ແລ້ວພວກເຂົາຈຶ່ງເວົ້າຕໍ່ກັນແລະກັນວ່າ, “ແມ່ນແລ້ວ ພວກເຮົາໄດ້ຮັບທຸກໃນເວລານີ້ກໍຍ້ອນໂທດກຳ ທີ່ພວກເຮົາໄດ້ເຮັດຕໍ່ນ້ອງຊາຍຂອງພວກເຮົາ; ພວກເຮົາເຫັນວ່າລາວເປັນທຸກພຽງໃດ ເມື່ອລາວໄດ້ວິງວອນຂໍຄວາມເມດຕາ, ແຕ່ພວກເຮົາບໍ່ຍອມຟັງສຽງຂອງລາວເລີຍ. ສະນັ້ນ ຄວາມທຸກລຳບາກອັນນີ້ຈຶ່ງມາຕົກຖືກພວກເຮົາ.”