຫ້​ເຫັນ ໂດຍ​ຊີວິດ​ອັນ​ດີງາມ​ຂອງຕົນ ໂດຍ​ການ​ປະຕິບັດ​ອັນ​ດີ ຊຶ່ງ​ປະກອບ​ດ້ວຍ​ການ​ຖ່ອມຕົວ​ແລະ​ສະຕິປັນຍາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka