Biblia Todo Logo
Internet tuqin Biblia

- Anuncios ukanaka -




ຢາໂກໂບ 2:16 - ພຣະຄຳພີສັກສິ

16 ແລະ​ມີ​ຄົນ​ໃດ​ໃນ​ພວກເຈົ້າ​ເວົ້າ​ແກ່​ເຂົາ​ວ່າ, “ຈົ່ງ​ໄປ​ເປັນສຸກ​ເທີ້ນ ຂໍ​ໃຫ້​ອົບອຸ່ນ​ແລະ​ກິນ​ອີ່ມ,” ແຕ່​ບໍ່ໄດ້​ໃຫ້​ສິ່ງຂອງ​ທີ່​ເຂົາ​ຕ້ອງການ​ສຳລັບ​ຕົວ​ນັ້ນ ຈະ​ເປັນ​ປະໂຫຍດ​ອັນ​ໃດ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ຖ້າ​ມີ​ຜູ້​ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ເປັນ​ສຸກ, ຮັກສາ​ຮ່າງກາຍ​ໃຫ້​ອົບອຸ່ນ ແລະ ກິນ​ໃຫ້​ອີ່ມ​ສາ”, ແຕ່​ບໍ່​ໄດ້​ໃຫ້​ສິ່ງຂອງ​ໃດໆ​ທີ່​ຈຳເປັນ​ຝ່າຍຮ່າງກາຍ​ຂອງ​ພວກເຂົາ​ຈະ​ມີ​ປະໂຫຍດ​ອັນ​ໃດ?

Uka jalj uñjjattʼäta Copia luraña




ຢາໂກໂບ 2:16
11 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ເອີ້ນ​ເອົາ​ພວກ​ສາວົກ​ຂອງ​ພຣະອົງ​ມາ ແລະ​ກ່າວ​ວ່າ, “ເຮົາ​ສົງສານ​ຄົນ​ເຫຼົ່ານີ້ ເພາະ​ພວກເຂົາ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ​ບັດນີ້​ບໍ່ມີ​ຫຍັງ​ກິນ, ເຮົາ​ບໍ່​ຢາກ​ບອກ​ພວກເຂົາ​ໃຫ້​ເລີກ​ເມືອ​ໂດຍ​ທີ່​ຍັງ​ຫິວ​ຢູ່ ເພາະ​ພວກເຂົາ​ອາດ​ອິດອ່ອນ​ເມື່ອຍແຮງ​ຕາມ​ທາງ​ກັບ​ເມືອ​ກໍໄດ້.”


ເພາະ​ເມື່ອ​ເຮົາ​ຫິວເຂົ້າ ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ກິນ ເມື່ອ​ເຮົາ​ຫິວນໍ້າ​ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ດື່ມ, ເຮົາ​ເປັນ​ແຂກບ້ານ ພວກເຈົ້າ​ໄດ້​ຕ້ອນຮັບ​ເຮົາ​ໄວ້.


ເຮົາ​ເປືອຍກາຍ ພວກເຈົ້າ​ກໍ​ເອົາ​ເຄື່ອງ​ໃຫ້​ເຮົາ​ນຸ່ງ​ຫົ່ມ ເຮົາ​ເຈັບ​ປ່ວຍ ພວກເຈົ້າ​ກໍໄດ້​ມາ​ເບິ່ງແຍງ​ເຮົາ, ເຮົາ​ຢູ່​ໃນ​ຄຸກ ພວກເຈົ້າ​ກໍໄດ້​ມາ​ຢ້ຽມຢາມ​ເຮົາ.’


ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ລູກ​ຍິງ​ເອີຍ ຄວາມເຊື່ອ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ ແລະ​ດີ​ພະຍາດ​ສາ.”


ຈົ່ງ​ຮັກ​ດ້ວຍ​ໃຈຈິງ ຈົ່ງ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ຈົ່ງ​ຍຶດໝັ້ນ​ໃນ​ສິ່ງ​ທີ່​ດີ


ເຮົາ​ກ່າວ​ດັ່ງນີ້​ບໍ່ແມ່ນ​ຄຳ​ບັນຊາ, ແຕ່​ໄດ້​ນຳ​ເລື່ອງ​ຄວາມ​ກະຕື​ລືລົ້ນ​ຂອງ​ຄົນອື່ນ ມາ​ທຽບ​ທົດລອງ​ກັບ​ຄວາມຮັກ​ຂອງ​ເຈົ້າ​ທັງຫລາຍ​ນັ້ນ ເບິ່ງ​ວ່າ​ເປັນ​ຂອງ​ແທ້​ຫລື​ບໍ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka