15 ຖ້າພີ່ນ້ອງຊາຍຍິງຄົນໃດ ບໍ່ມີເຄື່ອງນຸ່ງຫົ່ມແລະຂາດເຂີນອາຫານປະຈຳວັນ,
15 ສົມມຸດວ່າມີພີ່ນ້ອງຄົນໃດບໍ່ມີເຄື່ອງນຸ່ງຫົ່ມ ແລະ ອາຫານປະຈຳວັນ.
ຖ້າເຈົ້າໃຫ້ອາຫານແກ່ຜູ້ທີ່ອຶດຫິວ ແລະໃຫ້ຜູ້ທີ່ຂັດສົນໄດ້ມີຄວາມອີ່ມໃຈ ແລ້ວມືດທີ່ອ້ອມຮອບເຈົ້ານັ້ນ ກໍຈະປ່ຽນເປັນແຈ້ງໃນຕອນກາງເວັນ.
ຈົ່ງແບ່ງປັນອາຫານໃຫ້ແກ່ຜູ້ທີ່ອຶດຫິວ ແລະໃຫ້ທີ່ພັກແກ່ຜູ້ທີ່ຍາກຈົນຂາດບ່ອນພັກພາອາໄສ. ຈົ່ງຫາເຄື່ອງນຸ່ງຫົ່ມໃຫ້ແກ່ຜູ້ທີ່ບໍ່ມີ ແລະຢ່າລະເລີຍໃນການຊ່ວຍເຫລືອເພື່ອນມະນຸດ.
ລາວບໍ່ສໍ້ໂກງຫລືບໍ່ປຸ້ນເຈົ້າເອົາຂອງຜູ້ໃດ. ລາວຄືນຂອງທີ່ລູກໜີ້ເອົາມາຈຳນຳ; ລາວລ້ຽງຄົນທີ່ອຶດຫິວ ແລະໃຫ້ເຄື່ອງນຸ່ງຫົ່ມແກ່ຄົນທີ່ຂາດເຂີນ.
ພວກເຈົ້າຈະມີຄົນຍາກຈົນຢູ່ກັບພວກເຈົ້າສະເໝີ ແລະພວກເຈົ້າຊ່ວຍພວກເຂົາຍາມໃດກໍໄດ້, ແຕ່ພວກເຈົ້າຈະບໍ່ມີເຮົາສະເໝີໄປ.
ໂຢຮັນຕອບພວກເຂົາວ່າ, “ຜູ້ໃດທີ່ມີເສື້ອສອງໂຕ ຈົ່ງແບ່ງປັນໂຕໜຶ່ງໃຫ້ຜູ້ທີ່ບໍ່ມີ ແລະຜູ້ໃດທີ່ມີອາຫານ ຈົ່ງປັນແກ່ຜູ້ທີ່ບໍ່ມີເໝືອນກັນ.”
ແລະທ່ານຍັງໄດ້ສົນທະນາໂຕ້ຕອບກັບຊາວຢິວ ທີ່ປາກພາສາກຣີກ ແຕ່ຄົນເຫຼົ່ານີ້ພະຍາຍາມຈະຂ້າເພິ່ນ.
ບາງຄົນຖືກແກວ່ງຫີນໃສ່, ຖືກເລື່ອຍເປັນທ່ອນ, ຖືກຂ້າດ້ວຍຄົມດາບ, ໄດ້ຫົ່ມໜັງແກະແລະໜັງແບ້ທຽວໄປມາ, ລຳບາກຍາກຈົນ, ຖືກຂົ່ມເຫັງ ແລະທົນທຸກເວດທະນາຫລາຍປະການ.
ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຈົ່ງຟັງເທີ້ນ ພຣະເຈົ້າໄດ້ເລືອກເອົາຄົນທຸກຈົນໃນໂລກນີ້ ໃຫ້ເປັນຄົນຮັ່ງມີຝ່າຍຄວາມເຊື່ອ ແລະໃຫ້ເປັນຜູ້ຮັບແຜ່ນດິນຂອງພຣະອົງ ທີ່ພຣະອົງຊົງສັນຍາໄວ້ສຳລັບຄົນທີ່ຮັກພຣະອົງ.
ແຕ່ຖ້າຜູ້ໃດມີຊັບສົມບັດໃນໂລກນີ້ ແລະເຫັນພີ່ນ້ອງຂອງຕົນຂັດສົນ ແລ້ວຍັງບໍ່ຍອມມີໃຈເມດຕາຊ່ວຍເຫລືອຜູ້ນັ້ນ ຄວາມຮັກຕໍ່ພຣະເຈົ້າຈະດຳລົງຢູ່ໃນຕົນໄດ້ຢ່າງໃດ.